ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ

07:43 | 21/06/2024

ຍສໝ​ - ນັ້ນ​ແມ່ນ​ການ​ແບ່ງ​ປັນ​ຂອງ​ນັກ​ສຶກ​ສາ​ລາວ ​ທີ່​ຮ່ຳ​ຮຽນ​ຂະແໜງການສະເພາະ​ດ້ານສື່​ມວນ​ຊົນ​ຢູ່ ​ຫວຽດ​ນາມ​ ຫຼາຍ​ຄົນ ກັບ​ນັກ​ຂ່າວວາ​ລະ​ສານຍຸກສະໄໝເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 99 ປີ​ແຫ່ງ​ວັນສື່​ມວນ​ຊົນ​ປະ​ຕິ​ວັດ​ ຫວຽດ​ນາມ (21 ມີຖຸນາ 1925-21 ມີຖຸນາ 2024).

ສື່​ມວນ​ຊົນ​ສາກົນ​ຍ້ອງຍໍ​ໄຊຊະນະ ​ດ້ຽນບຽນ​ຝູ ຂອງ​ ຫວຽດນາມ
ນັກ​ຮຽນ​ຮູ້ ອາກ​ຊັງ​ຕິນ ຍ້ອງ​ຍໍ​ຊົມ​ເຊີຍ​ໄຊ​ນະ​ນະ​ວັນ​ທີ 30 ເມ​ສາ ຂອງ ຫວຽດ​ນາມ

ທ້າວ ທິດຕະພອນ ເລືອນສັກດາ, ນັກສຶກສາປີ 3, ຂະແໜງການເມືອງພັດທະນາ, ພາກວິຊາການເມືອງວິທະຍາ, ສະຖາບັນ​ໂຄສະນາ ແລະ ຂ່າວສານ:

ປາດ​ຖະໜາ​ຢາກ​ຮ່ຳຮຽນເອົາ​ຄວາມ​ຮູ້ໃນການ​ເຮັດຂ່າວ​ຂອງ ຫວຽດນາມ

ຂ້າ​ພະ​ເຈົ້າໄດ້​ຮູ້​ວ່າ, ວັນ​ສື່​ມວນ​ຊົນປະ​ຕິ​ວັດ​ຫວຽດ​ນາມ ແມ່ນ​ໂອ​ກາດ​ສະເຫຼີມສະຫຼອງວັນສ້າງຕັ້ງ​ຂອງ​ໜັງ​ສື​ພິມ ແທັງນຽນ (ຊາວໜຸ່ມ) ໂດຍ​ທ່ານຜູ້ນຳ ຫງວຽນອ໋າຍກ໋ວກ ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 21 ມີຖຸນາ 1925. ໃນ​ຊຸມ​ມື້​ນີ້, ຫວຽດນາມ​ ມັກ​ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ ​ເພື່ອ​ເຊີດຊູໃຫ້ອາຊີບສື່​ມວນ​ຊົນ. ສ່ວນຢູ່ລາວກໍ່ມີມື້ສະເພາະ ສຳລັບສື່​ມວນ​ຊົນ - ວັນ 13 ສິງຫາ, ແຕ່ບັນຍາກາດບໍ່ຕ່າງຈາກມື້ປົກກະຕິຫຼາຍບານໃດ.

ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ
ທ້າວ ທິດຕະພອນ ເລືອນສັກດາ (ຊ້າຍ).

​ສື່​ມວນ​ຊົນຫວຽດນາມ ນັບ​ມື້​ນັບມີການປ່ຽນແປງໃໝ່ ແລະ ມີຫົວຄິດປະດິດສ້າງ, ພິ​ເສດ​ແມ່ນ​ໃນ​ຍຸກສະໄໝປັນຍາ​ປະດິດ (AI). ນີ້​ແມ່ນ​ເຫດຜົນ​ທີ່​ຂ້າພະ​ເຈົ້າ​ເລືອກ​ເອົາ ຫວຽດນາມ ​ເປັນ​ສະຖານ​ທີ່​ຮ່ຳຮຽນ​. ດ້ວຍ​ຄວາມ​ຮູ້​ທີ່​ໄດ້​ຮຽນ​ມາ, ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ປະກອບສ່ວນ​ຊຸກຍູ້​ການ​ພັດທະນາ​ຂະ​ແໜງ​ການ​ສື່​ມວນ​ຊົນຂອງ​ລາວ ເພື່ອພັດທະນາ.

