ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ

08:55 | 23/03/2022

ຕອນເຊົ້າວັນທີ 20 ມີນາ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບິ່ງເຟືອກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວ ໂຮງງານ Hayat Kimya ຫວຽດນາມ ຢູ່ເຂດອຸດສາຫະກໍາ Becamex.

ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງປະເທດລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ເມັກ​ຊິ​ໂກ ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຕ່າງປະເທດລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ເມັກ​ຊິ​ໂກ
ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ ລັດ​ຖະ​ບານ ຫວຽດ​ນາມ​ ຍາມ​ໃດ​ກໍ່​ຍູ້​ແຮງ​ການ​ປະ​ຕິ​ຮູບ​​ລະ​ບຽບ​ການ​ບໍ​ລິ​ຫານເພື່ອ​ໃຫ້​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ດຳ​ເນີນ​ທຸ​ລະ​ກິດ​ຍາວ​ນານ​ຢູ່​ຫວຽດ​ນາມ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ສະ​ເໜີ​ບັນ​ດາ​ນັກ​ລົງ​ທຶນ​ສືບ​ຕໍ່​ປະ​ກອບ​ສ່ວນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ
ທ່ານນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳເຫັນທີ່ພິທີ (ພາບ: qdnd.vn)

ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີຊີ້ແຈ້ງວ່າ, ການນຳເຂົ້າເຄື່ອນໄຫວໂຮງງານ ແລະ ຄຳໝັ້ນສັນຍາເປີດກວ້າງການລົງທຶນຂອງກຸ່ມບໍລິສັດ Hayat Kimya ຢູ່ຫວຽດນາມ ຍິ່ງສະແດງໃຫ້ເຫັນຄວາມດຶງດູດການລົງທຶນສາກົນຂອງຫວຽດນາມ ເວົ້າລວມ ແລະ ບິ່ງເຟືອກ ເວົ້າສະເພາະໃນສະພາບການໂຄວິດ -19 ໄດ້ ແລະ ພວມລະບາດ ເຊິ່ງໄດ້ກໍ່ຜົນກະທົບຢ່າງຮ້າຍແຮງຕໍ່ລະບົບການຜະລິດ, ການສະໜອງໃນທົ່ວໂລກ.

ທ່ານນາຍົກລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຕໍ່ບັນດານັກລົງທຶນ ທີ່ໄດ້ເລືອກເຟັ້ນມາລົງທຶນຢູ່ແຂວງ ບິ່ງເຟືອກ ເວົ້າລວມ ແລະ ຫວຽດນາມ ເວົ້າລວມ; ຮຽກຮ້ອງໃຫ້ບັນດານັກລົງທຶນສືບຕໍ່ປະກອບສ່ວນກໍ່ສ້າງການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ; ປະກອບສ່ວນ ຮັກສາ, ສ້າງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ.

ແລະກໍ່ໃນຕອນເຊົ້າວັນທີ 20/3, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງສຳຫຼວດຕົວຈິງ, ການກໍ່ສ້າງເສັ້ນທາງຄົມມະນາຄົມຈຳນວນໜຶ່ງຢູ່ແຂວງ ບິ່ງເຟືອກ ແລະ ຢ້ຽມຢາມເຂດປະສົມໂຮງງານປຸງແຕ່ງໄກ່ສົ່ງອອກ CPV FOOD.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.