ການຮ່ວມມືລະຫວ່າງທະຫານເຮືອຫວຽດນາມ-ມາເລເຊຍ ຈະສ້າງຂີດໝາຍໃໝ່ຕື່ມອີກ

08:20 | 10/10/2022

ການຢ້ຽມຢາມ ແລະພົບປະແລກປ່ຽນກັບທະຫານເຮືອມາເລເຊຍ ຂອງກໍາປັ່ນ 286-ເລກຸ໊ຍດົນ ແລະຄະນະປະຕິບັດງານທະຫານເຮືອປະຊາຊົນຫວຽດນາມ ໄດ້ສ້າງຄວາມປະທັບໃຈອັນດີງາມກ່ຽວກັບປະເທດຊາດ, ຊາວຫວຽດນາມ ຕໍ່ປະເທດມາເລເຊຍ.

ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ ໂຄສະນາເຜີຍແພ່ວັດທະນະທຳ ແລະ ທ່ອງທ່ຽວຫວຽດນາມ ຢູ່ ມາເລເຊຍ
ກໍາປັ່ນ 286-ເລກຸ໊ຍດົນ ອອກຈາກຍາຈາງ ເດີນທາງໄປຢ້ຽມຢາມ ມາເລເຊຍ ກໍາປັ່ນ 286-ເລກຸ໊ຍດົນ ອອກຈາກຍາຈາງ ເດີນທາງໄປຢ້ຽມຢາມ ມາເລເຊຍ
ທ່ານພົນຈັດຕະວາ Dato Anuar bin Mohamed, ຜູ້ບັນຊາການກອງບັນຊາການຝຶກແອບ ແລະບໍາລຸງສ້າງ, ທະຫານເຮືອມາເລເຊຍ. ພາບ: ໝີແຮ້ງ.
ທ່ານພົນຈັດຕະວາ Dato Anuar bin Mohamed, ຜູ້ບັນຊາການກອງບັນຊາການຝຶກແອບ ແລະບໍາລຸງສ້າງ, ທະຫານເຮືອມາເລເຊຍ. ພາບ: ໝີແຮ້ງ.

ໃນໂອກາດນີ້, ທ່ານພົນຈັດຕະວາ Dato Anuar bin Mohamed, ຜູ້ບັນຊາການກອງບັນຊາການຝຶກແອບ ແລະບໍາລຸງສ້າງ, ທະຫານເຮືອມາເລເຊຍ ໄດ້ຕອບສໍາພາດຕໍ່ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ.

"ຂ້າພະເຈົ້າເຊື່ອໝັ້ນວ່າ ການຮ່ວມມືລະຫວ່າງທະຫານເຮືອສອງປະເທດ ຈະບັນລຸຂີດໝາຍໃໝ່ທີ່ສໍາຄັນ, ປະກອບສ່ວນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະການພົວພັນທາງການທູດລະຫວ່າງສອງປະເທດເວົ້າລວມ. ສາຍພົວພັນລະຫວ່າງທະຫານເຮືອສອງປະເທດ ບັນລຸໄດ້ບັນດາໝາກຜົນອັນດີງາມ, ຍ້ອນພວກເຮົາໄດ້ພ້ອມກັນເຮັດວຽກ ແລະຮ່ວມມືບົນທະເລ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພວກເຮົາຈະສືບຕໍ່ສ້າງຂີດໝາຍຕື່ມອີກ ໃນໄລຍະ 50 ປີຕໍ່ໄປ ແລະສືບຕໍ່ພ້ອມກັນຮ່ວມມືຢ່າງແໜ້ນແຟ້ນ.

ໃນຖານະຕໍາແໜ່ງຂອງຕົນ, ຂ້າພະເຈົ້າຫວັງວ່າ ທະຫານເຮືອສອງປະເທດຈະຊຸກຍູ້ການຮ່ວມມືໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນການແລກປ່ຽນນາຍທະຫານ, ການຝຶກແອບ ແລະບໍາລຸງສ້າງ.

ຂ້າພະເຈົ້າຫວັງວ່າ ພວກເພື່ອນໄດ້ເຂົ້າຮ່ວມການເຄື່ອນໄຫວທີ່ມີປະໂຫຍດໃນໄລຍະຢ້ຽມຢາມມາເລເຊຍ. ທີ່ການພົບປະຕ່າງໆຂອງການຢ້ຽມຢາມ, ພວກຂ້າພະເຈົ້າ ໄດ້ແລກປ່ຽນກ່ຽວກັບການເຄື່ອນໄຫວຂອງກໍາປັ່ນ ກໍຄືຮູບການຝຶກແອບ, ບໍາລຸງກໍ່ສ້າງໃຫ້ນັກສໍາມະນາກອນຢູ່ກໍາປັ່ນ. ຂ້າພະເຈົ້າຫວັງວ່າ ບັນດານັກສໍາມະນາກອນ ຈະມີຫຼາຍໂອກາດໄດ້ຮໍ່າຮຽນ ແລະຝຶກແອບເທິງກໍາປັ່ນກວ່າອີກ. ພວກຂ້າພະເຈົ້າກໍ່ຫວັງວ່າ ບັນດາປະເທດອາຊຽນຈະມີການເຄື່ອນໄຫວຮ່ວມມືຫຼາຍກວ່າອີກ, ພິເສດແມ່ນໃນການຝຶກແອບ ແລະບໍາລຸງກໍ່ສ້າງນັກສໍາມະນາກອນ. ຫວັງວ່າໃນຊຸມປິຕໍ່ໄປ, ກໍາປັ່ນຂອງທະຫານເຮືອມາເລເຊຍ ຈະໄດ້ມາຢ້ຽມຢາມປະເທດທີ່ສວຍງາມຂອງພວກເພື່ອນ".

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.