ພິທີປິດຊຸດຝຶກອົບຮົມວິຊາສະເພາະວຽກງານປະຫວັດສາດການທະຫານໃຫ້ແກ່ ກອງທັບປະຊາຊົນລາວ

14:41 | 05/09/2022

ຍສໝ - ທ່ານພົນຈັດຕະວາ ປອ. ຫງວຽນຮວ່າງຍຽນ ໃຫ້ຮູ້ວ່າ ໃນໄລຍະຝຶກອົບຮົບ, ບັນດາພະນັກງານຂອງກອງທັບປະຊາຊົນລາວ ໄດ້ປະ ກອບຄວາມຮູ້ພື້ນຖານກ່ຽວກັບວິທີການຄົ້ນຄວ້າປະຫວັດສາດການທະຫານ, ພ້ອມກັບບາງບົດຮຽນ, ພຶດຕິກໍາຕົວຈິງທີ່ມີຄ່າກ່ຽວກັບວຽກງານຄົ້ນຄວ້າ ແລະ ຄຸ້ມຄອງວິທະຍາສາດປະຫວັດສາດການທະຫານໃນກອງທັບປະຊາຊົນຫວຽດນາມ ຫວ່າງມໍ່ໆມານີ້...

ກອງພົນ 968 ທະຫານເຂດ 4  ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021 ກອງພົນ 968 ທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ແລະ ກອງພົນທີ 4 ກອງທັບປະຊາຊົນລາວ ຈັດຕັ້ງກອງປະຊຸມປະຈໍາປີ 2021
ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກໄທຈັດກອງປະຊຸມທາງໄກປຶກສາຫາລື ວຽກງານສ້າງກິດຈະກຳຕ່າງໆຮ່ວມກັນ ກອງທັບປະຊາຊົນລາວ ແລະ ກອງທັບຣາຊະອານາຈັກໄທຈັດກອງປະຊຸມທາງໄກປຶກສາຫາລື ວຽກງານສ້າງກິດຈະກຳຕ່າງໆຮ່ວມກັນ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຖາບັນປະຫວັດສາດ ການທະຫານ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີປິດຊຸດຝຶກວິຊາສະເພາະວຽກງານປະຫວັດສາດການທະຫານ ໃຫ້ແກ່ພະນັກງານກອງທັບປະຊາຊົນ ລາວ ປີ 2022. ທ່ານພົນຈັດຕະວາ ປອ. ຫງວຽນຮວ່າງຍຽນ, ຫົວໜ້າສະຖາບັນປະຫວັດສາດ ການທະຫານຫວຽດນາມ ເປັນປະທານພິທີປິດ.

ພິທີປິດຊຸດຝຶກອົບຮົມວິຊາສະເພາະວຽກງານປະຫວັດສາດການທະຫານໃຫ້ແກ່ ກອງທັບປະຊາຊົນລາວ
ພິທີປິດຊຸດຝຶກອົບຮົມວິຊາສະເພາະວຽກງານປະຫວັດສາດການທະຫານໃຫ້ແກ່ ກອງທັບປະຊາຊົນລາວ. ພາບ: thoidai.com.vn

ກ່າວຄໍາເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ປອ. ຫງວຽນຮວ່າງຍຽນ ໃຫ້ຮູ້ວ່າ ໃນໄລຍະຝຶກອົບຮົບ, ບັນດາພະນັກງານຂອງກອງທັບປະຊາຊົນລາວ ໄດ້ປະກອບຄວາມຮູ້ພື້ນຖານກ່ຽວກັບວິທີການຄົ້ນຄວ້າປະຫວັດສາດການທະຫານ, ພ້ອມກັບບາງບົດຮຽນ, ພຶດຕິກໍາຕົວຈິງທີ່ມີຄ່າກ່ຽວກັບວຽກງານຄົ້ນຄວ້າ ແລະ ຄຸ້ມຄອງວິທະຍາສາດປະຫວັດສາດການທະຫານໃນກອງທັບປະຊາຊົນຫວຽດນາມ ຫວ່າງມໍ່ໆມານີ້, ຊ່ວຍຕອບຄຳຖາມຫຼາຍຂໍ້ທີ່ມັກຕັ້ງຂຶ້ນໃນການປະຕິບັດໜ້າ ທີ່ວຽກງານປະຫວັດສາດການທະຫານຂອງລາວ. ນີ້ແມ່ນການປະກອບສ່ວນໂດຍກົງຄັ້ງທຳອິດເຂົ້າໃນການກໍ່ສ້າງຂະແໜງປະຫວັດ ສາດການທະຫານຂອງກອງທັບປະຊາຊົນລາວ.

ໄປຄຽງຄູ່ກັນນັ້ນ, ບັນດາພະນັກງານຂອງກອງທັບປະຊາຊົນລາວ ຍັງໄດ້ໄປແລກປ່ຽນບົດຮຽນກ່ຽວກັບການຄົ້ນຄວ້າປະຫວັດສາດການທະຫານຢູ່ບາງກົມກອງຂອງກອງທັບ, ໄປທັດສະນະສຶກສາ, ຢ້ຽມຢາມເຂດປູຊະນີຍະສະຖານ, ຮ່ອງຮອຍປະຫວັດສາດຈຳນວນໜຶ່ງຂອງ ຫວຽດນາມ. ທ່ານພົນຈັດຕະວາ ປອ. ຫງວຽນຮວ່າງຍຽນ ຕີລາຄາວ່າ ບັນດາພະນັກງານຂອງກອງທັບປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ໊ໄດ້ມານະພະຍາຍາມ, ຕັ້ງໃຈຮ່ຳຮຽນ ແລະ ຕັ້ງໜ້າຄົ້ນຄວ້າ, ຮັບເອົາບົດຮຽນ, ເປັນເຈົ້າການແລກປ່ຽນກັບຄູອາຈານ ເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບເນື້ອໃນຂອງບົດຮຽນ, ປະສົບການຄົ້ນຄວ້າ.

ສ່ວນທ່ານພັນໂທ ອຳພອນ ພົມມະລາ ຫົວໜ້າຄະນະພະນັກງານຂອງກອງທັບ ປະຊາຊົນລາວ ເຂົ້າຮ່ວມຊຸດຝຶກອົບຮົມ ໃຫ້ຮູ້ວ່າ, ຊຸດຝຶກອົບຮົບ ແມ່ນໂອກາດທີ່ດີເພື່ອຮັບເອົາຄວາມຮູ້ພື້ນຖານຂອງວິທະຍາສາດປະຫວັດ ສາດການທະຫານ, ພ້ອມທັງຢັ້ງຢືນວ່າ ຈະຕັ້ງໜ້າເສີມຂະຫຍາຍ ແລະ ນຳ ໃຊ້ບັນດາຄວາມຮູ້ທີ່ໄດ້ຮໍ່າຮຽນຢູ່ຫວຽດນາມເຂົ້າໃນການປະຕິບັດໜ້າທີ່, ປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາຂະແໜງປະຫວັດສາດການ ທະຫານໃຫ້ບັນລຸໄດ້ໝາກຜົນທີ່ດີກວ່າເກົ່າ.

ທີ່ພິທີ, ຜູ້ຕາງໜ້າການນໍາສະຖາບັນປະຫວັດສາດການທະຫານຫວຽດນາມ ໄດ້ມອບໃບຢັ້ງຢືນໃຫ້ແກ່ພະນັກງານກອງທັບປະຊາຊົນລາວ.

ບູນມີ

ເຫດການ
302 Found

Found

The document has moved here.