ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

16:32 | 23/03/2022

ຍ​ສ​ໝ -ທ່ານ​ນາ​ຍົ​ກ​ລັດ​ຖ​ະ​ມົນ​ຕີ ມາ​ເລ​ເຊຍ Dato Sri Ismail Sabri bin Yaakob ​ດຳ​ເນີນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 20 – 21 ມີ​ນາ.

ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ແງ່​ຫວັງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ ສະ​ຖາ​ບັນ​ນະ​ໂຍ​ບາຍ​ອົດ​ສະ​ຕາ​ລີ - ຫວຽດ​ນາມ: ຂົວ​ເຊື່ອມ​ຕໍ່​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງ​ກ່​ວາອ​ີກ
ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່
ທ່ານ​ນາ​ຍົ​ກ​ລັດ​ຖ​ະ​ມົນ​ຕີ ມາ​ເລ​ເຊຍ Dato Sri Ismail Sabri bin Yaakob (ພາບ: TTXVN)

ການ​ຢ້ຽມ​ຢາມ​ຖື​ກ​ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ມິດ​ຕະ​ພາ​ບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ​.

ການ​ພົວ​ພັນ​ພັດ​ທະ​ນາ​ຢ່າງ​ດີ​ງາມ

ຫວຽດ​ນາມ ແລະ ມາ​ເລ​ເຊຍ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ປີ 1973, ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ນັບ​ແຕ່​ເດືອນ ສິງ​ຫາ 2015 ແລະ ພ​ວມ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ໂຄງ​ການ​ກະ​ທຳ ເພື່ອ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ໄລ​ຍະ 2021 – 2025. ໃນ​ໄລ​ຍະ​ຜ່ານ​ມາ, 2 ຝ່າຍ​ໄດ້​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ ແລະ ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈຳ. ໂດຍບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ-19, ບັນ​ດາ​ການ​ພົບ​ປະ​ຂັ້ນ​ສູງ​ຍັງ​ສືບ​ຕໍ່​ໄດ້​ຮັບ​ການ​ຮັກ​ສາ​ໄວ​້ຢ່າງ​ມີ​ໄຫວ​ພິບ​ນັບ​ແຕ່​ປີ 2020 ມາ​ຮອດ​ປະ​ຈ​ຸ​ບັນ ດ້ວຍ​ຫຼາຍ​ຮູບ​ແບບ​ຄື ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ການ​ເຈ​ລະ​ຈາ​ທາງ​ໄກ…

2 ປະ​ເທດ​ໄດ້ ແລະ ພວມ​ຮັກ​ສາ​​ບາງ​ກົນ​ໄກ​ຮ່ວມ​ມື 2 ຝ່າຍຢ່າງ​ມີ​ປະ​ສິ​ດ​ທິ​ຜົນ​ຄື: ຄະ​ນະ​ກຳ​ມະ​ການ​ປະ​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ຫວຽດ​ນາມ - ມາ​ເລ​ເຊຍ; ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ…

ໃນ​ຂົງ​ເຂດ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ- ການ​ຄ້າ - ກ​າ​ນ​ລົງ​ທຶນ, ປີ 2021, ມາ​ເລ​ເຊຍ ແມ່ນ​ຄູ່​​ຄ້າ​ໃຫຍ່​ອັນ​ດັບ​ທີ 2 ຂອງ ຫວຽດ​ນາມ ໃນ ອາ​ຊຽນ ແລະ ຢືນ​ອັນ​ດັບ​ທີ 9 ໃນ​ໂລກ, ສ່ວນ ຫວຽດ​ນາມ ແມ່ນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງ​ ມາ​ເລ​ເຊຍ ໃນ​ ອາ​ຊຽນ. ໄລ່​ຮອດ​ໝົດ​ເດືອນ ກຸມ​ພາ 2022, ຍອດ​ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ - ນຳ​ເຂົ້າ ລະ​ຫວ່າງ 2 ປະ​ເທດ​ບັນ​ລຸ​ເກືອບ 2,2 ຕື້ USD, ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021.

ກ່ຽວ​ກັບ​ການ​ລົງ​ທຶນ, ປະ​ຈຸ​ບັນ ມາ​ເລ​ເຊຍ ແມ່ນ​ນັກ​ລົງ​ທຶນ​ຢືນ​ອັນ​ດັບ​ທີ 2 ໃນ​ອາ​ຊຽນ ຢູ່ ຫວຽດ​ນາມ (ຖ​ັດ​ຈ​າກ ສິງ​ກະ​ໂປ), ຢືນ​ອັນ​ດັບ​ທີ 10/140 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ເຂົ້າ ຫວຽດ​ນາມ, ດ້ວຍ 668 ໂຄງ​ການ​ຍັງ​ມີ​ຜົນ​ສັ​ກ​ສິດ, ຍອດ​ທຶນ​ຈົດ​ທະ​ບຽນ​ແມ່ນ 13 ຕື້ USD. ໃນ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ປະ​ຈຸ​ບັນ ມີ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ມານກວ່າ 1.000 ຄົນ​ພວມ​ຮ່ຳ​ຮຽນ​ຢູ່ ມາ​ເລ​ເຊຍ. 2 ຝ່າຍ​ໄດ້​ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ໃນ​ວັນ​ທີ 06 ມີ​ນາ 2019.

