ການ​ຮ່ວມ​ມືທ້ອງ​ຖິ່ນ​ແມ່ນ​ຈຸດ​ທີ່ປະກາຍແຈ້ງໃນ​ການ​ພົວ​ພັນ​ ຫວຽດ​ນາມ - ຝ​ຣັ່ງ

23:03 | 15/07/2024

ຍສໝ - ແຂວງ​ບິ່ງ​ດິ້ງ ​ແລະ ນະຄອນ​ໂຮ່ຈິ​ມິນ ຫາກໍ່ຈັດ​ຕັ້ງ​ການ​ພົບ​ປະ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 235 ປີ​ແຫ່ງ​ວັນ​ຊາດ ສາທາລະນະ​ລັດ ຝຣັ່ງ. ຂໍ້​ມູນ​ໃນບັນດາ​ເຫດການ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ແຂວງ ບິ່ງ​ດິ້ງ, ນະຄອນ​ໂຮ່ຈິ​ມິນ ກັບບັນດາ​ທ້ອງ​ຖິ່ນຂອງ ຝຣັ່ງ ນັບມື້ນັບພັດທະນາ​ໃນ​ຫຼາຍ​ຂົງ​ເຂດ.

ການ​ທູດ​ປະຊາຊົນ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື ຫວຽດນາມ - ອາ​ເມ​ລິ​ກາ
ຂີດໝາຍ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ແຂວງ ຮ​ວ່າ​ບິ່ງ ແລະ ຫົວ​ພັນ

ທີ່​ການ​ພົບ​ປະ​ໂດຍສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ ສົມທົບ​ກັບ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ນະຄອນ ​ໂຮ່ຈີ​ມິນ ຈັດຕັ້ງ, ທ່ານນາງ ຫງວຽນ​ທິຫງອກ​ຢຸງ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ນະຄອນ ​ໂຮ່ຈີ​ມິນ ໄດ້ທົບ​ທວນ​ຄືນ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ໃນ​ການ​ພົວພັນ​ ຫວຽດນາມ - ຝຣັ່ງ ​ໃນ​ບັນດາຂົງ​ເຂດ.

ທ່ານນາງ ຫງວຽນ​ທິຫງອກ​ຢຸງ ​ໃຫ້ຮູ້ວ່າ ມາ​ຮອດ​ປະຈຸ​ບັນ, ໄດ້ມີກວ່າ 38 ທ້ອງ​ຖິ່ນ​ບັນດາ​ຂັ້ນຂອງ ຝຣັ່ງ ແລະ 18 ​ແຂວງ, ນະຄອນ​ຂອງ ​ຫວຽດນາມ ເຂົ້າ​ຮ່ວມ​ການ​ຮ່ວມ​ມືດ້ວຍ 240 ​ໂຄງການ​ຮ່ວມ​ມືທີ່​ບໍ່ເປັນຈຸດສຸມລະຫວ່າງທ້ອງ​ຖິ່ນ​ຂອງ​ສອງ​ປະ​ເທດ, ສຸມ​ໃສ່ໃນ​ຂົງ​ເຂດສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ການ​ອະ​ນຸ​ລັກ​ມໍ​ລະ​ດົກ, ປະຊາຄົມພາສາຝຣັ່ງ, ພັດ​ທະ​ນາ​ຊົນ​ນະ​ບົດ, ພັດ​ທະ​ນາ​ຕົວ​ເມືອງ. ໃນນັ້ນ, ນະຄອນ​ໂຮ່ຈິ​ມິນ ແຮກສ່ຽວກັບນະຄອນ Lyon ​ແລະ ເຂດ Rhône – Alpes. ລະອຽດ, ເຂດ Rhône-Alpes ​ໄດ້​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໜູນຊ່ວຍ​ນະຄອນ ​ໂຮ່ຈີ​ມິນ ​ຂ້ອນຂ້າງ​ຫຼາກ​ຫຼາຍ​ໃນບັນດາ​ຂົງ​ເຂດ​ກ່ຽວກັບການວາງແຜນຜັງຕົວເມືອງ, ສາທາລະນະ​ສຸກ, ການ​ສຶກສາ, ບຳລຸງ​ສ້າງວິຊາຊີບ...; ນະຄອນ Lyon ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ກັບ​ບັນດາ​ຂົງ​ເຂດ​ບຸລິມະສິດ ປະກອບມີ ການ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ມໍລະດົກ, ການວາງແຜນຜັງ ແລະ ພັດທະນາ​ຕົວ​ເມືອງ, ການຄົມມະນາຄົມຕົວ​ເມືອງ... ໃນ​ນັ້ນ, ໄຟສະຫວ່າງຕົວເມືອງແມ່ນ​ຂົງ​ເຂດ​ຮ່ວມ​ມື​ທີ່​ພົ້ນ​ເດັ່ນ, ດ້ວຍ 5 ກິດຈະໄຟສະຫວ່າງສິລະປະກຳທີ່ໄດ້ປະຕິບັດສຳເລັດຜົນຢູ່​ນະ​ຄອນ​ໂຮ່​ຈິ​ມິນ.

