ຊາວຫວຽດນາມເກືອບ 3,5 ລ້ານຄົນ ມີໃບຢັ້ງຢືນການສັກຢາກັນພະຍາດໂຄວິດ -19 ເອເລັກໂທຣນິກ

20:46 | 13/08/2021

ຍສໝ - ໄລ່ຮອດວັນທີ 5 ສິງຫາ 2021, ຊາວຫວຽດນາມເກືອບ 3.5 ລ້ານຄົນໄດ້ມີໃບຢັ້ງຢືນການສັກຢາກັນພະຍາດໂຄວິດ -19 ເອເລັກໂທຣນິກ.

ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ. ມີວັກຊີນກັນໂຄວິດ - 19 ຕື່ມອີກ 3.000.000 ໂດຣ ໄດ້ສົ່ງມາຮອດຫວຽດນາມ.
ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3 ມີ ກ່ວາ 900 ຄົນອາສາສະໝັກສັກວັກຊິນກັນໂຄວິດ - 19 nano Covax ຄັ້ງທີ 2 ໄລຍະທີ 3

ປັດຈຸບັນ, ໂປຼ​ແກມການຄຸ້ມຄອງການສັກຢາກັນພະຍາດໂຄວິດ -19 ແຫ່ງຊາດ ໄດ້ກຽມພ້ອມໃຫ້ຕອບສະໜອງ 5 ລ້ານໂດສຕໍ່ມື້ ເພື່ອຮັບໃຊ້ຄວາມຕ້ອງການໃນການສັກຢາກັນພະຍາດ​ເພີ່ມ​ທະ​ວີ ແລະ ​ເປີດກວ້າງຂອງກະຊວງສາທາລະນະສຸກ. ການຜັນຂະຫຍາຍ​ພື້ນ​ຖານການຄຸ້ມຄອງ ການສັກຢາກັນພະຍາດ COVID-19 ແຫ່ງຊາດ ແມ່ນໜ້າທີ່ສຳຄັນ ໂດຍ ​ທ່ານນາຍົກລັດຖະມົນຕີ, ກະຊວງສາທາລະນະສຸກ, ກະຊວງຖະແຫຼງຂ່າວ ແລະ ການສື່ສານ, ຄະນະຊີ້ນຳແຫ່ງຊາດກ່ຽວ​ກັບ​ການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ໄດ້ມອບໝາຍໃຫ້ Viettel.

ຊາວຫວຽດນາມເກືອບ 3,5 ລ້ານຄົນ ມີໃບຢັ້ງຢືນການສັກຢາກັນພະຍາດໂຄວິດ -19 ເອເລັກໂທຣນິກ
ຊາວຫວຽດນາມເກືອບ 3,5 ລ້ານຄົນ ມີໃບຢັ້ງຢືນການສັກຢາກັນພະຍາດໂຄວິດ -19 ເອເລັກໂທຣນິກ.

ໂປຼ​ແກມດັ່ງກ່າວປະກອບມີ 4 ລະບົບຄື: ໂປຼ​ແກມປຶ້ມຕິດ​ຕາມສຸຂະພາບເອເລັກໂຕຣນິກ, ​ຖານຂໍ້ມູນການສັກຢາປ້ອງກັນພະຍາດໂຄວິດ -19, ລະບົບໝູ່ນຊ່ວຍວຽກ​ງ​ານສັກຢາກັນພະຍາດແຫ່ງຊາດ ແລະ ສູນຕອບສະໜອງ (MCC). ປະຈຸບັນໂປຼ​ແກມນຳ​ໃຊ້ຕົວຈິງຢູ່ໃນ 62/63 ແຂວງ ແລະ ນະ​ຄອນໃນທົ່ວປະເທດ.

ເມື່ອເຂົ້າຮ່ວມການສັກຢາກັນພະຍາດຢູ່ຈຸດສັກຢາ ໂດຍການນໍາໃຊ້ໂປຼ​ແກມຄຸ້ມຄອງການສັກຢາກັນພະຍາດແຫ່ງຊາດ COVID-19, ປະຊາຊົນຈະໃຊ້ເວລາພຽງແຕ່ ບໍ່​ຮອດ 5 ວິນາທີ ເພື່ອຢືນຢັນຂໍ້ມູນດ້ວຍລະຫັດ QR. ຫຼັງຈາກຂໍ້ມູນການສັກຢາ ໄດ້ຖືກອັບເດດເປັນຖານຂໍ້ມູນທີ່ຄຸ້ມຄອງ​ລວມ​ສູນ, ປະຊາຊົນສາມາດຄົ້ນຫາ "ໃບຢັ້ງຢືນການສັກຢາປ້ອງກັນພະຍາດໂຄວິດ -19" ຂອງເຂົາເຈົ້າ ຢູ່ໃນໂປຼ​ແກມປຶ້ມ​ຕິດ​ຕາມສຸຂະພາບເອເລັກໂທຣນິກ ຫຼື ຢູ່ໃນ​ຖານ​ຂໍ້​ມູນການສັກຢາປ້ອງກັນ COVID-19. ຜູ້ທີ່ໄດ້ຮັບວັກຊີນ COVID-19 ໜຶ່ງໂດສຈະມີໃບຢັ້ງຢືນສີເຫຼືອງ ແລະຜູ້ທີ່ໄດ້ຮັບວັກ​ຊີນ 2 ໂດສຈະມີໃບຢັ້ງຢືນສີຟ້າ.

ທ່ານໂຂງວັນດົງ, ຜູ້ອໍານວຍການສູນການແກ້ໄຂບັນຫາສຸຂະພາບດີຈີຕອນ, ບໍລິສັດ​ໃຫຍ່ ວິທີການແກ້ໄຂວິສາຫະກິດ Viettel (Viettel Solutions) ກ່າວວ່າ: “ການອະນຸຍາດໃຫ້ລົງທະບຽນລ່ວງໜ້າ ຜ່ານການນໍຳໃຊ້ໂປຼ​ແກມໂທລະສັບ ຈະຊ່ວຍຈໍາກັດການພົວພັນລະຫວ່າງບຸກຄົນ​ທີ່​ໄປສັກຢາ ແລະ ບຸກຄົນທີ່ຮັບຜິດຊອບ​ການຢືນຢັນຂໍ້ມູນ, ຫຼຸດຂັ້ນຕອນການປ້ອນຂໍ້ມູນລົ​ເມື່ອທຽບກັບວິທີ​ຕາມປົກກະຕິ.

ກ່ອນໜ້ານີ້, ໃນວັນທີ 10 ກໍລະກົດ, ບັ້ນ​ຮົບສັກຢາກັນພະຍາດໂຄວິດ -19 ໄດ້ປຸກລະດົມຜັນຂະຫຍາຍຢູ່ສະຖານທີ່ສັກຢາກັນພະຍາດໃນທົ່ວປະເທດ ເພື່ອ​ເປັນ​ເຈົ້າ​ການ​ໃນ​ກ​ານປ້ອງກັນການລະບາດ ໂດຍການນ​ຳໃຊ້ວັກຊີນສຳລັບ​ເປົ້າ​ໝາຍທີ່ມີຄວາມສ່ຽງສູງ ແລະຊຸມຊົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.