ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາ ເຊຍລາ ເລອອນ

15:56 | 17/03/2022

ຕອນບ່າຍວັນທີ 16/3, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ໄດ້ໃຫ້ການຕ້ອນຮັບທ່ານປະທານາທິບໍດີ ເຊຍລາ ເລອອນ Julius Maada Bio ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 14-20/3.

ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ, ລັດຖາສະພາ ບັນດາປະເທດຄູ່ຮ່ວມມື ໃຫ້ລົງເລິກກວ່າເກົ່າ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາແຫ່ງຊາດ, ລັດຖາສະພາ ບັນດາປະເທດຄູ່ຮ່ວມມື ໃຫ້ລົງເລິກກວ່າເກົ່າ
ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມ ລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 27 ຢ່າງເປັນທາງການ ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມພິທີເປີດກອງປະຊຸມ ລັດຖະສະພາ ອາຊີ-ປາຊີຟິກ ຄັ້ງທີ 27 ຢ່າງເປັນທາງການ
ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາ ເຊຍລາ ເລອອນ
ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຕ້ອນຮັບທ່ານປະທານາທິບໍດີ ເຊຍລາ ເລອອນ Julius Maada Bio

ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ຢືນຢັນວ່າ ສະພາແຫ່ງຊາດຫວຽດນາມ ມີແຜນນະໂຍບາຍເປີດກ້ວາງ, ຊຸກຍູ້ການຮ່ວມມືກັບບັນດາລັດຖະສະພາບັນດາປະເທດໃນທຸກໆທະວີບ, ທັງໃນຂອບເຂດການຮ່ວມມືລັດຖະສະພາລະຫວ່າງ 2 ຝ່າຍ ແລະ ຫຼາຍຝ່າຍ. ທ່ານປະທານສະພາແຫ່ງຊາດສະເໜີໃຫ້ທ່ານປະທານນາທິບໍດີ Julius Maada Bio ສະໜັບສະນູນ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາ ເຊຍລາ ເລອອນ; ຊຸກຍູ້ 2 ຝ່າຍເພີ່ມທະວີການພົວພັນ, ແລກປ່ຽນຄະນະຜູ້ແທນ, ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ ເຊິ່ງສະພາແຫ່ງຊາດ 2 ປະເທດເປັນພາຄີ.

ສ່ວນທ່ານປະທານາທິບໍດີ Julius Maada Bio ໃຫ້ຮູ້ວ່າ ເຊຍລາ ເລອອນ ມີຄວາມສົນໃຈຫຼາຍທີ່ສຸດ ໃນການຜະລິດສະບຽງອາຫານ, ກະສິກຳ, ການພັດທະນາຊົນນະບົດ, ການລົບລ້າງອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ເຕັກໂນໂລຊີສູງໃນການ ປຸງແຕ່ງສະບຽງອາຫານ ແລະ ສິນໃນນ້ຳ. ສະນັ້ນ, ໃນການຢ້ຽມຢາມຫວຽດນາມ, ຄະນະຜູ້ແທນຢ້ຽມຢາມຫຼາຍແຫ່ງຢູ່ຫວຽດນາມ ເພື່ອຊອກຮູ້ວິທີຜະລິດກະສິກຳ, ຜ່ານນັ້ນຮັດແໜ້ນການພົວພັນຮ່ວມມືທຸກຂັ້ນເພື່ອພັດທະນາສັງຄົມ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.