ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”

07:38 | 12/10/2022

ຍສໝ - ດ້ວຍບົດບາດເປັນນັກຊ່ຽວຊານການແພດທີ່ເຮັດວຽກຢູ່ໂຮງໝໍກອງທັບ 103 - ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເປັນເວລາ 3 ເດືອນ, ຄະນະປະຕິບັດງານຂອງໂຮງໝໍ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກບັນດາ ເພື່ອນມິດລາວ, ເໝືອນດັ່ງອ້າຍນ້ອງໃນຄອບຄົວດຽວກັນ, ຢູ່ບ້ານເກີດເມືອງ ນອນດຽວກັນ.

ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ຫວຽດ​ນາມ ມີ 10 ແຂ​ວງ​ນະ​ຄອນ​ຕິດ​ກັບ​ລາວ, 10 ຄູ່​ດ່ານ​ຊາຍ​ແດນ​ສາ​ກົນ, ແຕ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ບັນ​ດາ​ແຂວງ​ເຂດ​ຊາຍ​ແດນ​ຍັງ​ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ
ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ

ກາງເດືອນກໍລະກົດ 2022, ທ່ານໝໍ ຟ້າມວັນຮ້ຽວ, ຮອງຫົວໜ້າ ພາກວິຊາໂລຫິດສາດ, ໂຮງໝໍສູນກາງກອງທັບ 108 ແລະ ບັນດາແພດໝໍຂອງໂຮງໝໍ ໄດ້ເດີນທາງໄປຢ້ຽມຢາມໂຮງໝໍກອງທັບ 103 ຂອງລາວ ໃນສະພາບການພິເສດ ແລະ ມີຄວາມໝາຍເມື່ອສອງປະເທດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື.

ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”
ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”
ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”
ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”
ບັນຍາຍເພື່ອອັບເດດຄວາມຮູ້ໃນການບົ່ງມະຕິພະຍາດ ແລະ ປິ່ນປົວພະຍາດ ໃຫ້ແກ່ແພດໝໍຢູ່ໂຮງໝໍກອງທັບ 103 (ລາວ). ພາບ: ອານຫງອັກ
ເຕັມໄປດ້ວຍໄມຕີຈິດແພດທະຫານ ຢູ່ ປະເທດ “ລ້ານຊ້າງ”
ໂຮງໝໍກອງທັບສູນກາງ 108 ໄດ້ສົ່ງນາຍແພດທະຫານ ມາສະໜັບສະໜູນແພດທະຫານລາວໃນປີ 2022.

ດ້ວຍບົດບາດເປັນນັກຊ່ຽວຊານການແພດທີ່ເຮັດວຽກຢູ່ໂຮງໝໍກອງທັບ 103 - ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນເປັນເວລາ 3 ເດືອນ, ຄະນະປະຕິບັດງານຂອງໂຮງໝໍ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກບັນດາເພື່ອນມິດລາວ, ເໝືອນດັ່ງອ້າຍນ້ອງໃນຄອບຄົວດຽວກັນ, ຢູ່ບ້ານເກີດເມືອງນອນດຽວກັນ. ຢູ່ທີ່ນີ້, ບັນດາແພດໝໍຂອງໂຮງໝໍສູນກາງກອງທັບ 108 ໄດ້ຊ່ວຍເຫຼືອປະເທດເພື່ອນມິດຍົກສູງຄວາມສາມາດໃນການບົ່ງມະຕິພະຍາດ ແລະ ປິ່ນປົວພະຍາດ. ພ້ອມທັງ, ສ້າງແຜນການຂັ້ນຕອນການປິ່ນປົວພະຍາດ ແລະ ການປິ່ນປົວພະຍາດພາຍໃນເວົ້າລວມ ແລະ ຂະແໜງການວິຊາສະເພາະໂລຫິດສາດ - ສົ່ງເລືອດສູນກາງເວົ້າສະເພາະ, ຍົກສູງບົດຮຽນໃນການບົ່ງມະຕິພະຍາດ ແລະ ປະຕິບັດການປິ່ນປົວພະຍາດລະອຽດຈຳນວນໜຶ່ງ. ຫຼາຍພະຍາດທີ່ປົວຍາກ, ຄົນເຈັບໜ້າໃໝ່ຫຼາຍຄົນ ໄດ້ຮັບການບົ່ງມະຕິພະຍາດ ແລະ ປິ່ນປົວຢ່າງທັນການເປັນຄັ້ງທຳອິດ.

