ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022

15:37 | 17/03/2022

ຍສໝ - ຄະນະ​ໂຄສະນາ​ອົບຮົມ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ໂຄສະນາ​ເພື່ອ​ສະ​ເຫຼີ​ມສະຫຼອງ “ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ລາວ - ຫວຽດນາມ 2022” ສົມທົບ​ການຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ທີ່ແທດຈິງ ໃນຂອບເຂດທົ່ວປະເທດ.

ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ
ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຫັນ​ເປັນ​ດີ​ຈີ​ຕອນ
ພາບປະກອບ
ພາບປະກອບ

ບັນດາ​ທ້ອງ​ຖິ່ນ​ລຽບ​ຕາມ​ເສັ້ນ​ຊາຍ​ແດນ​ລາວ-ຫວຽດນາມ ຍັງ​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ໂຄສະນາ​ເຜີຍ​ແຜ່, ໂຄສະນາ​ອົບຮົມ​ແນວຄິດ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ຮ່ວມ​ກັນ​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ປອດ​ໄພ​ລະຫວ່າງ​ສອງ​ປະ​ເທດ, ພ້ອມກັນ​ພັດທະນາ.

ສະມາຄົມນັກປະພັນລາວ ແລະ ສະມາຄົມນັກຂ່າວລາວ ໄດ້ເປີດງານແຂ່ງຂັນສິລະປະວັນນະຄະດີ, ຮູບເງົາ ກ່ຽວກັບສາຍພົວພັນແບບພິເສດ ລາວ - ຫວຽດນາມ.

ຂະ​ແໜງ​ການ​ສຶກສາ ​ແລະ ກິລາ ​ໄດ້​ຈັດ​ຕັ້ງ​ການ​ຊອກຮຸ້, ​ຖາມ-ຕອບ​ຢູ່​ບັນດາ​ສະ​ຖາ​ບັນ​ການ​ສຶກສາ​ທຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ສາຍ​ພົວພັນ​ແບບ​ພິ​ເສດ ລາວ - ຫວຽດນາມ.

ຄະນະ​ໂຄສະນາ​ອົບຮົມພັກ​ປະຊາຊົນ​ປະຕິວັດ​ລາວ ສົມທົບ​ກັບ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຈັດ​ຕັ້ງ​ກອງ​ປະຊຸມ ​ແລະ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ຄວາມ​ສາມັກຄີ​ລະຫວ່າງ​ສອງ​ພັກ; ກະຊວງ​ພາຍ​ໃນ​ຈັດ​ຕັ້ງ​ຂະ​ບວນການ​ຍ້ອງຍໍ ​ແລະ ມອບ​ລາງວັນ​ໃຫ້​ແກ່​ບັນດາ​ບຸກຄົນ, ໝູ່ຄະນະ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ມິດຕະພາບ ​ແລະ ຄວາມ​ສາມັກຄີ​ແບບ​ພິ​ເສດ​ໃນ​ການ​ພົວພັນ​ລະຫວ່າງ ລາວ - ຫວຽດນາມ.

ບັນດາໜັງສືພິມ​ໃຫຍ່​ຂອງ​ລາວ ​ເຊັ່ນ Pasaxon, Pathetlao Daily, Laophattanane ​ແລະ ວິທະຍຸ​ກະຈາຍສຽງ ​ໄດ້​ລົງ​ພິມ​ບົດ​ຄວາມ​ຍ້ອງຍໍ​ການພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ເນື່ອງ​ໃນ​ໂອກາດ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ 2022.

ໜັງສືພິມ Pasaxon Lao ໃຫ້ຮູ້ວ່າ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ເປີດບັ້ນຂະບວນການໂຄສະນາເຜີຍແຜ່ຢ່າງກ້ວາງຂວາງ ກ່ຽວກັບເນື້ອໃນເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ - ຫວຽດນາມ ແລະ ຄົບຮອບ 45 ປີ ແຫ່ງວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ.

ໜັງສືພິມ Pathetlaolao Daily ສືບຕໍ່ລົງພິມບັນດາບົດທີ່ຍ້ອງຍໍສາຍພົວພັນລະຫວ່າງ ລາວ - ຫວຽດນາມ ດ້ວຍຫົວຂໍ້ຄື “ລາວ - ຫວຽດນາມ ມຸ່ງໄປເຖິງປີສາມັກຄີມິດຕະພາບ 2022”; “ສາຍ​ພົວພັນ​ແບບ​ພິ​ເສດ ລາວ - ຫວຽດນາມ ​ແມ່ນ​ເອກະລັກ​ສະ​ເພາະ​ໃນໂລກ”; “ນ້ຳໃຈມິດຕະພາບລາວ - ຫວຽດນາມ ຍາມໃດກໍ່ໄດ້ຮັບການຖະນຸຖະໜອມ, ນັບຖືຢ່າງສູງ” ຫຼື “ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ນັບມື້ນັບພັດທະນາ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ”.

ໜັງສືພິມ​ເອ​ເລັກ​ໂຕຣນິກ Laophattanane ມີ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ “ນ້ຳ​ໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ສອງ​ປະ​ເທດ ລາວ - ຫວຽດນາມ ​ແມ່ນ​ຊັບ​ສົມບັດ​ລວມອັນ​ລ້ຳ​ຄ່າ”. ບົດ​ຂຽນ​ເນັ້ນ​ໜັກ​ວ່າ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ການ​ພົວພັນ​ລາວ - ຫວຽດນາມ ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ປ້ອງກັນຊາດ - ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິດ, ວັດທະນະທຳ - ສັງຄົມ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດກວ້າງ ​ແລະ ພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດແທດ​ຈິງ​ໃຫ້​ປະຊາຊົນ​ສອງ​ປະ​ເທດ…

ໄຊພອນ

ເຫດການ
302 Found

Found

The document has moved here.