ໄລ​ຍະ 2 ປີ​ຜ່ານ​ມາ, ເມື່ອ​ໂລກ​ລະ​ບາດ​ໂຄວິດ-19 ແຜ່​ລະ​ບາດ, ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ວຽກ​ງານ​ໜູນ​ຊ່ວຍ​ດ້ານ​ການ​ແພດ​ໃຫ້​ແກ່ ມາ​ເລ​ເຊຍ ທີ່​ມີ​ມູນ​ຄ່າ 50.000 USD. ສະ​ພາແຫ່ງ​ຊາດ ຫວຽດ​ນາມ ໄດ້​ມອບ​ຜ້າ​ອັດ​ປາກ - ອັດ​ດັງ 20.000 ອັນ​ຜ່ານ​ສະ​ຖານ​ທູດ ມາ​ເລ​ເຊຍ ປະ​ຈຳ ຮ່າ​ໂນ້ຍ.

ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື

ໃນ​ສະ​ພາບ​ການນັ້ນ, ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Dato Sri Ismail Sabri bin Yaakob ແມ່ນມີ​ຄວາມ​ໝາຍ​ຫຼາຍ​ຢ່າງ. ກ່ອນ​ອື່ນ​ໝົດ​, ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ຈຸດ​ປະ​ສົງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື 2 ຝ່າຍກວ່າ​ອີກ, ພ້ອມ​ທັງນີ້ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ 2 ຝ່າຍ​ຄົ້ນ​ຫາ​ແງ່​ມູມ​ໃໝ່​ຂອງ​ການ​ຮ່ວມ​ມື 2 ຝ່າຍ; ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ສິ່ງ​ສຳ​ຄັນ​ໃນ​ປະ​ຈຸ​ບັນ​ສຳ​ລັບ​ທັງ ຫວຽດ​ນາມ ແລະ ມາ​ເລ​ເຊຍ ແມ່ນ​ເພີ່ມ​ລະ​ດັບ​ຄວາມ​ໄວ ແລະ ເປີ​ດກວ້າງການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ. ມາ​ເລ​ເຊຍ ສົນ​ໃຈ​ເຖິງ​ເລື່ອງ​ຊຸກ​ຍູ​້​ລະ​ບົບ​ຊີ​ວະ​ພາບ​ເສດ​ຖະ​ກິດ​ເຕັກ​ນິກ​ດີ​ຈ​ີ​ຕອນ​ກັບ ຫວຽດ​ນາມ, ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ, ​ການຜະ​ລິດ​ອັດ​ສະ​ລິ​ຍະ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່, ເຕັກ​ໂນ​ໂລ​ຊີ​ການ​ເງິນ ແລະ ຄວາມ​ໝັ້ນ​ຄົງ​ດ້ານ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ.

ອາດ​ຢັ້ງ​ຢືນ​ໄດ້​ວ່າ ການ​ຢ້ຽມ​ຢາມ ຫວຽດ​ນາມ ຄັ້ງ​ນີ້​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ Dato Sri Ismail Sabri bin Yaakob ບໍ່​ພຽງ​ແຕ່​ເພື່ອ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ສ່ວນ​ຕົວ​ອັນ​ດີ​ງາມ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ເປີດ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ຫຼາຍ​ຢ່າງ​ທີ່​ແທດ​ຈິງ, ມີ​ປະ​ສິດ​ທິ​ຜົນ, ເຊື່ອມ​ຕໍ່​ລະ​ຫວ່າງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ ແລະ ລັດ​ຖະ​ບານ 2 ປະ​ເທດ, ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ອີກ​ດ້ວຍ.

ເລື່ອງ​ສອງ​ປະ​ເທ​ດ​ພ້ອ​ກັນ​ເປີດ​ປະ​ຕູ​ຄືນ​ໃໝ່​ພາຍຫຼັງ​ປິດ​ປະ​ຕູ​ຊາຍ​ແດນ​ເພື່ອ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ມາ​ເປັນ​ເວ​ລາ 2 ປີ ແມ່ນ​ກາ​ລະ​ໂອ​ກາດ​ໃຫຍ່ຫຼວງ​ທີ່​ສຸດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫ​ະ​ກິດ, ນັກ​ລົງ​ທຶນ, ຜູ້​ອອກ​ແຮງ​ງານ, ນັກ​ຮຽນ ແລະ ນັກ​ສຶກ​ສາ​ສອງ​ປະ​ເທດ​ສາມາດກັບ​ຄືນ, ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ ແລະ ຂະ​ຫຍັນ​ຂັນ​ເຄື່ອນຕາມ​ທີ່​ມີ​ຢູ່​ແລ້ວ, ເປີດກວ້າງ​ກາ​ລະ​ໂອ​ກາດ​ໃນ​ການ​ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ - ມາ​ເລ​ເຊຍ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.