ບຸນເຕັດເອກະລາດທີ່ສັກກະລະບູຊາໃນດວງໃຈຂອງຊາວຫວຽດນາມ

19:23 | 02/09/2021

ຄຳເວົ້າຂອງປະທານ ໂຮ່ຈີມິນ ໄດ້ດັງຂຶ້ນໄປທົ່ວສະໜາມຫຼວງ ບາດິ່ງ ປະຫວັດສາດໃນລະດູໃບໄມ້ຫຼົ່ນຂອງ 76 ປີກ່ອນນີ້ ຍາມໃດກໍ່ຍັງຝັງເລິກໃນດວງໃຈຂອງປະຊາຊົນຫວຽດນາມ ແຕ່ລະຄົນ

ຊາວຫວຽດນາມ ແຕ່ລະຄົນຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ພື້ນຖານເອກະລາດເສລີພາບຂອງປະເທດຊາດ ຊາວຫວຽດນາມ ແຕ່ລະຄົນຍາມໃດກໍ່ມີຄວາມເອກອ້າງທະນົງໃຈຕໍ່ພື້ນຖານເອກະລາດເສລີພາບຂອງປະເທດຊາດ
ຫໍພິພທະພັນວິຈິດສິນຫວຽດນາມ ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ໌ 3D ຫໍພິພທະພັນວິຈິດສິນຫວຽດນາມ ເປີດຕົວເຕັກໂນໂລຢີການທ່ອງທ່ຽວອອນໄລ໌ 3D
ປະທານ ໂຮ່ຈີມິນ ອ່ານບົດຖະແຫຼງປະກາດເອກະລາດຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດ (ພາບ: sggp.org.vn)
ປະທານ ໂຮ່ຈີມິນ ອ່ານບົດຖະແຫຼງປະກາດເອກະລາດຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດ (ພາບ: sggp.org.vn)

ວັນທີ 02 ກັນຍາ 1945 ຂອງ 76 ປີກ່ອນ, ຢູ່ສະໜາມຫຼວງ ບາດິ່ງ ປະຫວັດສາດ, ປະທານ ໂຮ່ຈີມິນ ໄດ້ປະກາດຢ່າງສະຫງ່າຜ່າເຜີຍກັບພໍ່ແມ່ປະຊາຊົນໝົດທຸກຖ້ວນໜ້າ ແລະ ໂລກກ່ຽວກັບປະເທດຫວຽດນາມ ເອກະລາດ, ເສລີພາບ. 76 ປີໄດ້ຜ່ານພົ້ນໄປ ແຕ່ຄວາມຮູ້ສຶກຂອງແຕ່ລະລຸ້ນກ່ຽວກັບບຸນເຕັດເອກະລາດໃນລະດູໃບໄມ້ຫຼົ່ນປີນັ້ນຍັງເໝືອນເດີມ. ຄວາມເອກອ້າງທະນົງໃຈກ່ຽວກັບວັນຊາດຈາກລຸ້ນນີ້ສູ່ລຸ້ນອື່ນນັ້ນ ແມ່ນຊັບສົມບັດດ້ານຈິດໃຈທີ່ມີຄ່າທີ່ສຸດ ສ້າງຄວາມຕັດສິນໃຈ, ເຈດຈຳນົງຜ່ານຜ່າທຸກຄວາມຫຍຸ້ງຍາກ, ລຳບາກໃນມື້ນີ້.

ຄຳເວົ້າຂອງປະທານ ໂຮ່ຈີມິນ ໄດ້ດັງຂຶ້ນໄປທົ່ວສະໜາມຫຼວງ ບາດິ່ງ ປະຫວັດສາດໃນລະດູໃບໄມ້ຫຼົ່ນຂອງ 76 ປີກ່ອນນີ້ ຍາມໃດກໍ່ຍັງຝັງເລິກໃນດວງໃຈຂອງປະຊາຊົນຫວຽດນາມ ແຕ່ລະຄົນ, ຍ້ອນວ່າ ນັບແຕ່ຈຸດເວລານັ້ນ, ຊາວ ຫວຽດນາມ ຈາກການເປັນຂ້າທາດ ໄດ້ກາຍມາເປັນພົນລະເມືອງຂອງປະເທດເອກະລາດ, ເສລີພາບ.

