​ການາ​ດາ ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ

15:52 | 24/03/2022

ຕອນຄ່ຳວັນທີ 22 ມີນາ 2022, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງລັດຖະມົນຕີການຕ່າງປະເທດ ການາດາ Melanie Joly.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ
UNFPA ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສຸ​ຂະ​ພາບ​ຈະ​ເລີນ​ພັນ UNFPA ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ປັບ​ປຸງ​ສຸ​ຂະ​ພາບ​ຈະ​ເລີນ​ພັນ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: baoquocte)
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ (ພາບ: baoquocte)

ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ສອງຝ່າຍເລີ່ມເຄື່ອນໄຫວກົນໄກເຈລະຈາສອງຝ່າຍໂດຍໄວ, ຍາດແຍ່ງກາລະໂອກາດຮ່ວມມືເສດຖະກິດຜ່ານສັນຍາ CPTPP ໃຫ້ດີກ່ວາອີກ, ທ່ານປາດຖະໜາ ຢາກໃຫ້ການາດາສືບຕໍ່ໜູນຊ່ວຍ, ເປີດປະຕູຕະຫຼາດໃຫ້ສິນຄ້າ, ຜະລິດຕະພັນກະເສດຫວຽດນາມ.

ສ່ວນທ່ານນາງ ລັດຖະມົນຕີການຕ່າງປະເທດ ການາດາ Melanie Joly ຢັ້ງຢືນວ່າ ການາດາ ຖືເປັນສຳຄັນການພົວພັນກັບຫວຽດນາມ ໃນການຜັນຂະຫຍາຍນະໂຍບາຍການຕ່າງປະເທດຂອງຕົນຢູ່ພາກພື້ນ. ທ່ານນາງ Melanie Joly ກໍ່ໃຫ້ຄຳໝັ້ນສັນຍາວ່າ ຈະສົມທົບກັນຢ່າງແໜ້ນແຟ້ນກັບກະຊວງການຕ່າງປະເທດ ຫວຽດນາມ ເພື່ອສ້າງແລະຜັນຂະຫຍາຍມາດຕະການທີ່ແທດຈິງມຸ່ງໄປເຖິງເຫດການສະເຫຼີມສະຫຼອງ 5 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ແລະ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ.

ລັດຖະມົນຕີສອງທ່ານກໍ່ໄດ້ແລກປ່ຽນກ່ຽວກັບສະພາບການສາກົນແລະພາກພື້ນ. ກ່ຽວກັບບັນຫາຢູແກຼນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢັ້ງຢືນຫຼັກໝັ້ນທີ່ສະເໝີຕົ້ນສະເໝີປາຍຂອງຫວຽດນາມວ່າ ທຸກໆການຂັດແຍ້ງ, ຄວາມບໍ່ລົງລອຍສາກົນຄວນໄດ້ແກ້ໄຂໂດຍສັນຕິວິທີ, ປະຕິບັດຕາມຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ໂດຍສະເພາະແມ່ນຫຼັກການເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ,ຮັບປະກັນຄວາມປອດໄພໃຫ້ສາມັນຊົນ.

vovworld.vn

ເຫດການ
302 Found

Found

The document has moved here.