ESCAP ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ ຫວຽດນາມ

14:00 | 28/03/2022

ຍ​ສ​ໝ - ທ່ານນາງຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ທັງເປັນ​ເລຂາບໍລິຫານຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ​ແລະ ສັງຄົມ​ຂອງ​ສະຫະ​ປະຊາ​ຊາດ ປະຈຳ​ອາຊີ ​ແລະ ປາຊີ​ຟິກ (ESCAP) Armida Salsiah Alisjahbana ຢືນຢັນ​ວ່າ ຄະນະ​ກຳມະການ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຍາມ​ໃດ​ກໍ່ຈະ​ເອົາ​ໃຈ​ໃສ່, ຕັ້ງໜ້າໜູນຊ່ວຍ ຫວຽດນາມ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ
ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ -ມາ​ເລ​ເຊຍ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ -ມາ​ເລ​ເຊຍ
ESCAP ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ກັບ ຫວຽດນາມ
ທ່ານນາງຮອງ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Armida Salsiah Alisjahbana ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ຟານ​ຈີ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ​ໄທ (ພາບ: TTXVN)

ຕາມ​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ບາງກອກ​ແລ້ວ, ການ​ຢືນຢັນ​ຂອງ​ທ່ານນາງ Armida Salsiah Alisjahbana ​ໄດ້​ຍົກ​ອອກ​ທີ່​ການ​ພົບ​ປະ ແລະ ເຮັດ​ວຽກ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ມີນາ​ ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຟານ​ຈີ​ແທ່ງ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ​ໄທ ​ ທັງ​ເປັນ​ຜູ້​ປະ​ຈຳການ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ESCAP.

ທີ່​ການ​ເຮັດ​ວຽກ, ສອງ​ຝ່າຍ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ ESCAP ຄັ້ງທີ 78 ທີ່​ຄາດ​ວ່າຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພຶດສະພາ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ESCAP.

ທ່ານ​ນາງ Armida Salsiah Alisjahbana ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ປະກອບສ່ວນ​ຂອງ​ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ພາກ​ພື້ນ ​ແລະ ສາກົນ ​ແລະ ​ໄດ້​ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ຄວາມ​ມານະ​ພະຍາຍາມ ​ແລະ ຄວາມ​ຕັດສິນ​ໃຈ​ຂອງ ຫວຽດນາມ ​ໃນ​ການ​ປະຕິບັດ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການພັດ​ທະ​ນາ​ແບບ​ຍືນ​ຍົງ, ​ໂດຍ​ສະ​ເພາະ​ແມ່ນ​ຄຳ​ໝັ້ນ​ສັນ​ຍາຢ່າງ​ແຮງ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ທີ່ກອງ​ປະ​ຊຸມ​ຄັ້ງ​ທີ 26 ຂອງ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາແມ່​ຂອງ​ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​ກາດ (COP26).

ທ່ານ​ເອກ​ອັກຄະ​ລັດຖະທູດ ຟານ​ຈີ​ແທງ ຢືນຢັນ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ ESCAP ​ແລະ ຈະ​ຕັ້ງໜ້າ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທີ 78 ກໍ່​ຄື​ບັນດາ​ການ​ເຄື່ອນ​ໄຫວ​ລວມ​ຂອງ ESCAP ​ແລະ ພາກ​ພື້ນ ອາຊີ - ປາຊີ​ຟິກ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ຕີ​ລາຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ESCAP ​ໃຫ້ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ບັນດາ​ໂຄງການ ​ແລະ ​ແນະນຳ​ດ້ານ​ນະ​ໂຍບາຍ, ການ​ຊ່ວຍ​ເຫຼືອ​ດ້ານເຕັກນິກ ​ແລະ ຍົກສູງກຳລັງແຮງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ESCAP ຈະ​ສືບ​ຕໍ່​ໜູນ​ຊ່ວຍ ​ແລະ ລະດົມ​ບັນດາ​ຄູ່​ຮ່ວມ​ມື​ສາກົນ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ດ້ານ​ແຫຼ່ງກຳລັງ, ​ເຕັກ​ໂນ​ໂລ​ຢີ ​ແລະ ປະສົບ​ການ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.