ຄຸນຄ່າຂອງເອກະລາດ, ເສລີພາບ

ບັນດາພິຍານຫຼັກຖານເປັນກຽດໄດ້ເຂົ້າຮ່ວມ, ເຫັນປະຈັກຕາບຸນເຕັດເອກະລາດຄັ້ງທຳອິດ ຂອງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ ມາຮອດປະຈຸບັນ ລ້ວນແຕ່ມີອາຍຸສູງ, ສຸຂະພາບກໍ່ອ່ອນເພຍຫຼາຍແລ້ວ. ເຖິງແນວນັ້ນກໍ່ຕາມ, ເມື່ອເວົ້າເຖິງຈຸດເວລາທີ່ສັກກະລະບູຊານັ້ນ, ຜູ້ໃດກໍ່ສະແດງໃຫ້ເຫັນຄວາມຜາສຸກດ້ວຍຄວາມຊົງຈຳທີ່ຍັງເໝືອນເດີມ. ທ່ານພັນເອກ ຫງວຽນຈ້ອງຮ່າມ, ອະດີດຮອງຫົວໜ້າເສນາທິການທະຫານເຂດນະຄອນຫຼວງ, ຄາວນັ້ນເປັນທະຫານລາດປ້ອງກັນຕົວຂອງນະຄອນ ຮ່າໂນ້ຍ, ໃຫ້ຮູ້ວ່າ ມີພຽງແຕ່ຜູ້ທີ່ຜ່ານສະໄໝຂ້າທາດຄືທ່ານ ຈຶ່ງຮູ້ສຶກໄດ້ຄວາມເບີກບານມ່ວນຊື່ນໃນວັນບຸນທີ່ໄດ້ເປັນປະຊາຊົນຂອງປະເທດເອກະລາດ.

ບຸນເຕັດເອກະລາດທີ່ສັກກະລະບູຊາໃນດວງໃຈຂອງຊາວຫວຽດນາມ
ທ່ານພັນເອກ ຫງວຽນຈ້ອງຮ່າມ (ພາບ: laodong.vn)

“ຄວາມປະທັບໃຈແມ່ນພາຍຫຼັງດຳລົງຊີວິດຢູ່ພາຍໃຕ້ລະບອບຕ່າງໆ 3 ຄັ້ງນັ້ນ, ປະຈຸບັນ ພື້ນຖານເອກະລາດ ເຕັມໄປດ້ວຍຜົນງານຕິດຕໍ່ກັນ ເມື່ອເຫັນແລ້ວຈຶ່ງຮູ້ວ່າມັນຍິ່ງໃຫຍ່ທີ່ສຸດ. ບຸນເຕັດເອກະລາດປີນັ້ນ, ເມື່ອລົງຖະໜົນບໍ່ສະເພາະແຕ່ຂ້າພະເຈົ້າທີ່ເຫັນບັນຍາກາດທີ່ວ່າ ທຸກຄົນເຫັນໜ້າກັນກໍ່ໂບກມືທັກທາຍ ສະບາຍດີກັນ, ເຊິ່ງເປັນບັນຍາກາດທີ່ເຕັມໄປດ້ວຍຄວາມສາມັກຄີ”.

ສ່ວນທ່ານ ຫງວຽນແທັງກວາງ, ປະທານສະຫະພັນນັກຮົບເກົ່າແຂວງ ດັກນົງ, ເມື່ອຫວນຄືນຊຸມເດືອນປີສົງຄາມຕ້ານຈັດກະພັດ ອາເມລິກາ ກູ້ຊາດ, ສະພາບສົງຄາມທີ່ຂາດເຂີນ, ຫຍຸ້ງຍາກ, ໂອກາດຕ້ອນຮັບບຸນເຕັດເອກະລາດ, ຫວນຄືນ ບົດຖະແຫຼງປະກາດເອກະລາດຂອງປະທານ ໂຮ່ຈີມິນແລ້ວ ຍາມໃດກໍ່ເປັນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງ ເພື່ອໃຫ້ທ່ານ ແລະ ເພື່ອນຮ່ວມກົມກອງປະຕິບັດສຳເລັດໜ້າທີ່ຂອງຕົນ.