ການ​ຮ່ວມ​ມືທ້ອງ​ຖິ່ນ​ແມ່ນ​ຈຸດ​ທີ່ປະກາຍແຈ້ງໃນ​ການ​ພົວ​ພັນ​ ຫວຽດ​ນາມ - ຝ​ຣັ່ງ

ທ່ານນາງ Emmanuelle Pavillon-Grosser ຫົວໜ້າກົງສູນໃຫຍ່ ສ.ຝຣັ່ງ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ກ່າວຄຳປາໄສທີ່ການພົບປະ. (ພາບ: HUFO)

ທ່ານນາງ Emmanuelle Pavillon-Grosser, ຫົວໜ້າກົງສູນໃຫຍ່ ສ.ຝຣັ່ງ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອເຫັນວ່າ ມີປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ຫຼາຍຄົນສາມາດເວົ້າ​ພາສາ​ຝຣັ່ງ ແລະ ຮັກ​ແພງປະ​ເທດ​ຝຣັ່ງ. ຕາມ​ທ່ານ​ນາງ​ແລ້ວ, ປະຊາ​ຄົມພາສາຝຣັ່ງ ແມ່ນ​ຂົວ​ຕໍ່ສາຍ​ພົວພັນ​ມິດຕະພາບ​ ຝຣັ່ງ-ຫວຽດນາມ ໃຫ້ນັບມື້ນັບ​ດີ​ງາມ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ກອງ​ປະຊຸມ​ສຸດ​ຍອດກຸ່ມພາສາຝຣັ່ງ ທີ່ໃກ້ຈະດຳເນີນຢູ່ Villers-Cotterêts, ປະເທດຝຣັ່ງ.

ທ່ານນາງ Emmanuelle Pavillon-Grosser ໃຫ້ຮູ້ວ່າ ໃນປີ​ນີ້, ຝຣັ່ງ ຈະ​ຕ້ອນຮັບ​ນັກ​ສຶກສາ 100 ຄົນຈາກ ຫວຽດນາມ ​ທີ່​ໄດ້​ຮັບ​ທຶນ​ສຶກສາ​ ກັບຍອດຈຳນວນ​ນັກ​ສຶກສາ ຫວຽດນາມ ທີ່​ພວມ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່ ຝຣັ່ງ ກ່ວາ 6.000 ຄົນ. ຫວຽດ​ນາມ ຍັງ​ແມ່ນ​ປະ​ເທດ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ຈາກ ຝຣັ່ງ ຫຼາຍອັນ​ດັບ​ສາມ​ໃນ​ໂລກ. ຄຽງ​ຂ້າງ​ນັ້ນ, ຫວຽດນາມ - ຝຣັ່ງ ກໍ່ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ບໍ່​ຢຸດ​ຢັ້ງຄື: ​ເສດຖະກິດ, ວິທະຍາສາດ, ວັດທະນະທຳ ​ແລະ ສິລະ​ປະ.

