ທ່ານ​ປະທານ​ປະ​ເທດ ສ.​ເກົາຫຼີ ​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ກັບ ຫວຽດນາມ

12:27 | 28/03/2022

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ໃນ​ວັນ​ທີ 23 ມີ​ນາ, ​ທ່ານໂຄສົກ​ຂອງປະທານາທິບໍດີ ສ.​ເກົາຫຼີ Kim Eun-hye ​ໃຫ້​ຮູ້​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດມີ​ຄວາມ​ເປັນ​ມິດ​ກັບ ສ.​ເກົາຫຼີ ​ແລະ ໄດ້ຮັກສາ​ການ​ພົວພັນ​ບ​ທີ່ມີ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ເປັນ​ມູນ​ເຊື້ອໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະບາດ​ໂຄ​ວິດ-19 ​ແລະ ລະ​ບົບ​ສະໜອງ​ທົ່ວ​ໂລກຖືກຂາດວັດ​ຂາດ​ຕອນ.

ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບ ຫວຽດນາມ
​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ
ທ່ານ​ປະທານ​ປະ​ເທດ ສ.​ເກົາຫຼີ ​ເນັ້ນ​ໜັກ​ເຖິງ​ການ​ພົວພັນ​ກັບ ຫວຽດນາມ
ທ່ານ ປະທານາທິບໍດີ ສ.​ເກົາຫຼີ ຄົນ​ໃໝ່ Yoon Suk-yeol (ພາບ: Yonhap/TTXVN)

ປີ 2022 ແມ່ນ​ປີ​ທີ່​ສອງ​ປະ​ເທດ​ສະ​ເຫຼີມ​ສະ​ຫຼອງ 30 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ. ປະຈຸ​ບັນ, ການ​ພົວພັນ​ສອງ​ຝ່າຍ ​ສ.​ເກົາຫຼີ - ຫວຽດນາມ ​ໄດ້​ຮັບ​ການ​ຍົກ​ລະດັບ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ທ່ານ​ນາງ Kim Eun-hye ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ ຫວຽດນາມ ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ສ.​ເກົາຫຼີ ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ໃນ​ນັ້ນ​ ຫວຽດນາມ ສວມ​ບົດບາດ​ເປັນ​ຜູ້​ປະສານ​ງານ.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຈະ​ເປັນ​ການ​ນຳ​ຕ່າງ​ປະ​ເທດ​ຄົນ​ທີ 6 ທີ່​ມີ​ການສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບທ່ານ Yoon Suk-yeol ນັບ​ແຕ່​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາຫຼີ ເມື່ອ​ວັນ​ທີ 10 ມີ​ນາ.

ກ່ອນ​ໜ້າ​ນັ້ນ, ທ່ານ Yoon Suk-yeol ​ໄດ້​ສົນທະນາ​ທາງ​ໂທລະສັບ​ກັບ​ທ່ານປະທານາທິບໍດີ​ອາ​ເມ​ລິ​ກາ Joe Biden, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Kishida Fumio, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson, ທ່ານນາຍົກລັດຖະມົນຕີ ອົດ​ສະ​ຕາ​ລີ Scott Morrison ​ແລະ ທ່ານ​ນາຍົກລັດຖະມົນຕີ ອິນ​ເດຍ Narendra Modi.

ບຸນ​ຄົງ

302 Found

Found

The document has moved here.