ຍສໝ - ຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ເມັກຊິໂກ ປະຈຳ ຫວຽດນາມ Alejandro Negrín ມາຢ້ຽມຢາມພົບປະ.
ຕອນບ່າຍວັນທີ 16/3, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ເຊຍລາ ເລອອນ Julius Maada Bio ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14-20/3.
ຍສໝ - ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນການເຄື່ອນໄຫວໂຄສະນາເພື່ອສະເຫຼີມສະຫຼອງ “ປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ສົມທົບການຈັດຕັ້ງການເຄື່ອນໄຫວຫຼາຍຢ່າງທີ່ແທດຈິງ ໃນຂອບເຂດທົ່ວປະເທດ.
ຍສໝ - ໃນປີ 2021, ຫວຽດນາມ ແມ່ນຕະຫຼາດສະໜອງຢາງພາລາທຳມະຊາດໃຫຍ່ອັນດັບທີ 4 ໃຫ້ແກ່ເຢຍລະມັນ. ຕະຫຼາດຢາງພາລາທຳມະຊາດຂອງ ຫວຽດນາມ ໃນຍອດຈຳນວນນຳເຂົ້າຂອງ ເຢຍລະມັນ ກວມເອົາ 14,5% ເພີ່ມຂຶ້ນ 13,8% ໃນປີ 2020.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານ, ລັດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດເວົ້າລວມ, ໃນນັ້ນ ມີວິສາຫະກິດ, ນັກລົງທຶນຂອງ ອາເມລິກາ, ສະມາຊິກຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ເວົ້າສະເພາະ, ສືບຕໍ່ລົງທຶນຢ່າງສຳເລັດ, ຍືນຍົງ ແລະ ຍາວນານຢູ່ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 9 ມີນາຢູ່ຮ່າໂນ້ຍ, ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທິດ ໄດ້ສົມທົບກັບປະເທດລາວ ຈັດຕັ້ງກອງປະຊຸມ “ຕີລາຄາ, ສະຫຼຸບວຽກງານພິມຈຳໜ່າຍປຶ້ມມອບໃຫ້ປະເທດລາວນັບແຕ່ປີ 2018 - 2021”.
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ສ.ເຊັກໂກ ຖ້າຍຊ່ວນຢຸງ ແລະ ພະນັກງານຂອງສະຖານທູດ ໄດ້ໄປຢ້ຽມຢາມປະຊາຄົມຊາວຫວຽດນາມ ຢູ່ແຂວງ Ustecky.
ຍສໝ - ຕອນເຊົ້າວັນທີ 8 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດວິສາຫະກິດຫວຽດນາມ - ອາເມລິກາ ຄັ້ງທີ 5 ດ້ວຍຫົວຂໍ້ “ປັບປຸງການພົວພັນເສດຖະກິດ 2 ຝ່າຍ”.
ຍສໝ - ຕອນຄ່ຳວັນທີ 7 ມີນາ, ທີ່ການໂອ້ລົມສົນທະນາກັບທ່ານ Bogdan Aurescu ລັດຖະມົນຕີກະຊວງການຕ່າງປະເທດຣູມານີ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມບູຍແທັງເຊີນໄດ້ຢັ້ງຢືນວ່າຫວຽດນາມຖືເປັນສຳຄັນແລະມີຄວາມຫວັງຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອໃນໄລຍະກ່ວາ 70 ປີລະຫວ່າງຫວຽດນາມແລະຣູມານີ ໃຫ້ເລິກເຊິ່ງກ່ວາອີກ.
ໃນຊຸມມື້ມໍ່ໆມານີ້, ໜັງສືພິມໃຫຍ່ສະບັບຕ່າງໆຂອງລາວເຊັ່ນ ໜັງສືພິມປະຊາຊົນ, ປະເທດລາວ, ລາວພັດທະນາ ຫຼືສະຖານີໂທລະພາບ ແລະ ວິທະຍຸກະຈາຍສຽງແຫ່ງຊາດໄດ້ໃຫ້ຂ່າວ ແລະ ບົດຍ້ອງຍໍສັນລະເສີນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເນື່ອງໃນໂອກາດປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.
ຍສໝ - ທ່ານຮອງຜູ້ວ່າການ Moskva ຮັບຜິດຊອບນະໂຍບາຍເສດຖະກິດ Vladimir Yefimov ໃຫ້ຮູ້ວ່າ ບັນດາຜະລິດຕະພັນສົ່ງອອກປອດນິວເຄຼຍ, ປອດຊັບພະຍາກອນ ຂອງນະຄອນຫຼວງ Moskva ໄປຍັງ ຫວຽດນາມ ໄດ້ເພີ່ມຂຶ້ນທົບ 7 ເທົ່າເມື່ອທຽບໃສ່ກັບປີ 2020.
ຍສໝ - ຫວຽດນາມ ໄດ້ສະເໜີຝ່າຍລັດເຊຍສ້າງເງື່ອນໄຂໃຫ້ແກ່ວິສາຫະກິດ ຫວຽດນາມ ເຄື່ອນໄຫວ, ຊ່ວຍພໍ່ແມ່ປະຊາຊົນເຮັດໜັງສືພັກເຊົົາທີ່ສະດວກ.
