ພໍ່ລ້ຽງຂອງນ້ອງແມ່ນທະຫານລຸງໂຮ່

23:25 | 26/09/2022

ຍສໝ-ນັ້ນແມ່ນເລື່ອງເລົ່າຄວາມໃນໃຈຂອງ ນ້ອງ ໂຮ່ທິຫງິນ ຢູ່ບ້ານລາໄລ ອາຊອຍ ກຸ່ມບ້ານ 2, ເມືອງສະໝ້ວຍ, ແຂວງສາລະວັນ (ລາວ) ກ່ຽວກັບບັນດາພໍ່ລ້ຽງທີ່ເປັນທະຫານຊາຍແດນຫວຽດນາມ.

ພໍ່ແມ່ຮັກຂອງນັກສຶກສາລາວ: ບໍ່ຮ່ວມສາຍເລືອດດຽວກັນ ແຕ່ຄືກັບເລືອດເນື້ອເຊື້ອໄຂດຽວກັນ ພໍ່ແມ່ຮັກຂອງນັກສຶກສາລາວ: ບໍ່ຮ່ວມສາຍເລືອດດຽວກັນ ແຕ່ຄືກັບເລືອດເນື້ອເຊື້ອໄຂດຽວກັນ
ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ

ມື້ໜຶ່ງໃນເດືອນມິຖຸນາຜ່ານມາ, ຂ້າພະເຈົ້າ ໄດ້ຮັບໂທລະສັບຈາກຮ້ອຍໂທ ໂຮ່ວັນຖູ, ຫົວໜ້າກອງຂົນຂວາຍມະຫາຊົນ, ປ້ອມປ້ອງກັນຊາຍແດນລາໄລ (ດັກຮົ່ງ, ກວາງຈີ້). ລາວເວົ້າດ້ວຍຄວາມຕື່ນເຕັ້ນວ່າ: “ລູກສາວ ຫງິນ ເສັງໄດ້ຈົບຊັ້ນມັດທະຍົມຕອນຕົ້ນແລ້ວ. ໃນເດືອນກັນຍາ ຈະເຂົ້າໂຮງຮຽນມັດທະຍົມຕອນປາຍ”. ລູກສາວທີ່ ຮ້ອຍໂທ ໂຮ່ວັນຖູ ຫາກໍ່ກ່າວເຖິງນັ້ນແມ່ນ ໂຮ່ທິຫງິ່ນ ເຊິ່ງປ້ອມປ້ອງກັນຊາຍແດນລາໄລ (ເມືອງ ດັກຮົ່ງ, ແຂວງ ກວາງຈີ້) ໄດ້ຮັບເປັນລູກລ້ຽງແຕ່ປີ 2017. ໃນຖ້ຽວໄປປະຕິບັດວຽກງານໃນປີ 2021, ພວກຂ້າພະເຈົ້າໄດ້ພ້ອມກັບບັັນດາພະນັກງານນັກຮົບຂອງປ້ອມໄປຢ້ຽມຢາມຖາມຂ່າວລູກສາວ.

ຄວາມຝັນທີ່ຍັງບໍ່ທັນສຳເລັດ

ໃນການເດີນທາງໄປປະຕິບັດງານນັ້ນ, ຂ້າພະເຈົ້າໄດ້ຍິນລູກສາວ ຫງິນ ເລົ່າວ່າ ພໍ່ຂອງຕົນແມ່ນ ໂຮ່ເທ່, ແລະ ແມ່ແມ່ນ ໂຮ່ທິທວາ. ພໍ່ແມ່ຂອງ ຫງິນ ມີລູກ 6 ຄົນ. ພໍ່ຂອງ ຫງິນ ມີສຸຂະພາບບໍ່ດີປານໃດ, ແມ່ຂອງ ຫງິນ ເກີດລູກຫຼາຍຄົນໃນສະພາບທີ່ບໍ່ປອດໄພ, ສະນັ້ນ ມີພະຍາດທີ່ເກີດຂຶ້ນຫຼັງເກີດລູກ, ສຸຂະພາບອ່ອນແອກວ່າພໍ່ຂອງນາງ. ອາຊີບຫຼັກຂອງພໍ່ແມ່ແມ່ນປູກມັນຕົ້ນ. ໃນຕອນຕົ້ນຂອງລະດູ, ກໍພາກັນຂຸດແປງດິນ, ຫຼັງຈາກນັ້ນກໍບົວລະບັດຕະຫຼອດປີ. ເມື່ອຮອດລະດູການ, ພໍ່ແມ່ຂອງຫງິນ ກໍນຳກະພາເຂົ້າໄຮ່ເພື່ອເກັບກ່ຽວມັນຕົ້ນ. ຜູ້ໃດແຂງແຮງ ກໍສາມາດບັນຈຸໃສ່ເຕັມກະພາ ໄດ້ເຖິງ 50 ກິໂລ, ແຕ່ພໍ່ແມ່ຂອງຊາວ ຫງິນ ບໍ່ແຂງແຮງ ຈຶ່ງສາມາດເກັບໄດ້ພຽງແຕ່ 20-30 ກິໂລເທົ່ານັ້ນ. ຊີວິດແມ່ນລຳບາກຕະຫຼອດປີ, ຮູ້ພຽງແຕ່ມັນຕົ້ນ ແລະ ມັນຕົ້ນ. ແຕ່ລະຄາບເຂົ້າກໍມີແຕ່ມັນຕົ້ນ. ມີເຂົ້າພຽງໜ້ອຍດຽວຢູ່ກົ້ນໝໍ້ເພື່ອໃຫ້ລູກນ້ອຍ 3 ຄົນກິນ.

