ຍສໝ - ຈຳນວນເຄື່ອງຊ່ວຍເຫຼືອບັນເທົາທຸກທັງໝົດ ໂດຍຜ່ານສະຖານທູດ ແລະ ສະມາຄົມຂະແມ - ຫວຽດນາມປະຈຳກຳປູເຈຍ ໃນທຸກລະດັບທີ່ແຈກຢາຍ ແມ່ນເຂົ້າສານ 24 ໂຕນ, ປາກະປ໋ອງ 900 ກະປອງ, ຜ້າບັງປາກທາງການແພດ 109.500 ແຜ່ນ, ຢາເຊື້ອແບັດທີເຣຍຈຳນວນ 200 ຂວດ ແລະ 180 ລິດ.
ຍສໝ - ຕາມທ່ານ ຫງວຽນແທັງຈີ໊ ປະທານສະຫະພັນບັນດາອົງການມິດຕະພາບແຂວງເງ້ອານ ແລ້ວ, ໂດຍໄດ້ຮັບຄວາມເຫັນດີຈາກຄະນະກຳມະການປະຊາຊົນແຂວງ, ສະຫະພັນບັນດາອົງການມິດຕະພາບແຂວງໄດ້ສ້າງແຜນຮ່າງຈັດຕັ້ງກອງປະຊຸມມິດຕະພາບລະດູບານໃໝ່ດົງນາປີ 2021. ນີ້ແມ່ນ ໜຶ່ງ ໃນບັນດາ ໜ້າວຽກສຳຄັນໃນແຜນງານການຕ່າງປະເທດປະຊາຊົນປີ 2021 ຂອງແຂວງ.
ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນໂຮ່ຈີມິນ ຄວນສືບຕໍ່ປະຕິບັດບົດບາດຄຸ້ມຄອງລັດສຳລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນບໍລິເວນນະຄອນໃຫ້ເປັນຢ່າງດີ.
ຢູ່ວັດ ເຟີດຕິ໊ກ - ນະຄອນຫຼວງວຽງຈັນ ໄດ້ຈັດພິທີສວດມົນພາວະນາຂໍ້ໃຫ້ປະເທດຊາດມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ.
ຍສໝ - ຕາມໂຄງການທາງການທູດຂອງສະຖານທູດຫວຽດນາມປະຈຳ ໄທ ໃນການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ໄທ, ທ່ານເອກອັກຄະລັດຖະທູດ ຟານຈີແທງ ໄດ້ນຳພາຄະນະໄປຢ້ຽມຢາມປະຊາຄົມຊາວຫວຽດນາມຢູ່ແຂວງພູເກັດ (ປະເທດໄທ) ແລະ ເຮັດວຽກກັບສະມາຄົມນັກທຸລະກິດໄທ - ຫວຽດນາມແຕ່ວັນທີ 19-21 ມີນາ.
ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງຫວຽດນາມ ໄດ້ ແລະພວມເຮັດໃຫ້ເພື່ອນມິດສາກົນມີຄວາມນິຍົມນັບຖື.
ທີ່ການເຮັດວຽກກັບອຳນາດການປົກຄອງ ແລະ ກຳລັງຜັນຂະຫຍາຍປະຕິບັດການແຍກຕົວຕາແສງ Prey Tamlop, ຄະນະປະຕິບັດງານ ໄດ້ສະເໜີໃຫ້ຜູ້ຕາງໜ້າອຳນາດການປົກຄອງແຂວງ Kandal ສ້າງເງື່ອນໄຂສະດວກກ່ວາອີກໃຫ້ແກ່ປະຊາຊົນ, ໃນນັ້ນມີພໍ່ແມ່ປະຊາຊົນເຊື້ອຊາດຫວຽດນາມ.
ຍສໝ - ໃນສູນການຄ້າຂອງຊາວຫວຽດນາມ ຍາມໃດກໍມີຄົນມາຊື້ເຄື່ອງຂອງຫຼາຍກວ່າຊຸມວັນປົກກະຕິ. ຢູ່ທີ່ນີ້, ເຮົາຮູ້ສຶກໄດ້ບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງຟົດຟື້ນບໍ່ຕ່າງຫຍັງຄືຢູ່ຫວຽດນາມ.
ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນໂດເນເຊຍ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ 2021 ດ້ວຍຮູບການຖ່າຍທອດສົດ ໂດຍມີບັນຍາກາດທີ່ອົບອຸ່ນ ແລະ ສະໜິດສະໜົມບ້ານເກີດເມືອງນອນ.
ຍສໝ - ທ່ານ ດັ້ງມິງຄອຍ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ປະທານຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ ໄດ້ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນປີຜ່ານມາທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ.
