ປະຊາຄົມຊາວຫວຽດນາມຢູ່ນິວຊີແລນ ໜູນຊ່ວຍ ໂຮງໝໍ 26 ແຫ່ງ ຢູ່ນະຄອນໂຮ່ຈີມິນ

20:00 | 10/09/2021

ຍສໝ - ວັນທີ 7 ກັນຍາ, ນ້ຳນົມຫຼາຍກວ່າ 80,000 ກ່ອງໂດຍຊຸມຊົນຊາວຫວຽດນາມຢູ່ນິວຊີແລນໄດ້ບໍລິຈາກໃຫ້ ໂຮງໝໍ ແລະ ໂຮງໝໍພາກສະໜາມ 26 ແຫ່ງ, ໂດຍການຮ່ວມມື ແລະໜູນຊ່ວຍຂອງ ສະມາຄົມພຸດທະສາສະໜາ ຫວຽດນາມ ແລະກຸ່ມການກຸສົນອາສາສະໝັກແບ່ງປັນ - Sharing.

ຄົນຕ່າງປະເທດຢູ່ຫວຽດນາມ ຮູ້ສຶກຕະລຶງ ແລະ ຕື້ນຕັນໃຈທີ່ໄດ້ຮັບການໜູນຊ່ວຍ ຄົນຕ່າງປະເທດຢູ່ຫວຽດນາມ ຮູ້ສຶກຕະລຶງ ແລະ ຕື້ນຕັນໃຈທີ່ໄດ້ຮັບການໜູນຊ່ວຍ
ການແຂ່ງຂັນກິລາເຕະບານນັກສຶກສາຫວຽດນາມ ເພື່ອສະໜັບສະໜູນກອງທຶນວັກຊີນກັນພະຍາດໂຄວິດ -19 ການແຂ່ງຂັນກິລາເຕະບານນັກສຶກສາຫວຽດນາມ ເພື່ອສະໜັບສະໜູນກອງທຶນວັກຊີນກັນພະຍາດໂຄວິດ -19
ປະຊາຄົມຊາວຫວຽດນາມຢູ່ນິວຊີແລນ ໜູນຊ່ວຍ ໂຮງໝໍ 26 ແຫ່ງ ຢູ່ນະຄອນໂຮ່ຈີມິນ

ປະຊາຄົມຊາວຫວຽດນາມຢູ່ນິວຊີແລນ ໜູນຊ່ວຍ ໂຮງໝໍ 26 ແຫ່ງ ຢູ່ນະຄອນໂຮ່ຈີມິນ. ພາບ: vietbao.vn

ບັນດາໂຮງໝໍທີ່ໄດ້ຮັບຂອງຂວັນໃນໂຄງການປະກອບມີ: ໂຮງໝໍ ເຈີ້ໄລ, ໂຮງໝໍເຂດຮ້ອນ, ໂຮງໝໍເດັກນະຄອນ, ໂຮງໝໍເດັກ 2, ໂຮງໝໍ ຈືງເວືອງ, ໂຮງໝໍ ຟ້າມຫງອກແທກ, ໂຮງໝໍ ພາກສະໜາມ ກູຈີ, ໂຮງໝໍ ເນື້ອງອກ ຮາກຖານ 2, ໂຮງໝໍປິ່ນປົວ COVID ເກິ່ນເຢີ່, ໂຮງໝໍປິ່ນປົວ COVID ຖຸດຶກ...

ນາງ Jenny Pham (ອາຍຸ 36 ປີ), ຊາວຫວຽດນາມຢູ່ນິວຊີແລນ ໃຫ້ຮູ້ວ່າ: ໂດຍກຳເນີດ ແລະເຕີບໃຫຍ່ຢູ່ໃນນະຄອນໂຮ່ຈີມິນ, ນາງຮູ້ສຶກເຈັບປວດໃຈເມື່ອໄດ້ຍິນວ່າບ້ານເກີດຂອງຕົນໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການລະບາດຂອງພະຍາດ COVID-19. ບັນດາໂຮງໝໍແມ່ນແອອັດ, ຄົນເຈັບຫຼາຍເກີນໄປ. ພະນັກງານການແພດຈໍານວນຫຼາຍໃນທົ່ວປະເທດໄດ້ຖືກລະດົມໄປນະຄອນໂຮ່ຈີມິນເພື່ອໜູນຊ່ວຍຕໍ່ສູ້ກັບການລະບາດຂອງພະຍາດດັ່ງກ່າວ.

ສະນັ້ນ, Jenny ໄດ້ຮຽກຮ້ອງໃຫ້ປະຊາຄົມຊາວຫວຽດນາມຢູ່ນິວຊີແລນ ຮ່ວມແຮງຮ່ວມໃຈປະກອບສ່ວນ, ຊ່ວຍເຫຼືອພະນັກງານການແພດດ່ານໜ້າ ແລະແບ່ງປັນຄວາມຫຍຸ້ງຍາກກັບເດັກນ້ອຍ ແລະຜູ້ອາຍຸສູງທີ່ພວມໄດ້ຮັບການປິ່ນປົວພະຍາດ COVID-19 ຢູ່ບັນດາໂຮງໝໍໃນບໍລິເວນ.

ໄຊພອນ

ເຫດການ
302 Found

Found

The document has moved here.