ພັນເອກ ຫງວຽນຊວນລິງ, ພະນັກງານການເມືອງປ້ອມປ້ອງກັນຊາຍແດນ ລາໄລ ພວມໂອ້ລົມກັບລູກສາວບຸນທຳຂອງຕົນ ໂຮ່ທິຫງິນ.
ພັນເອກ ຫງວຽນຊວນລິງ, ພະນັກງານການເມືອງປ້ອມປ້ອງກັນຊາຍແດນ ລາໄລ ພວມໂອ້ລົມກັບລູກສາວບຸນທຳຂອງຕົນ ໂຮ່ທິຫງິນ.

ຍ້ອນຄວາມທຸກຍາກອຶດຫິວ ແລະ ຄວາມລໍາບາກ, ເອື້ອຍຄົນທີສອງຂອງ ຫງິນ ເຈັບປ່ວຍ ແລະ ບໍ່ມີຢາປິ່ນປົວພຽງພໍ, ດັ່ງນັ້ນ ລາວເສຍຊີວິດເມື່ອຄາວຍັງນ້ອຍ. ເອື້ອຍນ້ອງ ຫງິນ ສືບຕໍ່ເຕີບໂຕໃນຄວາມທຸກຍາກລຳບາກ. ຍ້ອນວ່າບໍ່ມີເງິນ, ນ້ອງສາວຂອງ ຫງິນ ຕ້ອງປະຮຽນກາງຄັນເພື່ອແຕ່ງງານ. ຫຼັງຈາກແຕ່ງງານແລ້ວ, ນາງກັບຄອບຄົວຂອງຜົວກໍກັບໄປເຮັດໄຮ່ມັນຕົ້ນ.

ໃນປີ 2017, ຫງິນ ຮຽນຢູ່ຫ້ອງ ປໍ 4 ເຊິ່ງແມ່ນປີທີ່ດິນຟ້າອາກາດມີການປ່ຽນແປງຮ້າຍແຮງ. ໃນຕົ້ນປີເກີດໄພແຫ້ງແລ້ງຢ່າງໜັກໜ່ວງ, ເມື່ອຮອດລະດູຝົນກໍເກີດນ້ຳຖ້ວມອີກ. ສວນມັນຕົ້ນເກັບກ່ຽວໄດ້ບໍ່ຮອດ 1/3. ຮູ້ວ່າ ຖ້າຢາກຫຼຸດພົ້ນອອກຈາກຄວາມທຸກຍາກນັ້ນແມ່ນຕ້ອງໄປຮຽນ ແຕ່ຢາກເຮັດກໍເຮັດບໍ່ໄດ້. "ເສັ້ນທາງ" ໄປໂຮງຮຽນຂອງ ຫງິນ ແລະ ບັນດານ້ອງກໍ່ໃກ້ຈະປິດລົງຄືກັບເອື້ອຍໃຫຍ່ຂອງລາວ.

