ບັນດາກິດຈະກຳເພື່ອລະນຶກ 75 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດ

14:00 | 13/06/2022

ຍສໝ-ເນື່ອງໃນໂອກາດລະນຶກ 75 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022) ຈະມີຫຼາຍກິດຈະກໍາທີ່ສໍາຄັນຄື ພິທີລະນຶກ 75 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ການພົບປະສັງສັນກັບຜູ້ແທນ 450 ທ່ານທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຍາດຕິພີ່ນ້ອງນັກຮົບເສຍສະຫຼະຊີວິດເພື່ອຊາດ ປີ 2022 ຢູ່ນະຄອນ ຮ່າໂນ້ຍ; ພິທີປຸກລະດົມ, ຂົນຂວາຍການສ້າງກອງທຶນຕອບບຸນແທນຄຸນສູນກາງຢູ່ ຮ່າໂນ້ຍ; ພິທີມອບໃບຢັ້ງຢືນປະເທດຊາດຈາລຶກຄຸນງາມຄວາມດີໃຫ້ແກ່ບັນດາຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເງະອານ…

ລາວ: ໂຮມຊຸມນຸມລະນຶກວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບ ເສຍອົງຄະ - ເສຍສະຫລະຊີວິດ ເພື່ອປະເທດຊາດຄົບຮອບ 75 ປີ ລາວ: ໂຮມຊຸມນຸມລະນຶກວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບ ເສຍອົງຄະ - ເສຍສະຫລະຊີວິດ ເພື່ອປະເທດຊາດຄົບຮອບ 75 ປີ
ສະເຫຼີມສະຫຼອງວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ ສະເຫຼີມສະຫຼອງວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ
ບັນດາກິດຈະກຳເພື່ອລະນຶກ 75 ປີ ແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດ
ຜູ້ຕາງໜ້າກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ພົບປະກັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດຢູ່ ດັກລັກ (ພາບ: Molisa)

ນີ້ແມ່ນຂໍ້ມູນທີ່ ທ່ານນາງ ຫງວຽນທິຮ່າ ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ແບ່ງປັນໃນການພົບປະຄະນະຜູ້ແທນຜູ້ມີຄຸນງາມຄວາມດີ ຢູ່ສອງແຂວງ ເງະອານ ແລະ ດັກລັກ ທີ່ ຮ່າໂນ້ຍ.

ທ່ານນາງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ ຢັ້ງຢືນວ່າ ການໃຫ້ບຸລິມະສິດສໍາລັບຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດແມ່ນນະໂຍບາຍພິເສດຂອງພັກ, ລັດ ເພື່ອແນໃສ່ຕອບບຸນແທນຄຸນ, ເຊີດຊູຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ການປະຕິບັດ​ນະ​ໂຍບາຍ​ພິເສດຕໍ່ຜູ້ທີ່ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ ​ແມ່ນ​ຄວາມ​ຮັບຜິດຊອບ, ນໍ້າໃຈ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ສໍາລັບ​ບັນດາຜູ້ທີ່ບໍ່ເສຍດາຍຕົນເສຍສະຫຼະ​ຊີວິດ​ເພື່ອ​ເອກະລາດ ​ແລະ ​ ເສລີພາບ​ຂອງ​ປະ​ເທດ​ຊາດ.

ໃນໄລຍະຜ່ານມາ, ກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຜັນຂະຫຍາຍບັນດານະໂຍບາຍກ່ຽວກັບຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຄື ປັບປຸງ, ເພີ່ມເງິນໜູນຊ່ວຍ, ເງິນອຸດໜູນສຳລັບບັນດາເປົ້າໝາຍນະໂຍບາຍ; ລະບອບການປິ່ນປົວບໍາລຸງ, ເບິ່ງແຍງດູແລຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ; ບຸລິມະສິດແຫຼ່ງກຳລັງເພື່ອສ້າງ, ບູລະນະບັນດາໂຄງການຈາລຶກຄຸນງາມຄວາມດີຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ; ຍູ້ແຮງວຽກງານຊອກຫາ, ທ້ອນໂຮມອັດຖິກະດູກຂອງນັກຮົບເສຍສະຫຼະຊີວິດເພື່ອຊາດທີ່ຍັງຂາດຂໍ້ມູນ…

ຫອມມາລາ

ເຫດການ
302 Found

Found

The document has moved here.