ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ເນັ້ນໜັກວ່າ: ໃນສະພາບແວດລ້ອມຄວາມໝັ້ນຄົງສາກົນທີ່ສັບສົນທີ່ສຸດໃນຫຼາຍທົດສະວັດ, ບັນດາປະເທດຄວນເພີ່ມທະວີບັນດາຄວາມມານະພະຍາຍາມຂອງສາກົນໃນການຫຼຸດຜ່ອນອາວຸດ ແລະ ຕ້ານການແຜ່ຂະຫຍາຍອາວຸດນິວເຄຼຍ ເພື່ອແນໃສ່ປົກປ້ອງບັນດາຜົນງານທີ່ປະຊາຄົມສາກົນຍາດມາໄດ້ຢ່າງຫຍຸ້ງຍາກ.
ຍສໝ - ພາຍຫຼັງການຄົ້ນຄວ້າ, ຮໍ່າຮຽນໃນໄລຍະ 1 ເດືອນ ດ້ວຍຄວາມຮັບຜິດຊອບສູງ ແລະ ຄວາມມານະພະຍາຍາມຂອງຄູອາຈານ, ນັກສຳມະນາກອນ ແລະ ບັນດາ ອົງການ ຮັບປະກັນ, ຮັບໃຊ້, ຊຸດຝຶກອົບຮົມໄດ້ປະຕິບັດສຳເລັດໜ້າທີ່ ທີ່ໄດ້ວາງອອກດ້ວຍຄຸນນະພາບສູງ.
ຍສໝ - ດ້ວຍບົດບາດເປັນນັກຊ່ຽວຊານການແພດທີ່ເຮັດວຽກຢູ່ໂຮງໝໍກອງທັບ 103 - ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເປັນເວລາ 3 ເດືອນ, ຄະນະປະຕິບັດງານຂອງໂຮງໝໍ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກບັນດາ ເພື່ອນມິດລາວ, ເໝືອນດັ່ງອ້າຍນ້ອງໃນຄອບຄົວດຽວກັນ, ຢູ່ບ້ານເກີດເມືອງ ນອນດຽວກັນ.
ການຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອມາເລເຊຍ ຂອງກໍາປັ່ນ 286-ເລກຸ໊ຍດົນ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ສ້າງຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ, ຊາວຫວຽດນາມ ຕໍ່ປະເທດມາເລເຊຍ.
ຫວ່າງແລ້ວນີ້, ກະຊວງປ້ອງກັນປະເທດ ຈັດຕັ້ງພິທີມອບຂໍ້ຕົກລົງຂອງປະທານປະເທດໃຫ້ ພັນຕີ ບຸ່ຍວັນຍູງ ເດີນທາງໄປປະຕິບັດໜ້າທີ່ຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້. ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມປະຕິບັດງານລະຫວ່າງຂະແໜງ, ຫົວໜ້າຄະນະຊີ້ນໍາກະຊວງປ້ອງກັນປະເທດ ກ່ຽວກັບວຽກງານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ເປັນປະທານພິທີ.
ຍສໝ - ສິບປີໃນການແຕ່ງຕັ້ງປະຕິບັດວຽກງານພິເສດ, “ການເປັນສາຍລັບ” ໃນເຂດຄຸ້ມຄອງຂອງສັດຕູ ເພື່ອຊ່ວຍປະເທດເພື່ອນບ້ານລາວ, ພັນເອກ ວິລະຊົນ ຫງວຽນດຶກແຫ້ງ ໄດ້ຮັບການປົກປ້ອງຂອງປະຊາຊົນ ລາວ, ໃນນັ້ນມີ ແມ່ຫອມ - ຜູ້ທີ່ໄດ້ຮັບນາມມະຍົດວິລະຊົນ ກຳລັງປະກອບອາວຸດ ຈາກພັກ, ລັດຖະບານລາວ ໃນໄລຍະຕໍ່ມາ.
