ການ​ພົວ​ພັນ​ຫວຽດ​ນາມ - ຍີ່​ປຸ່ນ ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ

19:28 | 24/03/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 22 ມີ​ນາ, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ (ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 7 ອາຍຸ​ການ 2021 – 2026 ​ແບບໂດຍ​ກົງ ​ແລະ ທາງໄກ.

ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງປະເທດລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ເມັກ​ຊິ​ໂກ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງປະເທດລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ເມັກ​ຊິ​ໂກ
ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ ຫວຽດ​ນາມ​ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ກັບ ຣູ​ມາ​ນີ ເລິ​ກ​ເຊິ່ງ​ກ່​ວາ​ອີກ
ການ​ພົວ​ພັນ​ຫວຽດ​ນາມ - ຍີ່​ປຸ່ນ ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ
ທ່ານ​ນາງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເຈືອງ​ທິ​ມາ​ຍ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: TTXVN)

​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ມີ: ກຳມະການ​ກົມ​ການ​ເມືອງ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ເຈືອງ​ທິມາຍ; ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ເລວັນແທ່ງ; ຜູ້ຕາງໜ້າບັນດາການນຳຂອງຄະນະສູນກາງ, ກະຊວງ, ຂະແໜງການ ແລະ ອົງການຈັດຕັ້ງມະຫາຊົນ; ຜູ້ຕາງໜ້າ​ຄະນະ​ພັກ​ນະຄອນ ຮ່າ​ໂນ້ຍ, ການ​ນຳ​ບາງ​ທ້ອງ​ຖິ່ນ.

​ໂດຍ​ມີ​ການເຂົ້າ​ຮ່ວມຂອງ​​ທ່ານ Yamada Takio, ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ ​ແລະ ຜູ້ຕາງໜ້າ​ບັນດາ​ອົງການ​ຈັດ​ຕັ້ງ​ຍີ່ປຸ່ນ ປະຈຳ ຫວຽດນາມ.

ກອງ​ປະ​ຊຸມ​ໃຫຍ່​ມີ​ຄວາມ​ເປັນ​ກຽດ​ໄດ້​ຮັບ​ກະ​ຕ່າ​ດອກ​ໄມ້ອວຍພອນຈາກ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ ລວມມີກຳມະການ 62 ທ່ານ, ຄະນະ​ນຳ​ລວມມີ​ປະທານ, ຮອງ​ປະທານ 5 ທ່ານ, ​ເລຂາທິການ​, ຄະນະ​ກວດກາ​ສະມາຄົມ ​ລວມມີ 3 ທ່ານ. ທ່ານ ໂຕ​ຮູຍ​ເຣືອ, ອະດີດ​ກຳມະການ​ກົມ​ການ​ເມືອງ, ອະດີດ​ເລຂາທິການ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ຈັດຕັ້ງສູນ​ກາງ, ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ສືບ​ຕໍ່​ເລືອກ​ຕັ້ງ​ເປັນ​ປະທານ ​ສະ​ໄໝ​ທີ VII.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ປະທານ​ສະສະມາຄົມ​ຊຸດ​ທີ 6 ອາຍຸ​ການ 2015-2021 ໂຕ​ຮູຍ​ເຣືອ ຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມ​ພັດທະນາ​ຢ່າງ​ດີງາມ​ທີ່​ສຸດ. ສອງ​ປະ​ເທດໄດ້​ຮ່ວມ​ມືກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ ​ແລະ ອາ​ຊຽນ; ຊຸກຍູ້​ການ​ເຊື່ອມ​ໂຍງ​ເສດຖະກິດ, ລົງ​ນາມ​ໃນ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ພາກ​ພື້ນ (RCEP). ຍີ່ປຸ່ນ ​ແມ່ນບ່ອນທີ່​ປະ​ຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ ​ແລະ ​ເຮັດ​ວຽກ 450.000 ຄົນ, ​ໃນ​ນັ້ນ​ຈຳນວນນັກ​ຝຶກ​ງານ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ ດ້ວຍ​ກ່ວາ 200.000 ຄົນ, ​ເປັນ​ອັນ​ດັບ​ໜຶ່ງ​ໃນ​ຈຳນວນ​ນັກ​ຝຶກງານ​ຢູ່ ຍີ່ປຸ່ນ.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ຢືນຢັນ​ວ່າ ການ​ພົວພັນ​ລະຫວ່າງ 2 ປະ​ເທດ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ “ຄວາມ​ສາມາດ​ບົ່ມ​ຊ້ອນ​ບໍ່ມີຂີດ​ຈຳກັດ” ​ແລະ ພວມ​ກ້າວ​ເຂົ້າ​ສູ່​ໄລຍະ​ສຳຄັນ​ເພື່ອ​ພັດທະນາ​ຢ່າງເຂັ້ມ​ແຂງ​ກວ່າ.