ທີ່​ການ​ພົບ​ປະ​ໂດຍ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ພ້ອມກັນກັບສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ແຂວງ ບິ່ງ​ດິ້ງ ຈັດ​ຕັ້ງ​ໃນ​ວັນ​ທີ 12 ກໍລະກົດ, ທ່ານ ​ເລ​ກົ່ງເຍື່ອງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຝຣັ່ງ ​ແຂວງ ກ່າວຄຳປາໄສວ່າ: ບົນເສັ້ນທາງກ່ວາ 50 ປີຜ່ານມາ, ຜ່ານ​ຜ່າ​ບັນດາການຜັນແປຂອງປະຫວັດສາດ, ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ ຫວຽດນາມ-ຝຣັ່ງ ນັບ​ມື້​ນັບ​ແໜ້ນ​ແຟ້ນ, ກ້າວເຂົ້າສູ່ລວງເລິກ, ການ​ຮ່ວມ​ມື​ຮອບດ້ານ, ອຸດົມສົມບູນ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ. ດ້ວຍ​ການ​ໜູນ​ຊ່ວຍອັນໃຫຍ່ຫຼວງ, ການ​ຮ່ວມ​ມື​ອັນ​ລ້ຳ​ຄ່າ​ນັ້ນ, ມາຮອດປະຈຸ​ບັນ ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ ​ອາຊີ​ ​ພັດທະນາ​ທີ່ຂະຫຍັນຂັນເຄື່ອນ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຕັ້ງໜ້າ. 2 ຝ່າຍ​ໄດ້ກຳນົດ​ຂອບ​ເຂດ “ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ຍາວນານ ແລະ ມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​” ມຸ່ງ​ໄປ​ສູ່​ການ​ພົວພັນ​​ຢ່າງ​ແໜ້ນ​ແຟ້ນ ແລະ ມີລະດັບ​ຍຸດ​ທະ​ສາດ.

ການ​ຮ່ວມ​ມືທ້ອງ​ຖິ່ນ​ແມ່ນ​ຈຸດ​ທີ່ປະກາຍແຈ້ງໃນ​ການ​ພົວ​ພັນ​ ຫວຽດ​ນາມ - ຝ​ຣັ່ງ

ບິ່ງ​ດິ້ງ ຈັດ​ຕັ້ງ​ການພົບປະເນື່ອງໃນໂອກາດ​ສະ​ເຫຼີມ​ສະ​ຫຼອງ 235 ປີ​ແຫ່ງ​ວັນ​ຊາດ ປະທເດ ສ.ຝຣັ່ງ. (ພາບ: ໜັງສືພິມ ບິ່ງດິງ)

ການ​ພົວ​ພັນ​ລະ​ຫວ່າງ​ແຂວງ ບິ່ງ​ດິ້ງ ແລະ ສ.ຝຣັ່ງ ນັບມື້ນັບພັດ​ທະ​ນາ​ໃນ​ໄລ​ຍະ​ຜ່ານ​ມາຢ່າງຕັ້າງໜ້າ. ບິ່ງດິ້ງ ໄດ້​ຮັບ​ຫຼາຍ​ໂຄງການ​ໜູນ​ຊ່ວຍ​ຂອງ​ ຝຣັ່ງ ໃນ​ບັນດາຂົງ​ເຂດ​ສາທາລະນະ​ສຸກ, ຮັບປະກັນຊີວິດສັງຄົມ... ພິເສດແມ່ນ 2 ​ໂຄງການ​ຄື: ສູນ​ສາກົນ​ວິ​ທະ​ຍາ​ສາດ ​ແລະ ການ​ສຶກສາລະຫວ່າງຂະແໜງການຢູ່ນະຄອນ ກຸຍເຍີ່ນ ໂດຍ ທ່ານ​ສາດສະດາຈານ ເຈີ່ນແທງເວີນ (ປະທານ​ສະມາຄົມ​ພົບປະ ​ຫວຽດນາມ) ​ແລະ ທ່ານສາດສະດາຈານ ເລກີ່ມຫງອກ ເປັນຜູ້ກໍ່​ຕັ້ງ​ ພ້ອມກັນກັບສູນຄົ້ນຫາວິ​ທະ​ຍາ​ສາດ ໄດ້ນຳເຂົ້າເຄື່ອນໄຫວ, ອັນໄດ້ສ້າງການ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ໃນ​ແຂວງ ​​​ແລະ ​ນັກ​ທ່ອງ​ທ່ຽວ​ໃນ​ທົ່ວ​ປະ​ເທດ.

