ຫວຽດ​ນາມ ຊ່ວຍ​ລາວ ສ້າງ ສະ​ຖາ​ນີ​ຖ່າຍ​ທອດ​ວິ​ທະ​ຍຸ - ໂທ​ລະ​ພາບ ແຂວງ ບໍ່​ແກ້ວ

08:15 | 29/03/2022

ຫວຽດນາມ ຫາກໍມີການມອບໂອນດ້ານວິຊາການ ໃຫ້ແກ່ ລາວກ່ຽວກັບ ໂຄງການກໍ່ສ້າງສະຖານີຖ່າຍທອດວິທະຍຸ - ໂທລະພາບ ແຂວງ ບໍ່ແກ້ວ.

ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD ການ​ສົ່ງ​ອອກ​ໂທ​ລະ​ສັບ, ເຄື່ອງຄອມ​ພິວ​ເຕີ​ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ 10 ຕື້ USD
ກະຊວງ​ສຶກ​ສາ ແລະ ກໍ່​ສ້າງ ຫວຽດ​ນາມ ຮັບ​ຕຳ​ແໜ່ງ​ປະ​ທານການ​ສຶກ​ສາ ອາ​ຊຽນ ອາ​ຍຸ​ການ 2022 – 2023 ກະຊວງ​ສຶກ​ສາ ແລະ ກໍ່​ສ້າງ ຫວຽດ​ນາມ ຮັບ​ຕຳ​ແໜ່ງ​ປະ​ທານການ​ສຶກ​ສາ ອາ​ຊຽນ ອາ​ຍຸ​ການ 2022 – 2023
ຫວຽດ​ນາມ ຊ່ວຍ​ລາວ ສ້າງ ສະ​ຖາ​ນີ​ຖ່າຍ​ທອດ​ວິ​ທະ​ຍຸ - ໂທ​ລະ​ພາບ ແຂວງ ບໍ່​ແກ້ວ
ໂຄງການ ສະຖານີຖ່າຍທອດວິທະຍຸ - ໂທລະພາບ ແຂວງ ບໍ່ແກ້ວໄດ້ກໍ່ສ້າງສຳເລັດແລ້ວ ແລະ ນັບແຕ່ເດືອນມັງກອນ 2021 ກໍນຳເຂົ້າໃຊ້ງານຢ່າງເປັນທາງການ (ພາບ: TTXVN)

ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ໃຊ້ທຶນຈາກແຫຼ່ງທຶນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລັດຖະບານ ລາວ ທີ່ໄດ້ມອບ-ຮັບໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022. ໂຄງການດັ່ງກ່າວມີມູນຄ່າກວ່າ 116 ຕື້ດົ່ງ, ໃນນັ້ນມີເກືອບ 113 ຕື້ດົ່ງ (ເທົ່າກັບເກືອບ 5 ລ້ານ USD) ແມ່ນເງິນຊ່ວຍເຫຼືອລ້າຂອງລັດຖະບານ ຫວຽດນາມ. ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ນຳໃຊ້ທຶນຊ່ວຍເຫຼືອລ້າຂອງ ລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລັດຖະບານ ລາວ ກ່ຽວກັບຂົງເຂດວິທະຍຸ, ໂທລະພາບ ແລະ ແມ່ນໂຄງການທຳອິດທີ່ໄດ້ລົງທຶນຢ່າງຄົບຊຸດ ມີຄົບທຸກກິດຈະກຳຍ່ອຍ ຄື ກໍ່ສ້າງພື້ນຖານໂຄງລ່າງ, ລະບົບເຄື່ອງອຸປະກອນສະເພາະ ດ້ວຍຂອບຂະໜາດຂອງສະຖານີຖ່າຍທອດວິທະຍຸ - ໂທລະບົບຂັ້ນແຂວງ. ໂຄງການດັ່ງກ່າວ ໄດ້ກໍ່ສ້າງສຳເລັດແລ້ວ ແລະ ນັບແຕ່ເດືອນມັງກອນ 2021 ກໍນຳເຂົ້າໃຊ້ງານຢ່າງເປັນທາງການຮັບໃຊ້ວຽກງານຖະແຫຼງຂ່າວໃຫ້ແກ່ ປະຊາຊົນລາວ ແລະ ປະຊາຄົມຊາວ ຫວຽດນາມ ອາໄສ ຢູ່ ແຂວງ ບໍ່ແກ້ວ.

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.