ຊາວຫວຽດນາມຢູ່ເຢຍລະມັນ ຊ່ວຍປະເທດປະຈຳຖິ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ

15:03 | 12/08/2021

ຍສໝ - ສະມາຄົມການກຸສົນ Sen Vang Berlin ໄດ້ຮຽກຮ້ອງໃຫ້ຊຸມຊົນຊາວຫວຽດນາມໃນເຢຍລະມັນ ໜູນຊ່​ວຍ ແລະ ຊ່ວຍເຫຼືອປະຊາຊົນຢູ່ໃນສອງລັດ ຄື Rheinland-Palatinate ແລະ Nordrhein-Westphalia (ເຢຍລະມັນ) ແກ້ໄຂຜົນສະທ້ອນຂອງໄພນໍ້າຖ້ວມ ແລະ ເຮັດໃຫ້ຊີວິດຂອງເຂົາເຈົ້າມີຄວາມ​ເປັນ​ປົກ​ກະ​ຕິ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ອາຟຣິກາໃຕ້ ໜູນຊ່ວຍບັນດາປະເທດອາຟຣິກາ ປ້ອງກັນ, ຕ້ານພະຍາດໂຄວິດ-19 ປະຊາຄົມຊາວຫວຽດນາມ ອາໄສຢູ່ອາຟຣິກາໃຕ້ ໜູນຊ່ວຍບັນດາປະເທດອາຟຣິກາ ປ້ອງກັນ, ຕ້ານພະຍາດໂຄວິດ-19
ວິສາຫະກິດຊາວຫວຽດນາມຢູ່ຕ່າງປະເທດ ໄດ້ເຊື່ອມຕໍ່ເພື່ອນຳເອົາສິນຄ້າຂອງຫວຽດນາມ ໄປຍັງ ເອີຣົບ ວິສາຫະກິດຊາວຫວຽດນາມຢູ່ຕ່າງປະເທດ ໄດ້ເຊື່ອມຕໍ່ເພື່ອນຳເອົາສິນຄ້າຂອງຫວຽດນາມ ໄປຍັງ ເອີຣົບ

ໃນວັນທີ 18 ກໍລະກົດ 2021, ທ່ານນ່າງປະທານສະມາຄົມການກຸສົນ Sen Vang Berlin ເຢື່ອງຖິບິກຫງອກ ໄດ້ສົ່ງຄຳຮຽກຮ້ອງໄປຍັງປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ເພື່ອໜູນຊ່​ວຍປະເທດເຢຍລະມັນ ພາຍຫຼັງໄພນ້ຳຖ້ວມ. ພາຍໃນເວລາພຽງ 5 ມື້ຂອງການສົ່ງຄຳຮຽກຮ້ອງ, ສະມາຊິກຂອງສະມາຄົມ ພ້ອມກັບຜູ້​ທີ່​ມີໃຈສັດທາ ແລະ ນັກທຸລະກິດຊາວຫວຽດນາມຢູ່ຕ່າງປະເທດ ຢູ່ປະເທດເຢຍລະມັນ ໄດ້ບໍລິຈາກເງິນຈຳນວນ 2000 ເອີໂຣ.

ຊາວຫວຽດນາມຢູ່ເຢຍລະມັນ ຊ່ວຍປະເທດປະຈຳຖິ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ
ໄພນໍ້າຖ້ວມຢູ່ເຢຍລະມັນ

ທ່ານນາງ ເຢື່ອງຖິບິກຫງອກ ເວົ້າວ່າ: “ເຢຍລະມັນ - ບ້ານເກີດ​ແຫ່ງທີສອງຂອງຊາວຫວຽດນາມຢູ່ຕ່າງປະເທດ ກໍາລັງປະສົບກັບໄພນໍ້າຖ້ວມ​ແບບທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ມີຈຳນວນຜູ້ເສຍຊີວິດແມ່ນ 143 ຄົນ (​ໃນ​ນັ້​ນ ມີພະ​ນັກ​ງານກູ້ໄພ 4 ຄົນ), ບາດເຈັບຫຼາຍກວ່າ 600 ຄົນ ແລະຫາຍສາບສູນຫຼາຍກວ່າ 1300 ຄົນ, ສ້າງຄວາມເສຍຫາຍໃຫ້ບ້ານເຮືອນ ແລະ ຖະໜົນຫຼາຍສາຍ. ປະຊາຊົນຫວຽດນາມຢູ່ເຢຍລະມັນ ໄດ້ດຳລົງຊີວິດພາຍໃຕ້ການອຸປະຖຳຂອງເຢຍລະມັນ, ບັນດາອົງການກຸສົນ​ປະ​ເທດ​ປະ​ຈຳຖິ່ນ ໄດ້ຮຽກຮ້ອງ “ຊ່ວຍຄົນໃນຕອນ​ທີ່​ປະ​ສົບ​ໄພ”, ດັ່ງນັ້ນພວກເຮົາເຂົ້າຮ່ວມເພື່ອ​ພ້ອມ​ກັນເຮັດໃຫ້ຊີວິດການ​ເປັນ​ຢູ່ດີຂຶ້ນ.”

ເນື່ອງຈາກສະຖານະການການລະບາດ, ບໍ່ທີ່ຈະໄປ​ມອບ​ໃຫ້ໂດຍກົງ, ໃນທ້າຍເດືອນກໍລະກົດ, ສະມາຄົມໄດ້ໂອນເງິນຈໍານວນ 2000 ເອີໂຣ ເພື່ອສະໜັບສະໜູນແກ້ໄຂຜົນຮ້າຍຈາກໄພນໍ້າຖ້ວມ ໃນປະເທດເຢຍລະມັນ ໃຫ້ກັບອົງການ Katastrophenhilfe. ອົງການ Katastrophenhilfe ມີການ​ຮ່ວມ​ສຳພັນກັບອົງການຈັດຕັ້ງອື່ນໆ ເຊັ່ນ: Caritas (ອົງການກາແດງເຢຍລະມັນ), Diakonie Katosystemhenhilfe ແລະ ອົງການ UNICEF ເຢຍລະມັນ ເພື່ອ​ແກ້​ໄຂຜົນສະທ້ອນຂອງໄພພິບັດທາງທໍາມະຊາດ, ເຊິ່ງເອີ້ນວ່າ ສຳພັນທະມິດ​ການກະທຳຊ່ວຍກູ້ຊີບໄພພິບັດ.

ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນ ແລະ ສະມາຄົມການກຸສົນ Sen Vang Berlin ໄດ້ສະແດງຄວາມຫວັງວ່າ ປະຊາຊົນເຢຍລະມັນຈະຜ່ານຜ່າຄວາມຫຍຸ້ງຍາກທີ່ເກີດຈາກໄພນໍ້າຖ້ວມ ແລະ ພະຍາດລະບາດ​ໄປ​ໄດ້ ແລະ ເຮັດໃຫ້ຊີວິດຂອງເຂົາເຈົ້າ​ເປັນ​ປົກ​ກະ​ຕິໂດຍໄວ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.