ນາງ ສີມາໄລ ຄຳວົງສາ, ນັກສຶກສາປີ 4, ລຸ້ນ K40, ພາກວິຊາການເມືອງວິທະຍາ, ສະຖາບັນ​ໂຄສະນາ ແລະ ຂ່າວສານ:

ຂ້າພະ​ເຈົ້າ​ຢາກ​ນຳບັນດາ​ໜ້າເວັບ​ທີ່ຂຽນກ່ຽວກັບຫວຽດນາມ ໄປສູ່ພີ່ນ້ອງ, ​ເພື່ອນ​ມິດ​ຢູ່​ລາວ

ທີ່​ການ​ສະ​ເຫຼີມ​ສະ​ຫຼອງ​ວັນສື່​ມວນ​ຊົນ​ປະ​ຕິ​ວັດ​ ຫວຽດ​ນາມ ວັນ​ທີ 21 ມິ​ຖຸ​ນາ, ໂຮງ​ຮຽນຂອງພວກຂ້າພະເຈົ້າ ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ພົບ​ປະ, ສະແດງຄວາມຮູ້ບຸນຄຸນຕໍ່​ບັນດານັກ​ຂ່າວ​ໃນ​ເມື່ອ​ກ່ອນ, ການ​ພົບ​ປະ​ແລກ​ປ່ຽນສີລະປະ, ບານ​ເຕະ, ບານ​ສົ່ງ...

ຂ້າ​ພະ​ເຈົ້າ​ຈື່​ຈຳ​ຄຳ​ເວົ້າ​ຂອງ​ອາ​ຈານ​ຄົນ​ໜຶ່ງ​ຢູ່​ໃນພາກວິຊາທີ່ວ່າ “ອາຊີບ​ສື່ມວນຊົນ​ແມ່ນ​ຕິດພັນກັບກຽດສະຫງ່າ ແລະ ຄວາມ​ລໍາ​ບາກ. ບັນດານັກ​ຂ່າວ​ທີ່​​ຈິງໃຈ ຍາມໃດກໍ​ເຮັດ​ໃຫ້​ອາຊີບ​ສື່ມວນຊົນກາຍເປັນ​​ອາຊີບ​ທີ່​ໜ້າ​ນັບຖື​ ແລະ​ ພາກພູມ​ໃຈ”. ​ຄຳ​ເວົ້າ​​ເຫຼົ່າ​ນັ້ນ​ ​ໄດ້​ໃຫ້ຂ້າ​ພະ​ເຈົ້າມີກຳລັງຜັກດັນ ເພື່ອຕິດພັນກັບເສັ້ນທາງ​ທີ່ເລືອກຕື່ມອີກ.

ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ
ນາງ ສີມາໄລ ຄຳວົງສາ, ນັກສຶກສາປີ 4, ລຸ້ນ K40, ພາກວິຊາການເມືອງວິທະຍາ, ສະຖາບັນ​ໂຄສະນາ ແລະ ຂ່າວສານ

ໃນ​ໄລ​ຍະ​ຮຽນ​ຢູ່​ ຫວຽດ​ນາມ, ຂ້າ​ພະ​ເຈົ້າ​ ໄດ້ເຄີຍໄປຝຶກ​ງານ​ຢູ່​ຕາ​ແສງ ແທງ​ເຊີນ (ເມືອງ ບ໋າ​ທ້ວກ, ແຂວງ ແທງ​ຮວ໋າ). ນອກຈາກ ໄດ້ຮັບການຝຶກຝົນ​ຄວາມ​ຮູ້, ທັກສະສະເພາະແລ້ວ, ຂ້າພະ​ເຈົ້າ ຍັງ​ໄດ້ລົງຕົວຈິງບັນດາ​ການ​ເຄື່ອນ​ໄຫວ​ຊຸມ​ຊົນ, ການ​ແລກປ່ຽນກ່ຽວກັບ​ອາຫານ, ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ຢູ່​ທີ່​ນີ້.

ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ຈະ​ໄປ​ຍັງ​ຫລາຍ​ແຂວງ, ນະ​ຄອນ​ອື່ນໆຂອງ ຫວຽດ​ນາມ ເພື່ອ​ເຂົ້າ​ໃຈ​ປະ​ຊາ​ຊົນ ແລະ ວັດ​ທະ​ນະ​ທຳ​ຂອງ ​ຫວຽດ​ນາມ ຫຼາຍກ່ວາ ແລະ ໂດຍຜ່ານໜ້າເວັບຂຽນ​ຂອງຕົນທີ່ເລົ່າກັບຄອບ​ຄົວ, ເພື່ອນ​ມິດ​ຢູ່ ລາວ.

ນາງ ໄຊສົມພອນ ສີຈັນທະວົງ, ນັກສຶກສາປີ 2, ຂະແໜງການເມືອງພັດທະນາ, ພາກວິຊາການເມືອງວິທະຍາ, ສະຖາບັນ​ໂຄສະນາ ແລະ ຂ່າວສານ:

ຂ້າພະ​ເຈົ້າ ​ໄດ້​ຮັບ​ຄວາມ​ອວຍພອນ​ຫລາຍ​ຢ່າງ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສື່ມວນຊົນ​ປະຕິວັດ​ ຫວຽດນາມ

ນີ້​ແມ່ນ​ຄັ້ງ​ທີ 2 ທີ່​ຂ້າ​ພະ​ເຈົ້າ ​ໄດ້​ຕ້ອນຮັບວັນສື່​ມວນ​ຊົນປະ​ຕິ​ວັດ ​ຫວຽດ​ນາມ 21 ມິ​ຖຸ​ນາ. ບັນຍາກາດໃນໂຮງຮຽນກໍ່ຄຶກຄື້ນ, ທຸກຄົນມີຄວາມສຸກ.

ນັກ​ສຶກ​ສາ​ລາວ: ປາດ​ຖະ​ໜາ​ຢາກ​ນຳ​ຄວາມ​ຮູ້​ດ້ານ​ສື່​ມວນ​ຊົນ​ທີ່​ຮຽນ​ຢູ່​ຫວຽດ​ນາມ ມາ​ປະ​ຕິ​ບັດ​ຢູ່​ລາວ
ນາງ ໄຊສົມພອນ ສີຈັນທະວົງ, ນັກສຶກສາປີ 2, ຂະແໜງການເມືອງພັດທະນາ, ພາກວິຊາການເມືອງວິທະຍາ, ສະຖາບັນ​ໂຄສະນາ ແລະ ຂ່າວສານ

ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຊ່ວຍ​ໃຫ້​ພວກ​ຂ້າພະ​ເຈົ້າ​ ໄດ້​ໃກ້ຊິດ​ກັບ​ບັນດາ​ຄູ​ສອນ, ເພື່ອນ​ມິດ ​ຫວຽດນາມ, ຜ່ານນັ້ນ ກໍ່ໄດ້​ສ້າງ​ຄວາມ​ຊົງ​ຈຳ​ອັນ​ດີງາມ​ໃນ​ໄລຍະ​ຮຽນ​ຢູ່ ຫວຽດນາມ. ນີ້ກໍແມ່ນໂອກາດເພື່ອນັກສຶກສາສື່ມວນຊົນຄືພວກ​ຂ້າພະ​ເຈົ້າ​ ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຂ່າວທີ່ໄດ້ອຸທິດສະຕິປັນຍາ, ມີຄວາມກະຕືລືລົ້ນ, ບາງຄັ້ງກໍ່ທັງເລືອດເນື້ອ ແລະ ນ້ຳຕາ, ເພື່ອໃຫ້ຜູ້ອ່ານໄດ້ມີບົດຄວາມດີໆ ແລະ ມີຄຸນຄ່າ.

