| ການາດາ ຖືເປັນສຳຄັນການພົວພັນກັບ ຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດ | |
| ສ້າງຄວາມສະດວກໃຫ້ຊາວຫວຽດນາມທີ່ຍັງເຫຼືອຢູ່ ຢູແກຼນໄດ້ຍົກຍ້າຍໄປເຖິງເຂດປອດໄພ | 
|  | 
| ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Marise Payne (ພາບ: baoquocte.vn) | 
ໃນການໂອ້ລົມທາງໂທລະສັບ, ລັດຖະມົນຕີສອງທ່ານໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາຢ່າງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ.
ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງຕໍ່ເລື່ອງ ອົດສະຕາລີປະກາດວ່າຈະໜູນຊ່ວຍວັກຊິນກັນໂຄວິດ - 19 ໃຫ້ຫວຽດນາມ ຕື່ມອີກ ເພື່ອຜັນຂະຫຍາຍບັ້ນສັກວັກຊິນໃຫ້ເດັກນ້ອຍ, ທ່ານກໍ່ຖືວ່າ ການໜູນຊ່ວຍອັນລ້ຳຄ່າ ແລະ ທັນການຂອງລັດຖະບານອົດສະຕາລີ ຈະຊ່ວຍໃຫ້ຫວຽດນາມ ຍູ້ໄວການສັກວັກຊິນ, ປະກອບສ່ວນຢ່າງແທດຈິງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ໃນປັດຈຸບັນ.
ລັດຖະມົນຕີສອງທ່ານໄດ້ເຫັນດີຕີລາຄາສູງຕໍ່ເລື່ອງສອງປະເທດເປີດປະຕູຢ່າງສົມບູນ ຈະສ້າງຄວາມສະດວກໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃນທຸກຂົງເຂດ, ເປັນຕົ້ນແມ່ນການແລກປ່ຽນຄະນະຜູ້ແທນ, ການພົບປະແລກປ່ຽນປະຊາຊົນ, ເສດຖະກິດ, ກະສິກຳ, ແຮງງານ...ປະກອບສ່ວນນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.
ວີໂອວີ
 
                 
  
  
                                             
                                             
                                             
                                             
                                             
                                             
                                             
                                             
                                             
                 
                 
                 
                     
                     
                     
                    