ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin

13:44 | 20/06/2024

ຍສໝ - ການ​ຢ້ຽມຢາມ​ ຫວຽດນາມ ທາງລັດຖະກິດ​ຂອງ​ທ່ານ​ປະທານາທິບໍດີ​ ລັດ​ເຊຍ Vladimir Putin ​ໄດ້​ຮັບ​ຖື​ວ່າ​ຈະ​ສ້າງພະລັງແຮງ​ໃໝ່ໃຫ້​ການ​ພົວພັນສອງຝ່າຍບົນ​ພື້ນຖານ​ຄວາມ​ຮັກ​ແພງ ​ແລະ ການ​ພົວພັນ​ອັນ​ດີງາມ​ທີ່ມີຢູ່ແລ້ວລະຫວ່າງ 2 ປະ​ເທດ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈະ​ມາ​ນະ​ພະ​ຍາ​ຍາມ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ ຫວຽດ​ນາມ - ຍີ່​ປຸ່ນ.
ການ​ຢ້ຽມ​ຢາມ New Delhi ເພື່ອຊຸກ​ຍູ້​ການ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ​ ຫວຽດ​ນາມ - ອິນ​ເດຍ

​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ ຫວຽດນາມ ທາງ​ລັດຖະກິດ​ຂອງ​ທ່ານ​ປະທານາທິບໍດີ ​ລັດ​ເຊຍ Vladimir Putin (19-20 ມິຖຸນາ), ທ່ານ ຮສ.ປອ Maxim Syunnerberg, ສະຖາບັນບັນດາປະເທດ ອາຊີ-ອາຟຣິກາ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ Moscow ທີ່ມີຊື່ Lomonosov (IAAS MGU) ໄດ້ສະແດງຄວາມຄາດຫວັງກ່ຽວກັບໝາກຜົນການຢ້ຽມຢາມຈະນຳມາໃຫ້ການພົວພັນ ຫວຽດນາມ - ລັດເຊຍ.

ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin

ທ່ານ ຮສ.ປອ Maxim Syunnerberg, ສະຖາບັນບັນດາປະເທດ ອາຊີ-ອາຟຣິກາ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ Moscow ທີ່ມີຊື່ Lomonosov, ລັດເຊຍ (ທີ່ມາ:TTXVN)

ໃນຖານະເປັນລູກຊາຍຂອງອະດີດນັກຂ່າວອາສຸໂສ Aleksey Syunnerberg, ຜູ້ທີ່ໄດ້ໃຊ້ເວລາຫຼາຍ, ມີຄວາມກະຕືລືລົ້ນໃນການຄົ້ນຄວ້າ ແລະ ຂຽນກ່ຽວກັບຫວຽດນາມ ຢູ່ສໍານັກຂ່າວສານ Sputnik, ທ່ານ ຮສ.ປອ Maxim Syunnerberg ມີຄວາມຮູ້ພື້ນຖານ ແລະ ເລີກເຊິ່ງກ່ຽວກັບຫວຽດນາມ.

ທ່ານ Syunnerberg ຍົກອອກ​ວ່າ ປີ 2024 ​ແມ່ນ​ປີຂີດໝາຍສະເຫຼີມສະຫຼອງ 30 ປີ​ແຫ່ງ​ການ​ລົງ​ນາມ​ໃນ​ສົນທິສັນຍາ​ກ່ຽວ​ກັບ​ຫຼັກການ​ພື້ນຖານ​ຂອງ​ການ​ພົວພັນ​ມິດຕະພາບ​ລະຫວ່າງ​ ສະຫະພັນ​ລັດ​ເຊຍ ​- ສາທາລະນະ​ລັດ​ສັງຄົມ​ນິຍົມ ຫວຽດນາມ (16 ມິຖຸນາ 1994-16 ມິຖຸນາ 2024) ), ຕັ້ງຮາກ​ຖານ ​ແລະ ພື້ນຖານ​ດ້ານ​ກົດໝາຍ​ໃຫ້​ແກ່​ການ​ພົວພັນ​ໃນ​ໄລຍະ​ພັດທະນາ​ໃໝ່. ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ລັດ​ເຊຍ ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ລັດ​ເຊຍ ຢູ່ ອາຊີ.

