ໂທ​ລ​ະ​ເລກອ​ວຍ​ພອ​ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ

09:25 | 23/03/2022

ຍ​ສ​ໝ - ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສົ່ງ​ກະຕ່າ​ດອກ​ໄມ້​ອວຍພອນ​ເຖິງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ; ທ່ານ​ ຫວໍ​ວັນ​ເຖືອງ​ ຜູ້ ປະ​ຈຳ​ຄະ​ນະ​ເລ​ຂາ​ທິ​ການ ​ໄດ້​ສົ່ງ​ກະຕ່າ​ດອກ​ໄມ້​ອວຍພອນ​​ທ່ານ ບຸນ​ທອງ ຈິດ​ມະນີ ຜູ້ປະຈຳ​ການຄະນະ​ເລຂາທິການ, ຮອງ​ປະທານ​ປະ​ເທດ ລາວ.

ກາ​ລ​ະ​ໂອ​ກາດ​ເຊື່ອມ​ຕໍ່, ແລກ​ປ່ຽນຄ້າຂາຍ​​ຢູ່ Vietnam Expo 2022 ກາ​ລ​ະ​ໂອ​ກາດ​ເຊື່ອມ​ຕໍ່, ແລກ​ປ່ຽນຄ້າຂາຍ​​ຢູ່ Vietnam Expo 2022
ປະທານ VUFO ສົ່ງຈົດໝາຍອວຍພອນການພົວພັນ ຫວຽດນາມ-ບຣູໄນ ຄົບຮອບ 30 ປີ ປະທານ VUFO ສົ່ງຈົດໝາຍອວຍພອນການພົວພັນ ຫວຽດນາມ-ບຣູໄນ ຄົບຮອບ 30 ປີ
ໂທ​ລ​ະ​ເລກອ​ວຍ​ພອ​ນວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ
ພາບ​ປະ​ກອບ: qdnd.vn

​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ປະຊາຊົນ​ປະຕິວັດ​ລາວ (22 ມີນາ 1955 – 22 ມີນາ 2022), ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ສົ່ງ​ໂທ​ລ​ະ​ເລກ​ອວຍພອນ​ເຖິງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

ເນື້ອ​ໃນຂອງໂທລະເລກຄື​ດັ່ງ​ນີ້:

ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີຄວາມປິຕິຊົມຊື່ນ ແລະ ພູມໃຈທີ່ສຸດຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໂດຍທ່ານປະທານ ໂຮ່ຈີມິນ ຜູ້ນຳທີ່​ຍິ່ງ​ໃຫຍ່ ແລະ ທ່ານປະທານ ໄກສອນ ພົມວິຫານ, ທ່ານປະທານ ສຸພານຸວົງ ແສນ​ເຄົາ​ລົບຮັກ ​ໄດ້​​ສ້າງ​ຕັ້ງ, ບຳລຸງ​ສ້າງ ​ແລະ ​ການ​ນຳ​ລຸ້ນຕ່າງໆ​ຂອງ​ສອງ​ພັກ, ປະ​ເທດ ​ແລະ ປະຊາຊົນ 2 ປະ​ເທດ ໄດ້​ເພີ່ມພູນຄູນ​ສ້າງ, ປັບ​ປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ, ພັດທະນາ​ນັບ​ມື້​ນັບ​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ, ກໍ່ສ້າງ, ພັດທະນາ ແລ​ະ ປົກປັກຮັກສາ​ປະ​ເທດຊາດຢູ່​ແຕ່​ລະ​ປະ​ເທດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສົ່ງ​ກະຕ່າ​ດອກ​ໄມ້​ອວຍພອນ​ເຖິງ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ; ທ່ານ​ ຫວໍ​ວັນ​ເຖືອງ​ ຜູ້ ປະ​ຈຳ​ຄະ​ນະ​ເລ​ຂາ​ທິ​ການ ​ໄດ້​ສົ່ງ​ກະຕ່າ​ດອກ​ໄມ້​ອວຍພອນ​​ທ່ານ ບຸນ​ທອງ ຈິດ​ມະນີ ຜູ້ປະຈຳ​ການຄະນະ​ເລຂາທິການ, ຮອງ​ປະທານ​ປະ​ເທດ ລາວ. ທ່ານ ​ເລ​ຮ່ວາຍ​ຈູງ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ໄດ້​ສົ່ງ​ສານ​ອວຍພອນ​ເຖິງ​ທ່ານ ທອງ​ສະຫວັນ ພົມວິຫານ. ຫົວໜ້າ​ກົມ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.