ທ່ານໝໍ ຟ້າມວັນຮ້ຽວ ແບ່ງປັນວ່າ: “ຕົວຢ່າງແມ່ນກໍລະນີຂອງຄົນເຈັບ ພຸດທະສອນ (ຫຼວງພະບາງ) ມີອາການເປັນໄຂ້ມາຫຼາຍເດືອນ, ໄດ້ເຂົ້າມາໂຮງໝໍໃນສະພາບອິດເມື່ອຍອ່ອນເພຍ. ຄົນເຈັບໄດ້ຮັບການກວດ ແລະ ບົ່ງມະຕິພະຍາດ ຈຸລັງເລືອດ. ອາການນີ້ເປັນພະຍາດທີ່ຫາຍາກ ເຊິ່ງໄດ້ກວດ ແລະ ປິ່ນປົວຢູ່ໂຮງໝໍກອງທັບ 103 (ລາວ) ຍ້ອນບົ່ງມະຕິພະຍາດຢ່າງຖືກຕ້ອງ ແລະ ຮັບການປິ່ນປົວຢ່າງທັນການກໍມີອາການດີຂຶ້ນ ແລະ ອອກໂຮງໝໍໃນອາການສຸຂະພາບແຂງແຮງດີ. ໃນມື້ທີ່ຄົນເຈັບອອກຈາກໂຮງໝໍແລ້ວ, ລາວກັບຄືນສູ່ຄອບຄົວ, ໂດຍໄດ້ຈັບມືກັນແໜ້ນແທນຄຳຂອບໃຈ. ບໍ່ວ່າຈະມີຄວາມແຕກຕ່າງທາງດ້ານພາສາ, ຊົນເຜົ່າ, ໄລຍະຫ່າງ, ປະຈຸບັນມີພຽງແຕ່ນໍ້າໃຈຂອງແພດໝໍ ແລະ ປະຊາຊົນ ກາຍເປັນອັນໜຶ່ງອັນດຽວເທົ່ານັ້ນ. ນີ້ແມ່ນຄວາມພູມໃຈ, ແມ່ນກຳລັງໃຈອັນໃຫຍ່ຫຼວງເພື່ອເພີ່ມກໍາລັງແຮງໃຫ້ແພດໝໍໂຮງໝໍສູນກາງກອງທັບ 108 ໃນຂະບວນການປະຕິບັດໜ້າທີ່".

ດ້ວຍຄວາມສຸດອົກສຸດໃຈ, ພູມປັນຍາ ແລະ ຄວາມຮູ້ສຶກ, ດ້ວຍວຽກເຮັດງານທຳຕົວຈິງ, ບັນດາແພດໝໍ ເວົ້າລວມ ແລະ ແພດໝໍ ໂຮງໝໍສູນກາງກອງທັບ 108 ກອງທັບ ເວົ້າສະເພາະ ບໍ່ພຽງແຕ່ກວດ ແລະ ປິ່ນປົວພະຍາດໃຫ້ປະຊາຊົນລາວ ຢ່າງທັນການເທົ່ານັ້ນ, ຫາກຍັງເຮັດໃຫ້ຮູບພາບຂອງ “ແພດທະຫານ-ທະຫານລຸງໂຮ່” ສວຍງາມຂຶ້ນອີກ, ປະກອບສ່ວນສ້າງນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ ອ້າຍນ້ອງ.

ບູນມີ

ເຫດການ
302 Found

Found

The document has moved here.