ເມື່ອຫວນຄືນປະຫວັດສາດ, Tsar Nikolai II (1868-1918) ໄດ້ມາຢ້ຽມຢາມ ຫວຽດນາມ ໃນເວລາດຳລົງຕຳແໜ່ງເປັນລາຊະກຸມມານສືບທອດບັນລັງໃນປີ 1891. ສະນັ້ນ, ການພົວພັນ ຫວຽດນາມ - ລັດເຊຍ ບໍ່ພຽງແຕ່ໄລ່ແຕ່ປີ 1950, ເມື່ອ 2 ປະເທດສ້າງຕັ້ງການພົວພັນທາງການທູດເທົ່ານັ້ນ, ຫາກຍັງມີໄລຍະທີ່ດົນກວ່ານັ້ນອີກ.

ບັນດາ​ນັກ​ປະຕິວັດ​ ຫວຽດນາມ, ໃນ​ນັ້ນ​ມີ​ປະທານ ​ໂຮ່ຈີ​ມິນ ​ໄດ້​ຮ່ຳຮຽນ​ຢູ່ ລັດ​ເຊຍ. ​ໃນ​ຂະນະ​ນັ້ນ, ລັດ​ເຊຍ ກໍ່​ບໍ່​ລືມ​ການ​ປະກອບສ່ວນ​ຂອງ​ບັນດາ​ນັກຮົບ​ ຫວຽດນາມ ທີ່​ອາສາ​ສະໝັກ​ເຂົ້າ​ຮ່ວມ​ກອງທັບ​ແດງ ​ໂຊ​ວຽດ ​ເພື່ອ​ຕໍ່ສູ້​ຕ້ານ​ຟາດຊິດ ເຢຍລະ​ມັນ, ປົກ​ປັກ​ຮັກສາ​ນະຄອນ Moscow ​ໃນ​ສົງຄາມປ້ອງກັນ​ຊາດ​ຄັ້ງ​ໃຫຍ່​ປີ 1941.

ທີ່​ກອງ​ປະ​ຊຸມ Geneva ປີ 1954, ສະ​ຫະ​ພາບ​ໂຊ​ວຽດ​ ​ຍັງ​ມີ​ບົດ​ບາດ​ສຳ​ຄັນ​ເມື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ​ຊົ່ວ​ຄາວ​ແບ່ງ​ເຂດ​ສອງ​ພາກ​​ຂອງ​ ຫວຽດ​ນາມ. ພິ​ເສດ, ບໍ່ສາມາດບໍ່ເວົ້າ​ເຖິງ​ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງທີ່ບໍ່​ສາມາດ​ທົດ​ແທນ​ໄດ້ຂອງສະຫະພາບ​ໂຊ​ວຽດ ​ໃຫ້​ຫວຽດນາມ​ ໃນ​ສົງຄາມ​ຕໍ່ຕ້ານ​ຈັກກະພັດ​ ອາ​ເມ​ລິ​ກາ. ປີ 1978, ສະຫະພາບ​ໂຊ​ວຽດ ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື.

ຫຼັງຈາກນັ້ນ ແມ່ນ ຫວຽດນາມ ໃນ​ໄລຍະ​ແຫ່ງ​ສັນຕິພາບ, ພັດທະນາ​ຢ່າງ​ວ່ອງ​ໄວ​ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງກ້ວາງ. ສິ່ງ​ທີ່​ດີ​ໃຈ​ທີ່ສຸດແມ່ນ​ການ​ຢ້ຽມຢາມ​ ຫວຽດນາມ ປີ 2001 ຂອງ​ປະທານາທິບໍດີ Putin ​ໄດ້​ສ້າງ​ກຳລັງ​ແຮງ​ອັນ​ໃໝ່​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ລັດ​ເຊຍ ​ແຕ່​ຕົ້ນ​ສະຕະວັດ​ທີ 21.

ທ່ານ ຮສ.ປອ Syunnerberg ​ໃຫ້​ຮູ້​ວ່າ ການ​ຢ້ຽມຢາມ​ໃນ​ປີ 2001 ​ແມ່ນ​ພິ​ເສດທີ່ສຸດສຳລັບ​ທ່ານ​ໃນຖານະສ່ວນ​ຕົວ ​ເພາະວ່າ​ໃນ​ເວລາ​ນັ້ນ ທ່ານ​ພວມ​ຝຶກ​ງານ​ຢູ່ ຫວຽດນາມ ​ແລະ ​ໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ຂອງ​ທ່ານປະທານາທິບໍດີ Putin ກັບ​ບັນດາ​ຜູ້​ຕາງ​ໜ້າ​ບັນດາ​ສິດ​ເກົ່າ​ຈາກ​ບັນດາ​ມະຫາວິທະຍາ​ໄລ ​ໂຊ​ວຽດ.