ຍສໝ-ນັ້ນແມ່ນເລື່ອງເລົ່າຄວາມໃນໃຈຂອງ ນ້ອງ ໂຮ່ທິຫງິນ ຢູ່ບ້ານລາໄລ ອາຊອຍ ກຸ່ມບ້ານ 2, ເມືອງສະໝ້ວຍ, ແຂວງສາລະວັນ (ລາວ) ກ່ຽວກັບບັນດາພໍ່ລ້ຽງທີ່ເປັນທະຫານຊາຍແດນຫວຽດນາມ.
ຍສໝ - ທ່ານພັນຕີ ບົວໄທ ມິ່ງເມືອງອາດ, ຫົວໜ້າຄະນະພະນັກງານກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ຢັ້ງຢືນວ່າ ບັນດາ ນັກສໍາມະນາກອນ ຕັດສິນໃຈແກ້ໄຂທຸກຄວາມຫຍຸ້ງຍາກ, ສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນການຮໍ່າຮຽນ...
ວັນທີ 10 ກັນຍາ, ໄດ້ດໍາເນີນກອງປະຊຸມປະເມີນຜົນວຽກງານແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນອາເດີດ, ທະຫານຊາຍແດນ ແຂວງເທື່ອທຽນ-ເຫວ້ ແລະກອງຮ້ອຍທະຫານຊາຍແດນ 531, ກອງບັນຊາການທະຫານຊາຍແດນແຂວງເຊກອງ.
ຕອນເຊົ້າວັມທີ 6 ກັນຍາ, ກອງບັນຊາການທະຫານຊາຍແດນແຂວງກວ໋າງຈິ ຈັດຕັ້ງພິທີເປີດຊຸດຝຶກອົບຮົມວິຊາສະເພາະປ້ອງກັນຊາຍແດນ ໃຫ້ແກ່ພະນັກງານກອງບັນຊາການທະຫານແຂວງ ສະຫວັນນະເຂດ
ຍສໝ - ທ່ານພົນຈັດຕະວາ ປອ. ຫງວຽນຮວ່າງຍຽນ ໃຫ້ຮູ້ວ່າ ໃນໄລຍະຝຶກອົບຮົບ, ບັນດາພະນັກງານຂອງກອງທັບປະຊາຊົນລາວ ໄດ້ປະ ກອບຄວາມຮູ້ພື້ນຖານກ່ຽວກັບວິທີການຄົ້ນຄວ້າປະຫວັດສາດການທະຫານ, ພ້ອມກັບບາງບົດຮຽນ, ພຶດຕິກໍາຕົວຈິງທີ່ມີຄ່າກ່ຽວກັບວຽກງານຄົ້ນຄວ້າ ແລະ ຄຸ້ມຄອງວິທະຍາສາດປະຫວັດສາດການທະຫານໃນກອງທັບປະຊາຊົນຫວຽດນາມ ຫວ່າງມໍ່ໆມານີ້...
ຫວ່າງແລ້ວນີ້, ທີ່ກອງບັນຊາການທະຫານຊາຍແດນແຂວງກອນຕຸມ, ສະຫາຍພັນເອກພິເສດ ເລກ໊ວກຫວຽດ ຫົວໜ້າການທະຫານ ກອງບັນຊາການທະຫານຊາຍແດນແຂວງ ກອນຕຸມ ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະຜູ້ແທນກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື ນໍາໂດຍສະຫາຍພັນເອກ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງອັດຕະປື.
ວັນທີ 8 ສິງຫາ, ຢູ່ຮ່າໂນ້ຍ, ສະຖາບັນປະຫວັດສາດການທະຫານກະຊວງປ້ອງກັນປະເທດຫວຽດນາມ ຈັດພິທີໄຂຊຸດຝຶກອົບຮົມວຽກງານປະຫວັດສາດການທະຫານໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2022.
