ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດໂຄວິດ -19

16:19 | 14/08/2021

ຍສໝ - ວັນທີ 12 ສິງຫາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ - ກະຊວງການຕ່າງປະເທດໄດ້ປະສານສົມທົບກັບຄະນະກຳ ມະການຊາວຫວຽດນາມຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ເພື່ອຈັດຕັ້ງໂຄງການ: “ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ -19”.

ທ່ານ ອະດີດເອກອັກຄະລັດຖະທູດ Ted Osius ເປີດຕົວປຶ້ມກ່ຽວກັບວິ​ວັດການສ້າງຄວາມປອງດອງລະຫວ່າງສະຫະລັດອາເມລິກາ ແລະຫວຽດນາມ ທ່ານ ອະດີດເອກອັກຄະລັດຖະທູດ Ted Osius ເປີດຕົວປຶ້ມກ່ຽວກັບວິ​ວັດການສ້າງຄວາມປອງດອງລະຫວ່າງສະຫະລັດອາເມລິກາ ແລະຫວຽດນາມ
ຊາວຫວຽດນາມເກືອບ 3,5 ລ້ານຄົນ ມີໃບຢັ້ງຢືນການສັກຢາກັນພະຍາດໂຄວິດ -19 ເອເລັກໂທຣນິກ ຊາວຫວຽດນາມເກືອບ 3,5 ລ້ານຄົນ ມີໃບຢັ້ງຢືນການສັກຢາກັນພະຍາດໂຄວິດ -19 ເອເລັກໂທຣນິກ
ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດໂຄວິດ -19
ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ -19. ພາບ: vietbao.vn

ໂດຍເຂົ້າຮ່ວມລວມມີ: ຜູ້ຕາງໜ້າຈາກກະຊວງການຕ່າງປະເທດ, ຄະນະພັກ - ສະພາປະຊາຊົນ - ຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ; ທ່ານໝໍ ຫວູຫງອກເຄ (ຊາວຫວຽດນາມ ຢູ່ອາເມລິກາ) - ອະດີດທ່ານໝໍຂອງພະແນກກ​ວດກ​າ​ໂລ​ກ​ລ​ະ​ບ​າດ ຂອງສະຖາບັນ Pasteur ນະຄອນໂຮ່ຈີມິນ; ທ່ານ ເຈິ່ນຈ້ອງຮຸ່ງ (ຊາວຫວຽດນາມອາ​ໄສຢູ່ ໂປໂລຍ) - ຫົວໜ້າຄະນະໜູນຊ່ວຍ ແລະປ້ອງກັນພະຍາດໂຄວິດ -19 ປະຊາຄົມຊາວຫວຽດນາມຢູ່ໂປໂລຍ; ທ່ານ ເຈິ່ນຫງອກຟູ (ຊາວຫວຽດນາມອາ​ໄສຢູ່ ຍີ່ປຸ່ນ) - ປະທານ Metran Japan; ທ່ານ ປອ. ຫງວຽນດຶກໄທ (ຊາວຫວຽດນາມອາ​ໄສຢູ່ອາເມລິກາ) - Co-Founder TransMed-VN; ທ່ານ ປອ. ຫວໍຕວ່ານຈູງ - ທ່ານໝໍ (ຊາວຫວຽດນາມອາ​ໄສຢູ່ ຟະຣັ່ງ) - ທ່ານໝໍຢຸ່ບັນດາ ໂຮງໝໍ ປາຣີ .

ຜູ້ປະສານງານໂຄງການແມ່ນ ທ່ານ Danny ຫວໍແທ່ງດັງ (ຊາວຫວຽດນາມອາ​ໄສຢູ່ສິງກະໂປ) - ຮອງປະທານສະມາຄົມນັກທຸລະກິດຫວຽດນາມຢູ່ຕ່າງປະເທດ - ຜູ້ຕາງໜ້າ Intercharm Training Hub.

ໃນການ​ພົບ​ປະ​ເຈ​ລະ​ຈາ​ກັບບັນດານັກປາຖະກະຖາຈະແລກ​ປ່ຽນ​ກ່ຽວ​ກັບບັນດາເນື້ອໃນເຊັ່ນ: ຍຸດທະສາດ ແລະແຜນການຄວບຄຸມການລະບາດຂອງພະຍາດໂຄວິດ-19 “4 ອາທິດສໍາລັບ 4 ບັນຫາສຳຄັນຕົ້ນຕໍ ແລະ 4 ເປົ້າໝາຍ”; 3 ວິທີ ເພື່ອໜູນຊ່ວຍການປ້ອງກັນການລະບາດຂອງພະຍາດ: ການປ້ອງກັນຢ່າງສຸດຂີດ - ການປ້ອງກັນທັນທີ - ສຸກເສີນທັນການ; ປະສົບການອັນກວ້າງຂວາງກັບການກວດຫາເຊື້ອ Covid-19 ແລະ ການສະເໜີສໍາລັບການປັບປຸງ PCR ທີ່ມີຄວາມ​ຊັດ​ເຈ​ນສູງສຸດ;

ຍຸດທະສາດໂດຍສັງເຂບກ່ຽວກັບການໃຊ້ເຄື່ອງຊ່ວຍຫາຍໃຈ ສຳລັບຄົນ​ເຈັບ​ທີ່ຕິດເຊື້ອ Covid-19 ຢູ່ຫວຽດນາມ; ປະສົບການໃນການຕ້ານການລະບາດ ແລະການຈຳ​ກັດ​ບໍ​ລິ​ເວນຢູ່ປາຣີ- ຟຣັ່ງ ແລະ ບັນ​ດາການສະເໜີໃນການຕ້ານການລະບາດ ແລະການຈຳ​ກັດ​ບໍ​ລິ​ເວນຢູ່ນະຄອນໂຮ່ຈີມິນ.

ປັນຊ່ຽວຊານປັນ​ຍາ​ຊົນຊາວຫວຽດນາມຢູ່ຕ່າງປະເທດທີ່ມີຄວາມຊໍານານ ແລະປະສົບການຕົວຈິງຈະມີການແລກປ່ຽນ, ການສະເໜີທີ່ມີ​ລັກ​ສະ​ນະແທດຈິງ, ຮີບດ່ວນທີ່ເໝາະສົມກັບສະຖານະການການລະບາດຂອງພະຍາດຢູ່ນະຄອນໂຮ່ຈີມິນເວົ້າສະເພາະ ແລະທົ່ວປະເທດເວົ້າລວມໃນໄລ​ຍະປະຈຸບັນ.

ລາຍການ​ຖ່າຍ​ທອດສົດຢູ່ຊ່ອງ Youtube ຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ: https://youtube.com/channel/UC8Tp3MCaeuamFOxTJuNnKqw

ຜູ້ເຂົ້າຮ່ວມລົງທະບຽນອອນລາຍ ເພື່ອຮັບເອົາຂໍ້ມູນເຂົ້າສູ່ລະບົບ Zoom: https://bit.ly/linkdangkyhealthtalk

ໄຊພອນ

ເຫດການ
302 Found

Found

The document has moved here.