ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງປະເທດລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ເມັກ​ຊິ​ໂກ

08:57 | 18/03/2022

ຍ​ສ​ໝ - ຕອນບ່າຍວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ເມັກຊິໂກ ປະຈຳ ຫວຽດນາມ Alejandro Negrín ມາຢ້ຽມຢາມພົບປະ.

ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022 ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022
ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ແມ່​ຍິ​ງ ຫວຽດ​ນາມ ສືບ​ຕໍ່​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ແມ່​ຍິ​ງ ຫວຽດ​ນາມ
ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງປະເທດລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ເມັກ​ຊິ​ໂກ
ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສະຫະພັນ ເມັກຊິໂກ ປະຈຳ ຫວຽດນາມ Alejandro Negrín

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ເຟືອງ​ງາ ​ໄດ້​ແຈ້ງ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ​ເມັກ​ຊິໂກ ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ດ້ວຍ 3 ​ເສົາ​ຄ້ຳ: ການ​ທູດ​ຂອງ​ພັກ, ການ​ທູດ​ແຫ່ງ​ລັດ ​ແລະ ການ​ທູດ​ປະຊາຊົນ. ​ໂດຍ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ​ໃນ​ການ​ທູດ​ປະຊາຊົນ, VUFO ຍາມ​ໃດ​ກໍ່​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ, ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ໃນ​ຂົງ​ເຂດ.ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ຫງວຽນ​ເຟືອງ​ງາ ​ໄດ້​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ Alejandro Negrín ມາ​ຮັບ​ໜ້າ​ທີ່​ຢູ່ ຫວຽດນາມ, ເຊື່ອ​ໝັ້ນ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ​ຈະ​ປະສົບ​ຜົນສຳ​ເລັດ ​ແລະ ມີປະສົບ​ການ​ທີ່​ໜ້າ​ຈົດ​ຈຳ​ຫຼາຍ​ຢ່າງ​ຢູ່ ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ນາງ ຫງວຽນ​ເຟືອງ​ງາ ໄດ້ສະ​ເໜີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະຖານທູດ ​ເມັກ​ຊິໂກ ປະຈຳ ຫວຽດນາມ ​ແລະ VUFO ​ໃນ​ການ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ, ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ, ​ເຊື່ອມ​ໂຍງ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ເອກ​ອັກຄະ​ລັດຖະທູດ ກໍ່​ຫວັງ​ວ່າ 2 ຝ່າຍ​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ປະຊາຊົນ ຫວຽດນາມ - ​ເມັກ​ຊິໂກ, ສ້າງ​ພື້ນຖານ​ຊຸກຍູ້​ການ​ສ້າງ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ຊາງ ຫງວຽນ​ເຟືອງ​ງາ ​ເຊື່ອ​ໝັ້ນ​ວ່າ ທ່ານ​ເອກ​ອັກຄະ​ລັດຖະທູດ Alejandro Negrín ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ 2 ຝ່າຍ ຫວຽດນາມ - ​ເມັກ​ຊິໂກ, ​ໃນ​ນັ້ນ​ມີ​ການ​ສືບ​ຕໍ່ສະໜັບສະ​ໜູນ​ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ ​ໄລຍະ 2023 – 2025 ​ກໍຄືຢູ່ບັນດາເວທີປາໄສ​ຫຼາຍ​ຝ່າຍ ແລະ ສາກົນ.

ບົນ​ພື້ນຖານ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ - ການ​ທູດ, ​ເສດຖະກິດ - ການ​ຄ້າ​ທີ່​ດີງາມ​ທີ່​ສອງ​ປະ​ເທດ​ບັນລຸ​ໄດ້, ທ່ານ​ເອກ​ອັກຄະ​ລັດຖະທູດ​ເມັກ​ຊິ​ໂກ Alejandro Negrín ຢືນຢັນ​ວ່າ ​ໃນ​ໄລຍະ​ດຳລົງ​ຕຳ​ແໜ່​ງ, ພ້ອມ​ທັງ​ລົງ​ເລິກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ລະບົບ​ການ​ເມືອງ ​ແລະ ​ເສດຖະກິດ ຈະ​ຊຸກຍູ້​ການ​ແລກປ່ຽນ​ປະຊາຊົນ​ລະຫວ່າງ​ສອງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ເມັກ​ຊິ​ໂກ ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ​ຕໍ່​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ ​ແລະ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ຫວຽດນາມ ທີ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ. ຢືນຢັນ​ຈະ​ສືບ​ຕໍ່​ສະໜັບສະໜູນ​ບົດບາດ​ຂອງ​ຫວຽດນາມ ​ໃນ​ບັນດາ​ອົງການ​ສາກົນ, ຊຸກຍູ້​ການ​ພົວພັນ 2 ຝ່າຍ ຫວຽດນາມ - ​ເມັກ​ຊິໂກ ​ເວົ້າ​ລວມ ​ແລະ ປາດ​ຖະໜາ​ຢາກ​ສົມທົບ​ກັນ​ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ VUFO ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.