ທ່ານ​ເອກ​ອັກຄະ​ລັດຖະທູດ Yamada Takio ​ໄດ້​ຕີ​ລາຄາ​ວ່າ: ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ກໍ່ສ້າງ​ໃນ​ທຸກ​ຂົງ​ເຂດ, ທຸກ​ຂັ້ນ ​ແລະ ສືບ​ຕໍ່​ໄດ້​ຮັບ​ການ​ສືບ​ທອດກັນມາ​. ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ມີ​ບົດບາດ​ອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ຮັກສາ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ ຍີ່​ປຸ່ນ - ຫວຽດນາມ. ປີ 2023, ຫວຽດນາມ - ຍີ່ປຸ່ນ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ທ່ານເອກອັກຄະລັດຖະທູດ Yamada Takio ຫວັງວ່າເຫດການນີ້ຈະເປັນໂອກາດເພື່ອແນໃສ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດກ່ວາອີກ, ຊ່ວຍໃຫ້ປະຊາຊົນ 2 ປະເທດມີຄວາມເຂົ້າໃຈ ແລະ ຮັດແໜ້ນການພົວພັນຄູ່ຮ່ວມມືຮອບດ້ານກ່ວາອີກ. .

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ,ທ່ານ​ນາງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເຈືອງ​ທິ​ມາ​ຍ ຊີ້​ແຈ້ງວ່າ: ກອງ​ປະຊຸມ​ໃຫຍ່​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ທີ່​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ ພວມ​ພັດທະນາ​ຢ່າງ​ດີງາມ, ຮອບດ້ານ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ. ຍີ່ປຸ່ນ ສືບ​ຕໍ່​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ແຖວ​ໜ້າ​ຂອງ ຫວຽດນາມ, ​ແມ່ນ​ຄູ່​ຮ່ວມ​ມື​ໜູນ​ຊ່ວຍ​ດ້ານ​ການ​ພັດທະນາ (ODA) ​ໃຫຍ່​ກວ່າ​ໝູ່, ​ເປັນນັກ​ລົງທຶນ​ຕ່າງປະ​ເທດ​ໃຫຍ່​ອັນ​ດັບ 2, ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ​ໃຫຍ່​ທີ 3 ​ແລະ ທີ​ສີ່​ດ້ານ​ການ​ຄ້າ.

ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກສາ, ປ້ອງ​ກັນ​ຄວາມ​ສະຫງົບ, ພັດທະນາ​ຊັບພະຍາກອນ​ມະນຸດ, ການ​ຮັບມືການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ຮ່ວມ​ມື​ລະຫວ່າງ​ທ້ອງ​ຖິ່ນ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ຕັ້ງໜ້າ​ໂດຍ​ຜ່ານ​ຫຼາຍ​ກົນ​ໄກ​ສຳຄັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ທີ່​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຂອງ​ສະຫະ​ປະຊາ​ຊາດ, ອາ​ຊຽນ, APEC... ສອງ​ປະ​ເທດ​ຍັງ​ໄດ້​ຮ່ວມ​ມື​ກັນ​ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ​ແລະ ຫຼຸດຜ່ອນ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ພະຍາດ​ໂຄ​ວິດ-19, ບັນລຸ​ໄດ້​ໝາກຜົນ​ຫຼາຍ​ຢ່າງ. ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ພວມ​ຢູ່​ໃນ​ໄລ​ຍະ​ທີ່​ດີ​ທີ່​ສຸດ ແລະ ຍັງ​​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ ເພື່ອ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທີ່​ໄດ້​ມີມາ​ແລ້ວ. ນີ້​ແມ່ນ​ໝາກຜົນ​ອັນ​ໃຫຍ່​ຫຼວງ​ພາຍຫຼັງ​ຄວາມ​ມານະ​ພະຍາຍາມ​ຂອງ​ສອງ​ປະ​ເທດ​ໃນ​ຫຼາຍ​ປີ​ມາ​ນີ້, ​ໃນ​ນັ້ນ​ມີ​ການ​ປະກອບສ່ວນ​ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ.

ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ຢືນຢັນ​ວ່າ, ​ໃນ​ເກືອບ 60 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ​ແຕ່​ວັນ​ທີ 23 ເມສາ 1965, ສະມາຄົມ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ; ປະກອບສ່ວນ​ຮັດ​ແໜ້ນ ​ແລະ ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຢ່າງ​ມີ​ປະສິດທິ​ຜົນ.

ທ່າ​ນາງ ເຈືອງ​ທິ​ມາຍ ​ເຊື່ອ​ໝັ້ນ​ວ່າ ຄະ​ນະ​ບໍ​ລິ​ຫານ​ງານ, ຄະ​ນະ​ປະ​ຈຳ, ປະ​ທານ​ສະ​ມາ​ຄົມ​ຂອງ​ອາ​ຍຸ​ການ​ໃໝ່​ ຈະ​ສືບ​ຕໍ່​ນຳ​ພາ​ສະ​ມາ​ຄົມ​ບັນ​ລຸ​ໄດ້​ຜົນ​ງານຫຼາຍ​ຢ່າງ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ ໃຫ້​ສືບ​ຕໍ່​ພັດ​ທະ​ນາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ພາກ​ພື້ນ ແລະ ໃນ​ໂລກ.

ໃນ​ໂອ​ກາດນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຍີ່​ປຸ່ນ ໄດ້​ເປັນ​ກຽດ​ຕ້ອນ​ຮັບ​ໃບ​ຍ້ອງ​ຍໍ​ຂອງ​ທ່ານ​ນາ​ຍົກ​ລ​ັດ​ຖະ​ມົນ​ຕີ ໂດຍ​ຜົນ​ງານ​ດີ​ເດັ່ນ​ໃນ​ອາ​ຍຸ​ການ​ຜ່ານ​ມາ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.