ຄະນະທີ່ປຶກສາທູດປ້ອງກັນຊາດບັນດາປະເທດ ປະຈໍາ ຫວຽດນາມ ຢ້ຽມຢາມກອງພົນນ້ອຍ 147, ທະຫານເຮືອເຂດ 1

18:47 | 11/08/2022

ຕອນເຊົ້າວັນທີ 9 ສິງຫາ, ຄະນະທີ່ປຶກສາທູດປ້ອງກັນຊາດບັນດາປະເທດ ປະຈໍາ ຫວຽດນາມ ນໍາໂດຍທ່ານພັນເອກ Prapard Iamolee ທີ່ປຶກສາທູດທະຫານອາກາດໄທ ໄດ້ໄປຢ້ຽມຢາມກອງພົນນ້ອຍ 147, ທະຫານເຮືອເຂດ 1.

ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງຊາດ” ໃຫ້ເອກອັກຄະລັດຖະທູດ ຮຸງກາຣີ ປະຈໍາ ຫວຽດນາມ ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງຊາດ” ໃຫ້ເອກອັກຄະລັດຖະທູດ ຮຸງກາຣີ ປະຈໍາ ຫວຽດນາມ
ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ ມອບຫຼຽນກາລະນຶກ “ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດຕ່າງໆ” ໃຫ້ເອກອັກຄະລັດຖະທູດເດນມາກ ປະຈໍາ ຫວຽດນາມ

ທີ່ການຕ້ອນຮັບ, ທ່ານພັນເອກພິເສດ ເຢືອງຮຸຍທົງ ຫົວໜ້າກອງພົນນ້ອຍ 147 ໄດ້ແນະນໍາໂດຍສັງເຂບກ່ຽວກັບປະຫວັດສາດ, ມູນເຊື້ອ, ໜ້າທີ່ ແລະຜົນງານດີເດັ່ນຂອງກົມກອງໃນໄລຍະຜ່ານມາ. ຕາມນັ້ນແລ້ວ, ກອງພົນນ້ອຍ 147 ແມ່ນໜຶ່ງໃນບັນດາກຳລັງສຳຄັນຂອງທະຫານເຮືອປະຊາຊົນຫວຽດນາມ, ມີໜ້າທີ່ຝຶກແອບ, ຕໍ່ສູ້ປົກປັກຮັກສາອະທິປະໄຕທະເລ, ໝູ່ເກາະຢູ່ເຂດຕາເວັນອອກສ່ຽງເໜືອຂອງປະເທດ; ເຂົ້າຮ່ວມການຊ່ວຍເຫຼືອປະຊາຊົນປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ການຊອກຫາ-ກູ້ໄພກູ້ຊີບ.

ຄະນະທີ່ປຶກສາທູດປ້ອງກັນຊາດບັນດາປະເທດ ປະຈໍາ ຫວຽດນາມ ຢ້ຽມຢາມກອງພົນນ້ອຍ 147, ທະຫານເຮືອເຂດ 1
ຜູ້ບັນຊາການກອງພົນນ້ອຍ 147 ແລະສະມາຊິກຄະນະຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ຕາງໜ້າຄະນະ, ທ່ານພັນເອກ Prapard Iamolee ຢັ້ງຢືນວ່າ ການຢ້ຽມຢາມແມ່ນມີປະໂຫຍດຫຼາຍສຳລັບສະມາຊິກແຕ່ລະຄົນ, ປະກອບສ່ວນແທດຈິງເຂົ້າໃນການເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບບັນດາປະເທດ. ພາຍຫຼັງການແລກປ່ຽນດ້ານເນື້ອໃນແລ້ວ, ຄະນະໄດ້ໄປຢ້ຽມຢາມ, ຊົມການສະແດງຜ່ານສິ່ງກີດຂວາງ ແລະສະແດງມວຍຂອງພະນັກງານ, ນັກຮົບກອງພົນນ້ອຍ 147.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.