ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio

13:23 | 28/03/2022

ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 23 ມີນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາ​ຄະນະພັກ​ນະ​ຄອນ ຮ່າ​ໂນ້ຍ ​ດິ່ງ​ຕຽນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio, ກຸ່ມ​ບໍລິສັດ Sumitomo ​ແລະ ບໍລິສັດ​ຫຸ້ນ​ສ່ວນ​ກຸ່ມ BRG ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ໂຄງການ​ນະຄອນອັດ​ສະ​ລິ​ຍະ​ຮ່າ​ໂນ້ຍ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ
ທ່ານ​ເລຂາ​ຄະນະພັກ​ນະ​ຄອນຮ່າ​ໂນ້ຍ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio
ການ​ພົບ​ປະ (ພາບ: hanoimoi.com.vn)

ທີ່​ການ​ພົບ​ປະ, ທ່ານ ດິງ​ຕຽນຢຸງ ຖື​ວ່າ: ຮ່າ​ໂນ້ຍ ພວມ​ຍູ້​ແຮງ​ການ​ຟື້ນ​ຟູ, ພັດທະນາ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ, ຊຸກຍູ້​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ; ຄ່ອຍໆ​ເປີດການ​ບໍລິການ​ທ່ອງ​ທ່ຽວ​ຄືນ​ສູ່​ສະພາບ​ປົກກະຕິ​ໃໝ່.

ສຳລັບ​ໂຄງການ​ນະຄອນ​ອັດ​ສະ​ລິ​ຍະ​ຮ່າ​ໂນ້ຍ, ມາ​ຮອດ​ປະຈຸ​ບັນ, ຄວາມ​ຄືບ​ໜ້າ​ດ້ານ​ການ​ບຸກ​ເບີກ​ໜ້າ​ພຽງ​ໄດ້​ບັນລຸ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ໂດຍ​ພື້ນຖານ; ວຽກ​ງານ​ດັດ​ແກ້​ແບ່ງເຂດ​ແຜນ​ຜັງ​ໜອງ ເຟືອງແຈັກ ​ແລະ ​ເຂດ​ຕົວ​ເມືອງ ດົ່ງ​ແອງ ພວມ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ, ​ເລັ່ງຄວາມຄືບໜ້າ. ນະຄອນ​ສືບ​ຕໍ່​ຮັບ​ຟັງ ​ແລະ ແກ້ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ຕິດຄັດຂອງ​ໂຄງການ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ຄວາມຄືບໜ້າ, ການ​ຜັນ​ຂະຫຍາຍ​ບາງ​ລາຍການ​ໃຫຍ່, ​ເພື່ອ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ​ໃນ​ປີ 2023.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ Yamada Takio ​ໃຫ້​ຮູ້​ວ່າ: ການ​ກໍ່ສ້າງ​ນະຄອນ​ສີຂຽວ ​ແລະ ອັດ​ສະ​ລິ​ຍະຈະ​ແມ່ນ​ໜຶ່ງ​ໃນ​ບັນດາ​ບຸລິມະສິດ​ຂອງ​ການ​ຮ່ວມ​ມື​ລະຫວ່າງ ຍີ່ປຸ່ນ ​ແລະ ຮ່າ​ໂນ້ຍ; ໃນນັ້ນ ໂຄງການ ນະຄອນ ​ອັດ​ສະ​ລິ​ຍະ ຮ່າໂນ້ຍ ແມ່ນຈຸດພົ້ນເດັ່ນຂອງການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ; ສະ​ເຫຼີມ​ສະ​ຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດຢ່າງແທດຈິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.