ຕອນເຊົ້າວັນທີ 9 ສິງຫາ, ຄະນະທີ່ປຶກສາທູດປ້ອງກັນຊາດບັນດາປະເທດ ປະຈໍາ ຫວຽດນາມ ນໍາໂດຍທ່ານພັນເອກ Prapard Iamolee ທີ່ປຶກສາທູດທະຫານອາກາດໄທ ໄດ້ໄປຢ້ຽມຢາມກອງພົນນ້ອຍ 147, ທະຫານເຮືອເຂດ 1.
ຍສໝ - ນັກວິລະຊົນປະກອບອາວຸດປະຊາຊົນ Kostas ຫງວຽນວັນເລິບ ເກີດຢູ່ເກຼັກ, ແຕ່ຊ່ວງໄວໜຸ່ມຂອງລາວ ລ້ວນແຕ່ດຳລົງຊີວິດ ແລະ ຕໍ່ສູ້ຄຽງບ່າຄຽງໄລ່ກັບບັນດາສະຫາຍຢູ່ ຫວຽດນາມ.
ຍສໝ - ທ່ານເອກອັກຄະລັດຖະທູດ ດິ່ງຕວ່ານຖັ໊ງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການປະກອບສ່ວນຂອງບັນດາວິລະຊົນ, ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດ ທີ່ອຸທິດສ່ວນ ແລະ ຕໍ່ສູ້ຢ່າງບໍ່ຍອມຈຳນົນ, ກ້າຫານ, ສ້າງສິ່ງມະຫັດສະຈັນ, ປະຫວັດສາດອັນສະຫງ່າລາສີຂອງປະເທດຊາດ.
ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ສົມທົບກັບສູນກາງສະຫະພັນນັກຮົບເກົ່າ ລາວ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດພິທີຖະຫວາຍທູບທຽນ ອາໄລຫາ, ເຊີດຊູ.
ວັນທີ 24 ມິຖຸນາ, ກອງກໍາປັ່ນທະຫານເຮືອອິນເດຍ ລວມມີກໍາປັ່ນປ້ອງກັນລູກສອນໄຟ INS Sahyadri (ໝາຍເລກ F49) ແລະກໍາປັ່ນ INS Kadmatt (ໝາຍເລກ P29) ໂດຍທ່ານພົນຈັດຕະວາ Sanjay Bhalla ຜູ້ບັນຊາການກອງເຮືອພາກຕາເວັນອອກ ຂອງທະຫານເຮືອອິນເດຍ ເປັນຫົວໜ້າຄະນະພ້ອມດ້ວຍນາຍທະຫານ, ລູກເຮືອ 514 ຄົນໄດ້ເຂົ້າທຽບທ່າກໍາປັ່ນນະຄອນໂຮ່ຈີມິນ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 24-26 ມິຖຸນາ.
ຍສໝ - ຫວ່າງແລ້ວນີ້, ກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ຈັດພິທີສົ່ງ ຄະນະ 156 ຄົນໃນຈຳນວນ 184 ຄົນຂອງກອງທະຫານແສງ ເລກ 1 ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ອອກເດີນທາງໄປຍັງ ຄະນະຜູ້ແທນຄວາມປ້ອງກັນຄວາມສະຫງົບ ຂອງສະຫະປະຊາຊາດຢູ່ Abyei (UNISFA).
ຍສໝ-ເນື່ອງໃນໂອກາດລະນຶກ 75 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022) ຈະມີຫຼາຍກິດຈະກໍາທີ່ສໍາຄັນຄື ພິທີລະນຶກ 75 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ການພົບປະສັງສັນກັບຜູ້ແທນ 450 ທ່ານທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ປີ 2022 ຢູ່ນະຄອນ ຮ່າໂນ້ຍ; ພິທີປຸກລະດົມ, ຂົນຂວາຍການສ້າງກອງທຶນຕອບບຸນແທນຄຸນສູນກາງຢູ່ ຮ່າໂນ້ຍ; ພິທີມອບໃບຢັ້ງຢືນປະເທດຊາດຈາລຶກຄຸນງາມຄວາມດີໃຫ້ແກ່ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເງະອານ…