​ຊົນ​ນຳວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດ​ນາມ - ນິວ​ຊີ​ແລນ​ ບັນ​ລຸ 2 ຕື້ USD

12:45 | 18/03/2022

ຍ​ສ​ໝ - ຕອນ​ບ່າ​ຍ​ວັນ​ທີ 15 ມີ​ນາ​ ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່າ​ນນາງ Tredene Dobson, ເອກ​ອັກ​ຄະ​ລັດ​ຖະ​ທູດ ນິວ​ຊີ​ແລນ ​ປະ​ຈຳ ຫວຽດ​ນາມ.

ລ້ານ​ຫົວ​ໃຈ​ຊາວ​ຫວຽດ​ນາມ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ງາກ​ມາ ລ້ານ​ຫົວ​ໃຈ​ຊາວ​ຫວຽດ​ນາມ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່ ງາກ​ມາ
ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ ໜັງ​ສື​ພິມ​ ເຢຍ​ລະ​ມັນ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ສວຍງາມ​ທີ່​ສຸດ​ໃນ ອາ​ຊີ
​ຊົນ​ນຳວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດ​ນາມ - ນິວ​ຊີ​ແລນ​ ບັນ​ລຸ 2 ຕື້ USD
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ກ່າວ​ຄຳ​ເຫັນ​ທີ່​ການຕ້ອນ​ຮັບ (ພາບ: dangcongsan.vn)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ ນິວ​ຊີ​ແລນ ສ້າງ​ເງື່ອນ​ໄຂ​ສະ​ດວກ​ກວ່າ ເພື່ອ​ໃຫ້​ສິນ​ຄ້າ​ຫວຽດ​ນາມ ເຂົ້າ​ສູ່​ຕະ​ຫລາດ ນິວ​ຊີ​ແລນ ເພື່ອ​ມາ​ນະ​ພະ​ຍາ​ຍາມ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ບັນ​ລຸ 2 ຕື້ USD ຮອດ​ປີ 2024.

ທ່ານ​ນາຍົກລັດຖະມົນຕີ ຂອບ​ໃຈ​ລັດຖະບານ ນິວຊີ​ແລນ ທີ່ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ​ໃຫ້​ບຸລິມະສິດ​ໃຫ້​ແກ່​ການ​ໜູນ​ຊ່ວຍ ODA ​ເພື່ອ​ໃຫ້ ຫວຽດນາມ ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ, ສຸມ​ໃສ່​ບັນດາ​ຂົງ​ເຂດ​ທີ່ ນິວຊີ​ແລນ ມີ​ທ່າແຮງ ​ແລະ ຫວຽດນາມ ມີ​ຄວາມ​ຕ້ອງການ​ຄື: ກະສິກຳ ​ແລະ ພັດທະນາຊົນນະບົດ, ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດການ​ຄຸ້ມ​ຄອງ​ແລະ ຮັບມື​ໄພ​ພິ​ບັດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ ​ແລະ​ ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.