ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ -ມາ​ເລ​ເຊຍ

08:57 | 23/03/2022

ຕອນເຊົ້າວັນທີ 20 ມີນາ ຢູ່ ຮ່າໂນ້ຍ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ພົບປະສົນທະນາກັບທ່ານ ລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah ພວມຢ້ຽມຢາມ ຫວຽດນາມ.

ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງປະເທດລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ເມັກ​ຊິ​ໂກ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງປະເທດລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ເມັກ​ຊິ​ໂກ
ສະຫະສະ​ມາ​ຄົມເກິນ​ເທີ, ​ສະ​ຖາ​ບັນ FNF ​ແລະ ມະຫາວິທະຍາ​ໄລ ເກິນ​ເທີ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື ສະຫະສະ​ມາ​ຄົມເກິນ​ເທີ, ​ສະ​ຖາ​ບັນ FNF ​ແລະ ມະຫາວິທະຍາ​ໄລ ເກິນ​ເທີ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື
ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ -ມາ​ເລ​ເຊຍ
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດ ຫວຽດນາມ ພົບປະສົນທະນາກັບທ່ານ ລັດຖະມົນຕີການຕ່າງປະເທດ ມາເລເຊຍ Saifuddin Abdullah (ພາບ: hanoimoi.com.vn)

ທີ່ການພົບປະສົນທະນາ, ລັດຖະມົນຕີທັງສອງທ່ານ ໄດ້ແລກປ່ຽນກ່ຽວກັບການກະກຽມໃຫ້ແກ່ການຢ້ຽມຢາມ ຫວຽດນາມ ຂອງທ່ານ ນາຍົກລັດຖະມົນຕີ ມາເລເຊຍ Ismail Sabri Yaakob ໃນວັນທີ 20 ແລະ 21 ມີນາ; ທິດທາງການເພີ່ມທະວີການສົມທົບລະຫວ່າງ ກະຊວງການຕ່າງປະເທດຂອງທັງສອງປະເທດ ເພື່ອປະກອບສ່ວນຊຸກຍູ້ການຮ່ວມມືສອງຝ່າຍ ຫວຽດນາມ - ມາເລເຊຍ, ພ້ອມກັບບາງບັນຫາພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ.

ລັດຖະມົນຕີທັງສອງທ່ານເຫັນດີ ຮ່ວມມືກັນຢ່າງແຫນ້ນແຟ້ນ ແລະ ສົມທົບກັບບັນດາອົງການກ່ຽວຂ້ອງຂອງແຕ່ລະປະເທດ ສືບຕໍ່ຜັນຂະຫຍາຍບົດບັນທຶກກອງປະຊຸມຄັ້ງທີ 6 ຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດ ແລະ ເຕັກນິກລະຫວ່າງສອງປະເທດໃນເດືອນ ພະຈິກ ປີ 2021 ກໍ່ຄືໂຄງການດຳເນີນງານໄລຍະ 2021- 2025

ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ມາເລເຊຍ. ລັດຖະມົນຕີທັງສອງທ່າຍ ກໍ່ເຫັນດີກ່ຽວກັບການກຳນົດທິດໃຫຍ່ ເພື່ອແນໃສ່ກະກຽມການເຄື່ອນໄຫວສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2023.

ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ລັດຖະມົນຕີທັງສອງທ່ານຢັ້ງຢືນ ຈະສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນຢູ່ບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສສາກົນ ແລະ ພາກພື້ນ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.