ຜູ້ຕາງໜ້າບັນດານັກວິທະຍາສາດ ແລະ ຊາວຝຣັ່ງ ອາໄສຢູ່ຕ່າງປະເທດ, ທ່ານສາດສະດາຈານ Dumarchez Jacques, ຮອງປະທານສະມາຄົມພົບປະຫວຽດນາມ ປະຈຳ ຝຣັ່ງ ໄດ້ສະແດງຄວາມເປັນກຽດ ແລະ ຄວາມຕື້ນຕັນໃຈ ເມື່ອຕ້ອນຮັບວັນຊາດ ຝຣັ່ງ ເນື່ອງໃນໂອກາດມາຍັງ ບິ່ງດິ້ງ. ສ່ວນຕົວຂອງທ່ານ ແລະ ນັກວິທະຍາສາດ ຝຣັ່ງ ບາງຄົນທີ່ມີຄວາມກະຕືລືລົ້ນ ຈະໄປພ້ອມກັບ ທ່ານສາດສະດາຈານ ເຈີ່ນແທງເວີນ ແລະ ແຂວງ ບິ່ງດິ້ງ ໃນບັນດາການເຄື່ອນໄຫວ ດົນ​ບັນດານໃຈຄວາມຫຼົງໄຫຼ, ການ​ຄົ້ນ​ຫາ​ວິທະຍາສາດໃຫ້ລຸ້ນໜຸ່ມ ບິ່ງ​ດິ້ງ.

ການ​ພົວ​ພັນ​ຫວຽດ​ນາມ - ສ.​ເກົາ​ຫຼີ ​ເໝືອນດັ່ງ “ຄອບ​ຄົວດຽວກັນ” ການ​ພົວ​ພັນ​ຫວຽດ​ນາມ - ສ.​ເກົາ​ຫຼີ ​ເໝືອນດັ່ງ “ຄອບ​ຄົວດຽວກັນ”

ຍສໝ - ການພົວພັນຫວຽດນາມ - ສ.ເກົາຫຼີ ໄດ້ລື່ນກາຍການພົວພັນຄູ່ຮ່ວມມືກາຍ ເປັນການພົວພັນແບບພິເສດ ເໝືອນດັ່ງ “ຄອບຄົວດຽວກັນ”, ທ່ານ Choi Young Sam ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຄືແນວນັ້ນ ເມື່ອແລກປ່ຽນກັບສື່ມວນຊົນເນື່ອງໃນໂອກາດການຢ້ຽມຢາມ ຂອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໊ງ ແລະ​ພັນ​ລະ​ຍາ​ແຕ່​ວັນ​ທີ 30 ...

ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ຕັ້ງຫວັງພະລັງ​ແຮງໃໝ່ໃຫ້ສຳລັບການ​ພົວ​ພັນ​ລະ​ຫວ່າງ​ ຫວຽດ​ນາມ - ລັດ​ເຊຍ ຜ່ານ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin

ຍສໝ - ການ​ຢ້ຽມຢາມ​ ຫວຽດນາມ ທາງລັດຖະກິດ​ຂອງ​ທ່ານ​ປະທານາທິບໍດີ​ ລັດ​ເຊຍ Vladimir Putin ​ໄດ້​ຮັບ​ຖື​ວ່າ​ຈະ​ສ້າງພະລັງແຮງ​ໃໝ່ໃຫ້​ການ​ພົວພັນສອງຝ່າຍບົນ​ພື້ນຖານ​ຄວາມ​ຮັກ​ແພງ ​ແລະ ການ​ພົວພັນ​ອັນ​ດີງາມ​ທີ່ມີຢູ່ແລ້ວລະຫວ່າງ 2 ປະ​ເທດ.

ມີງດຶກ

ເຫດການ
302 Found

Found

The document has moved here.