ຂ້າພະ​ເຈົ້າ​ ໄດ້​ຮັບ​ຫຼາຍຄຳ​ອວຍພອນ​ອັນ​ທີ່ດີ​​ຈາກ​ເພື່ອນ​ຮ່ວມ​ຫ້ອງ, ໃນ​ນັ້ນ​ມີ​ຄຳ​ອວຍພອນ​ອັນ​ໜຶ່ງ​ທີ່​ເຮັດ​ໃຫ້​ຂ້າພະ​ເຈົ້າ​ມີ​ຄວາມ​ສຸກ​ທີ່​ສຸດ​ຄື: “ຂໍ​ອວຍພອນ​ໃຫ້​ເອື້ອຍຂາແຂງ ຫີນອ່ອນ, ເດີນ​ທາງ​ໄດ້​ຢ່າງ​ສະ​ດວກ​, ບົດຮຽນປອດໄພ, ເງິນເດືອນຫຼາຍໆ, ມີ​ສຸຂະພາບ​ເຂັ້ມ​ແຂງ, ເຕັມໄປດ້ວຍພະລັງງານ ແລະ ສະເຫມີຫມັ້ນກັບອາຊີບນີ້”.

ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ ບັນດາຈຸດປາຍທາງ​ສວຍ​ງາມ​ທີ່​ສຸດ​ຂອງ​ ຫວຽດ​ນາມ ຕາມ​ການ​ແນະ​ນຳ​ຂອງ​ສື່​ມວນ​ຊົນ​ສາ​ກົນ

ຍສໝ - ໜັງສືພິມ The Sydney Morning Herald ຂອງ ອົດສະຕຣາລີ ໄດ້ຕີລາຄານະຄອນ ໂຮ່ຈີມິນ ເປັນຈຸດໝາຍປາຍທາງທີ່ດີສຳລັບການພັກຜ່ອນໄລຍະສັ້ນຢູ່ ຫວຽດນາມ, ໃນຂະນະ​ນັ້ນ ໜ້າເວບ Yahoo! Life of Singapore ກໍໄດ້ແນະ​ນຳ 9 ສະ​ຖານ​ທີ່​ສວຍ​ງາມ​ທີ່​ສຸດ​ຢູ່​ ຫວຽດ​ນາມ ເຊີ່ງ​ນັກ​ທ່ອງ​ທ່ຽວ​ບໍ່​ຄວນ​ພາດ ເມື່ອ​ມາ​ຢ້ຽມ​ຢາມ​​ດິນແດນ​ຮູບຕົວອັກສອນ ...

ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ ຈັດ​ຕັ້ງ​ບຸນເຕັດບຸນປີໃໝ່ໃຫ້​ແກ່​ນັກ​ສຶກ​ສາ ​ລາວ ​ຢູ່ ​ໄທຫງວຽນ

ຍສໝ - ວັນ​ທີ 10 ເມສາ, ຢູ່​ມະຫາວິທະຍາ​ໄລເຕັກ​ໂນ​ໂລ​ຢີຂໍ້​ມູນຂ່າວສານ ​ແລະ ການສື່ສານ (ມະຫາວິທະຍາ​ໄລ​ໄທ​ງວຽນ), ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ຕັ້ງ​ງານ​ບຸນປີໃໝ່ໃຫ້ແກ່ນັກສຶກສາ ລາວ ​ທີ່​ພວມ​ຮ່ຳຮຽນ, ຄົ້ນ​ຄ້ວາ​ຢູ່​ບໍລິເວນ.

ມິງດຶກ

ເຫດການ
302 Found

Found

The document has moved here.