ສະ​ນັ້ນ, ທ່ານ​ Putin ​ໄດ້​ມາ​ຢ້ຽມ​ຢາມ​ ຫວຽດ​ນາມ 4 ຄັ້ງ ແລະ ການ​ຢ້ຽມ​ຢາມ​ທາງ​ລັດ​ຖະກິດແຕ່​ວັນ​ທີ 19-20 ມິ​ຖຸ​ນາ​ນີ້ ​ແມ່ນ​ຄັ້ງ​ທີ 5.

ອີກເທື່ອໜຶ່ງ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ ທ່ານ Putin ໄປຢ້ຽມຢາມໃນຕອນເລີ່ມຕົ້ນອາຍຸການຂອງປະທານາທິບໍດີສະໄໝໃໝ່, ຄ້າຍຄືກັບການຢ້ຽມຢາມຂອງທ່ານໃນປີ 2001, ເຊິ່ງໄດ້ດຳເນີນພາຍຫຼັງທີ່ທ່ານໄດ້ເຂົ້າຮັບຕຳແໜ່ງປະທານາທິບໍດີສະໄໝທຳອິດຂອງທ່ານ.

ແຕ່ລະການ​ຢ້ຽມ​ຢາມ​ຂອງ​ບັນດາປະມຸກລັດ ຍາມໃດກໍຕັ້ງຫວັງ​ວ່າ​ຈະ​ສ້າງ​ກຳ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ກັບ ຫວຽດນາມ, ທ່ານ Syunnerberg ເຊື່ອ​ໝັ້ນ​ວ່າ ກຳລັງຜັກດັນຈະ​ເປັນ​ພິ​ເສດທີ່ສຸດ ຍ້ອນຮູບ​ການ​ທີ່​ດີ ​ແລະ ຕັ້ງໜ້າ ເຊິງທ່ານ​ປະທານາທິບໍດີ Putin ໄດ້ມີ​ຢູ່​ ຫວຽດນາມ ​ແລະ ໃນການ​ພົວພັນ​ກັບ ຫວຽດນາມ.

ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ ການ​ພົວ​ພັນ​ສາ​ມັກ​ຄີ​ແບບ​ພິ​ເສດ​ລະ​ຫວ່າງ​ ຫວຽດ​ນາມ - ລາວ ນັບ​ມື້​ນັບ​ພັດ​ທະ​ນາ

ຍສໝ - ວັນ​ທີ 14 ມີນານີ້, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານນາງ ເຈື່ອງທິມາຍ ກໍາມະການ​ກົມການ​ເມືອງ, ​ຜູ້ປະຈຳ​ຄະນະເລຂາທິການ, ຫົວໜ້າຄະນະຈັດຕັ້ງສູນ​ກາງພັກກອມມູນິດ ຫວຽດນາມ​ ​ໄດ້ຕ້ອນຮັບ​ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະ​ລັດ ປະຊາທິປະ​ໄຕ ປະ​ຊາ​ຊົນ​ລາວ ​ ເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ຮັບໜ້າທີ່ປະຕິບັດງານຢູ່ ຫວຽດນາມ.

ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ-  ໄທ ການ​ພົວ​ພັນລະ​ຫວ່າງ​ປະ​ຊາ​ຊົນ ​ແມ່ນ​ພື້ນ​ຖານ​ການ​ຮ່ວມ​ມື, ພັດ​ທະ​ນາ​ ຫວຽດ​ນາມ- ໄທ

ຍສໝ - ນັ້ນ​ແມ່ນ​ຄຳເຫັນ​​ຂອງທ່ານ ນາງ Wiraka Moodhitaporn, ຫົວໜ້າກົງ​ສຸນ​ໃຫຍ່​ໄທ ປະຈຳ​ນະຄອນ ​ໂຮ່ຈີ​ມິນ, ທີ່​ກອງ​ປະ​ຊຸມ​ສະ​ເຫຼີມ​ສະ​ຫຼອງວັນ​ຊາດ 96 ປີ​ ​ແຫ່ງ​ລາດ​ຊະ​ອາ​ນາ​ຈັກ​ໄທ (5 ທັນ​ວາ 1927 – 5 ທັນ​ວາ 2023) ເຊິ່ງໄດ້ຈັດຂຶ້ນ​ໃນ​ວັນ​ທີ ວັນ​ທີ 7 ທັນ​ວາ​ນີ້​ ຢູ່​ນະ​ຄອນໂຮ່ຈີມິນ. ...

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.