ຍສໝ - ຕອນບ່າຍວັນທີ 2 ມີນາ, ສະຫະພັນການຈັດຕັ້ງມິດຕະພາບນະຄອນເກິນເທີ (ສະຫະພັນເກິນເທີ) ໄດ້ມີວາລະປະຊຸມເຮັດວຽກຮ່ວມກັບຄະນະບໍຫານງານສະມາຄົມມິດຕະພາບ ຫວຽດນາມ-ລາວ ນະຄອນເກິນເທີ, ສົນທະນາແຜນການຈັດກິດຈະກຳການເຄື່ອນໄຫວຕ່າງໆເພື່ອລະນຶກຄົບຮອບ 60 ປີ ວັນສ້າງການພົວພັນການທູດ (5/9/1962-5/9/2022) ແລະ ຄົບຮອບ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ (18/7/1977-18/7/2022).
ຍສໝ - ໃນລະຫວ່າງວັນທີ 28 ກຸມພາ ຫາ ວັນທີ 2 ມີນາ ຕາມຄຳເຊື້ອເຊີນຂອງທ່ານ Daniel Andrews ຂ້າຫຼວງລັດ Victoria, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕິດແທັງ ໄດ້ໄປຢ້ຽມຢາມລັດ Victoria ຢ່າງເປັນທາງການ. ທີ່ການແລກປ່ຽນ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ ແລະ ການນຳ ລັດ Victoria ໄດ້ແບ່ງປັນກ່ຽວກັບບັນດາກາລະໂອກາດອັນໃຫຍ່ຫຼວງທີ່ພວມເປີດຂຶ້ນສຳລັບທັງສອງຝ່າຍເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມໂດຍພື້ນຖານ.
ຍສໝ - ໂຄງການທາງດ່ວນແຕ່ພະນົມເປັນໄປຫາດ່ານໝົກບາຍ ແນໃສ່ເພີ່ມທະວີການເຊື່ອມໂຍງ ແລະ ຊຸກຍູ້ການພົວພັນເສດຖະກິດລະຫວ່າງສອງແຂວງຊາຍແດນ ຫວຽດນາມ-ກຳປູເຈຍ ໂດຍສະເພາະແມ່ນສູມໃສ່ຊຸດດັນການນຳເຂົ້າ-ສົ່ງອອກລະຫວ່າງສອງຝ່າຍ.
ຍສໝ - ທ່ານ ເຢືອງກວັກແທັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັກຊັງຕິນ ຫາກໍ່ມີການຢ້ຽມຢາມ, ເຮັດວຽກກັບແຂວງ Tierra del Fuego (ປະເທດ ອັກຊັງຕິນ) ເພື່ອແລກປ່ຽນກ່ຽວກັບຄວາມສາມາດໃນການຮ່ວມມືກັບບັນດາທ້ອງຖິ່ນ ຫວຽດນາມ...
ວັນທີ 26 ກຸມພາ, ທ່ານ ຫງວຽນຊວນຟຸກ ປະທານປະເທດ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມທາງລັດຖະກິດສິງກະໂປ ຢ່າງຈົບງາມຕາມຄໍາເຊື້ອເຊີນຂອງທ່ານ Halimah Yacob ປະທານາທິບໍດີສິງກະໂປ. ເນື່ອງໃນໂອກາດນີ້, ທ່ານ ໂຕແອັງຢູງ ຮອງລັດຖະມົນຕີຕ່າງປະເທດ ໄດ້ຕອບສໍາພາດຕໍ່ສື່ມວນຊົນກ່ຽວກັບຜົນການຢ້ຽມຢາມ.
ຍສໝ - ຕາມຂໍ້ມູນຂອງກົມພາສີຫວຽດນາມ, ການຄ້າສອງຝ່າຍລະຫວ່າງຫວຽດນາມ ແລະ ອິນເດຍ ໃນປີ 2021 ບັນລຸ 13,2 ຕື້ USD, ເພີ່ມຂຶ້ນ 36,5% ຈາກ 9,6 ຕື້ USD ໃນປີ 2020.
ຍສໝ - ທີ່ກອງປະຊຸມທາງໄກທີ່ໄດ້ດຳເນີນໃນວັນທີ 23 ກຸມພາ ລະຫວ່າງ ກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລະ ອຳນາການປົກຄອງປະຊາຊົນແຂວງຢຸນນານ (ຈີນ), ສອງຝ່າຍ ໄດ້ເຫັນດີເປັນເອກະພາບຈະຮ່ວມມືສ້າງ "ເຂດສີຂຽວ" ຢູ່ດ່ານຊາຍແດນ ແລະ ອຳນວຍຄວາມສະດວກໃຫ້ແກ່ການເກັບພາສີສິນຄ້າຂອງສອງປະເທດ.
ຍສໝ - ຕອນເຊົ້າວັນທີ 23 ກຸມພາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ John Kerry ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.