ສຳລັບພໍ່ແມ່ປະຊາຊົນແລ້ວ, ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກແມ່ນເຫດການການເມືອງທີ່ສຳຄັນ, ເຊິ່ງປະຊາຊົນມີຄວາມຫວັງຫຼາຍຢ່າງກ່ຽວກັບໄລຍະຍູ້ແຮງພາລະກິດປ່ຽນແປງໃໝ່, ນໍາປະເທດສືບຕໍ່ພັດທະນາ.
ຍສໝ - ບັນດາອົງການ, ກົມກອງແລະສາຂາກໍ່ສ້າງລະບົບການເມືອງໂປງໃສ ແລະ ເຂັ້ມແຂງ; ປະຕິບັດຕາມລະບຽບການກ່ຽວກັບການຍົກຕົວຢ່າງໃຫ້ແກ່ພະນັກງານ ແລະສະມາຊິກພັກຢ່າງເຂັ້ມງວດ, ໂດຍສະເພາະແມ່ນຜູ້ນຳ, ຖັນແຖວບັນດາຜູ້ປະຕິບັດວຽກງານການສຶກສາ, ນັກສິລະປິນ ແລະ ຜູ້ທີ່ມີອິດທິພົນສູງໃນຊຸມຊົນແລະສັງຄົມ.
ຍສໝ - ໃນວັນທີ 28 ທັນວາ, ສະຖານທູດຫວຽດນາມ ປະຈຳສະຫະພັນລັດເຊຍ ໄດ້ຈັດກອງປະຊຸມເຄືອຂ່າຍຊາວຫວຽດນາມ ໃນທົ່ວສະຫະພັນລັດເຊຍປ້ອງກັນ ແລະ ຕ້ານ COVID-19 ໂດຍການເປັນປະທານຂອງທ່ານເອກອັກຄະລັດຖະທູດ ໂຫງດຶດແມັ້ງ.
ຍສໝ - ທີ່ພິທີ, ທ່ານນາງ ຈີ້ງທິເຕິມ, ອັກຄະລັດຖະທູດຫວຽດນາມ ປະຈໍາລາວ ເນັ້ນໜັກວ່ານີ້ແມ່ນຂອງຂວັນທີ່ມີຄວາມໝາຍ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະອາລົມຈິດຂອງປະເທດຊາດທີ່ມີຕໍ່ຊາວຫວຽດນາມ ອາໄສຢູ່ລາວ.
ຍສໝ - ທີ່ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ລົງວັນທີ 19 ພຶດສະພາ ປີ 2015 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່, ທ່ານ ຟ້າມບິນມິງ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະທີ່ຜ່ານມາ.
ຍສໝ - ວັນທີ 1 ພະຈິກ, ສະຖານທູດຫວຽດນາມ ປະຈໍາ ລາຊະອານາຈັກໄທ ໄດ້ຈັດຕັ້ງພິທີຮັບເງິນບໍລິຈາກຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ທີ່ສະໜັບສະໜູນພໍ່ແມ່ປະຊາຊົນພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸນໍ້າຖ້ວມ.
ຍສໝ- ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນວັນເນັນ ໄດ້ຮັບຮູ້ບັນດາຄຳເຫັນປະກອບຂອງຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ ຕ່າງປະເທດທີ່ມີຕໍ່ທິດທາງການພັດທະນາຂອງນະຄອນ.
ຍສໝ - ສະຖານທູດ ຫວຽດນາມ ປະຈໍາ ມາເລເຊຍ ພ້ອມດ້ວຍປະຊາຄົມຊາວຫວຽດນາມ ອາໄສ ຢູ່ ມາເລເຊຍ ໄດ້ຕັ້ງໜ້າຮຽກຮ້ອງ, ຈັດຕັ້ງການບໍລິຈາກເພື່ອແນໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດພາກກາງ.
ຍສໝ - ເມື່ອບໍ່ດົນມານີ້, ຊຸມຊົນຊາວຫວຽດນາມ ຢູ່ສິງກະໂປ, ໄທ ແລະ ສາທາລະນະລັດເຊັກ ໄດ້ມີຫຼາຍກິດຈະກຳທີ່ມີຄວາມໝາຍ ແລະ ແທດຈິງເພື່ອໜູນຊ່ວຍປະຊາຊົນຢູ່ພາກກາງຫວຽດນາມ ທີ່ຖືກຮັບຜົນສະທ້ອນຈາກໄພນ້ຳຖ້ວມ.
ຍສໝ - ສະຖານທູດຫວຽດນາມ ປະຈຳ.ລາວ ໄດ້ຈັດຕັ້ງການບໍລິຈາກເງິນ ເພື່ອສະໜັບສະໜູນປະຊາຊົນພາກກາງຫວຽດນາມ ທີ່ຖືກຮັບຜົນກະທົບຈາກໄພນ້ຳຖ້ວມໜັກໜ່ວງທີ່ສຸດໃນປະຫວັດສາດ ໃນຊຸມມື້ທີ່ຜ່ານມາ.