“ມີເທື່ອໜຶ່ງພວກຂ້າພະເຈົ້າຕ້ອນຮັບບຸນເຕັດເອກະລາດ, ບັງເອີນໄດ້ຍິນບົດກະວີຂອງນັກກະວີ ໂຕຮິວ ໃນທາງວິທະຍຸ, ໃນນັ້ນມີປະໂຫຍກທີ່ວ່າ “ເຂດພູຜາປ່າໄມ້ມີໄຟຟ້າແທນໃຫ້ແສງດາວ, ຊົນນະບົດມີຈັກມາເປັນຄວາຍແທນໃຫ້ຄົນ”, ຂ້າພະເຈົ້າພຽງແຕ່ຫວັງວ່າ ໃນອະນາຄົດປະເທດເຮົາຈະເປັນແນວນັ້ນ. ມາຮອດປະຈຸບັນ, ເມື່ອນັ່ງຫວນຄືນ ການຕ້ອນຮັບບຸນເຕັດເອກະລາດປີນີ້ ແລ້ວເຫັນວ່າ ປະເທດເຮົາຍາດໄດ້ໄຊຊະນະນີ້ໄປສູ່ໄຊຊະນະອື່ນ, ການດຳລົງຊີວິດໃນປະຈຸບັນ ເມື່ອທຽບໃສ່ກ່ອນນີ້ແມ່ນດີຂຶ້ນທົບບໍ່ຈັກວ່າເທົ່າໃດເທື່ອ, ເຊິ່ງບໍ່ສາມາດປຽບທຽບໄດ້ເລີຍ”.

ສຳລັບລຸ້ນໜຸ່ມທີ່ເກີດມາໃນຍຸກສັນຕິພາບ, ເຂົາເຈົ້າ ຮູ້ຈັກພຽງແຕ່ບຸນເຕັດເອກະລາດຜ່ານເລື່ອງລາວເຊິ່ງລຸ້ນປູ່ຍ່າຕາຍາຍ, ພໍ່ແມ່ເລົ່າໃຫ້ຟັງເທົ່ານັ້ນ. ເຫດການໃນມື້ທີ່ມີເອກະລາດຍາມໃດກໍ່ມີຊີວິດຊີວາ, ບອກເຕືອນລຸ້ນຫຼັງກ່ຽວກັບຫຼັກສິນທຳທີ່ວ່າ ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ມີຄວາມຮັບຜິດຊອບຕໍ່ປະຫວັດສາດຂອງຊາດ. ແລະ ດ້ວຍຫຼາຍວິທີທີ່ແຕກຕ່າງກັນ, ລຸ້ນໜຸ່ມພວມສະແດງຄວາມຮັກຕໍ່ປະເທດຊາດ ຕາມວິທີສະເພາະຂອງໃຜລາວ, ຈາກວຽກງານທີ່ລຽບງ່າຍ, ແທດຈິງທີ່ສຸດ. ອ້າຍ ເລວັນເລືອງ, ຮອງເລຂາຄະນະຊາວໜຸ່ມແຂວງ ເງະອານ, ໃຫ້ຮູ້ວ່າ:

“ໂດຍໄດ້ດຳລົງຊີວິດໃນມື້ບຸນເຕັດເອກະລາດຂອງຊາດ, ລຸ້ນໜຸ່ມພວກຂ້າພະເຈົ້າ ຍາມໃດກໍ່ມີຄວາມຕື້ນຕັນໃຈ, ເອກອ້າງທະນົງໃຈ ທີ່ສຸດ, ແລະ ລຸ້ນໜຸ່ມພວກຂ້າພະເຈົ້າ ໄດ້ດຳລົງຊີວິດໃນສັນຕິພາບຄືແນວນີ້, ຍາມໃດ ພວກຂ້າພະເຈົ້າກໍ່ຄິດຮອດລຸງ ໂຮ່ ທີ່ແສນເຄົາລົບຮັກ. ສຳລັບລຸ້ນໜຸ່ມພວກຂ້າພະເຈົ້າແລ້ວ ຍາມໃດກໍ່ກຳນົດໄດ້ໜ້າທີ່ຄວາມຮັບຜິດຊອບຢ່າງໃຫຍ່ຫຼວງຂອງຕົນ, ສືບຕໍ່ມານະພະຍາຍາມຮ່ຳຮຽນ, ຝືກຝົນຫຼໍ່ຫຼອມ, ປະຈັນບານ, ສະໝັກໃຈ, ປະດິດຄິດສ້າງໃນທຸກດ້ານ ເພື່ອປະກອບສ່ວນສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ.”

ບໍ່ພຽງແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ມີເພື່ອນໜຸ່ມຫຼາຍຄົນທີ່ພວມດຳລົງຊີວິດ, ຮ່ຳຮຽນຢູ່ຕ່າງປະເທດ ກໍ່ລ້ວນແຕ່ສະແດງຄວາມຮູ້ສຶກເອກອ້າງທະນົງໃຈໃນມື້ບຸນເຕັດເອກະລາດ. ນາງ ເວິນແອັງ, ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ ອົດສະຕາລີ, ແບ່ງປັນວ່າ:

“ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ປະເທດຊາດ, ໃນຊຸມມື້ນີ້ ຕົນເອງ ແລະ ທຸກຄົນລ້ວນແຕ່ມຸ່ງໜ້າໄປຫາປະເທດຊາດ, ປະທານໂຮ່ຈີມິນ, ແຕ່ກໍ່ບໍ່ລືມກົ້ມຫົວໄວ້ອາໄລ ຕໍ່ດວງວິນຍານຂອງບັນດານັກຮົບເສຍສະຫຼະຊີວີດເພື່ອຍາດເອົາພື້ນຖານເອກະລາດມາໃຫ້ປະເທດຊາດ. ລຸ້ນໜຸ່ມພວກຂ້າພະເຈົ້າປາດຖະໜາຢາກຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຄວາມຮູ້ໃຫ້ເປັນຢ່າງດີ ເພື່ອຕໍ່ໄປນີ້ປະກອບສ່ວນສ້າງປະເທດ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາຄືດັ່ງຄວາມປາດຖະໜາຂອງປະທານໂຮ່ຈີມິນ”.

ໃນວັນປະຫວັດສາດຂອງປະເທດຊາດ, ການສະຖາປະນາປະເທດ ຫວຽດນາມ ຄົບຮອບ 76 ປີ, ປະຊາຊົນຫວຽດນາມ ແຕ່ລະຄົນ ລ້ວນແຕ່ມີຄວາມເອກອ້າງທະນົງໃຈ ກ່ຽວກັບຜົນງານເຊິ່ງປະເທດບັນລຸໄດ້. ວັນບຸນປີນີ້, ທັງຊາດຫວຽດນາມ ພວມກ້າວເຂົ້າສູ່ການຕໍ່ສູ້ໃໝ່, ການຕໍ່ສູ້ຕ້ານໂລກລະບາດໂຄວິດ-19. ດ້ວຍຈິດໃຈສາມັກຄີ, ຮ່ວມແຮງຮ່ວມໃຈ, ອຸ້ມຊູຊ່ວຍເຫລືອຊຶ່ງກັນ ແລະ ກັນ, ກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ ແນ່ນອນວ່າໃນການຕໍ່ສູ້ຄັ້ງນີ້ ຈະສືບຕໍ່ບັນລຸຜົນສຳເລັດ.

vovworld.vn

ເຫດການ
302 Found

Found

The document has moved here.