ຮ່ວມເດີນທາງພ້ອມກັບເດັກນ້ອຍໄປໂຮງຮຽນ

ໃນເວລານັ້ນ, ຕາມການແນະນຳຂອງພະນັກງານທ້ອງຖິ່ນ, ທະຫານປ້ອງກັນຊາຍແດນຫວຽດນາມ ໄດ້ມາຊອກຫາເຮືອນຢື້ຢາມຖາມຂ່າວ ພ້ອມທັງຮັບໃຫ້ການຊ່ວຍເຫຼືອໃຫ້ຫຼານໆໄດ້ໄປໂຮງຮຽນ. ເປັນຄັ້ງທຳອິດ, ຫງິນ ໄດ້ຮັບຂອງຂວັນ ແລະ ປຶ້ມຫຼາຍຄືແນວນັ້ນ. ເດັກຍິງເບິ່ງທະຫານນັກຮົບໃນເສື້ອສີຂຽວທີ່ເອົາໝີ່, ເຂົ້າຫນົມ, ມຸ້ງ, ຜ້າຫົ່ມ, ເຄື່ອງນຸ່ງຫົ່ມ, ກະເປົາໄປໂຮງຮຽນ... ມາໃຫ້ຢ່າງຕົກຕະລຶງ.

ແຕ່ລະເດືອນ, ປ້ອມປ້ອງກັນຊາຍແດນ ລາໄລ ໄດ້ສົ່ງຄົນນຳເຄື່ອງຂອງທີ່ຈຳເປັນ ແລະ ທຶນສຶກສາ 500.000 ດົ່ງໄປໃຫ້ຫງິນຮ່ຳຮຽນ.

ປີ 2019, ຫງິນ ໄດ້ເຂົ້າຮຽນມັດທະຍົມຕອນຕົ້ນ, ຍ້ອນຮຽນຢູ່ໄກຈາກບ້ານ, ສະນັ້ນບັນດາທະຫານຢູ່ດ່ານຊາຍແດນໄດ້ນຳເອົາລົດຖີບໃໝ່ ໃຫ້ ຫງິນ ຂີ່ໄປຮຽນໃນແຕ່ລະມື້.

ຫ່າງຈາກນີ້ສອງສາມເດືອນ, ປ້ອມທະຫານໄດ້ແຕ່ງຕັ້ງຄະນະປະຕິບັດງານໄປຢ້ຽມຢາມ, ມອບຂອງຂວັນ, ກວດ ແລະ ປິ່ນປົວພະຍາດໃຫ້ແກ່ຊາວບ້ານ ລາໄລ ອາຊອຍ. ແຕ່ລະເທື່ອທີ່ໄປ, ທະຫານປ້ອງກັນຊາຍແດນຈະມາເຮືອນເພື່ອຢ້ຽມຢາມ ແລະ ໃຫ້ກຳລັງໃຈທັງຄອບຄົວ ນາງຫງິນ. ສຳລັບ ຫງິນ ແລ້ວ, ພະນັກງານທະຫານຂອງປ້ອມ ຈະມາຖາມຂ່າວຄາວ, ໃຫ້ກຳລັງໃຈ ແລະ ກວດກາປຶ້ມສໍ, ການຮ່ຳຮຽນຢ່າງເປັນປະຈຳ.

ຮ້ອຍໂທ ໂຮ່ວັນຖູ ໄດ້ມອບລົດຖີບໃຫ້ ຫຼານ ໂຮ່ທິຫງິນ.
ຮ້ອຍໂທ ໂຮ່ວັນຖູ ໄດ້ມອບລົດຖີບໃຫ້ ຫຼານ ໂຮ່ທິຫງິນ.

ລົດຖີບ ກໍ່ໄດ້ນຳໄປລ້າງ, ເຊັກສະພາບລົດ, ຟະແລ້ງ, ຕາໄຟ... ເສັ້ນທາງພູໃນລະດູຝົນມີດິນຕົມ ຈຶ່ງເຮັດໃຫ້ລົດເປ່ເພໄວ. ໃນປີ 2021 ລົດຖີບເປ່ເພ ແລະ ບໍ່ສາມາດສ້ອມແປງໄດ້, ປ້ອມປ້ອງກັນຊາຍແດນໄດ້ຊື້ລົດ Asama ໃໝ່ໃຫ້. ລົດຖີບໄດ້ກາຍເປັນເພື່ອນຮ່ວມເດີນທາງຂອງ ຫງິນ ໃນການໄປໂຮງຮຽນ. ຫຼັງຈາກນັ້ນ, ການລະບາດຂອງ Covid ກໍມາເຖິງ. ດ່ານຊາຍແດນຖືກປິດ, ການເດີນທາງໄປມາພາຍໃນກໍຖືກຈໍາກັດ. ຄອບຄົວ ຫງິນ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແລ້ວ ກໍຫຍຸ້ງຍາກກວ່າອີກ. ທັງຄອບຄົວດຳລົງຊີວິດແບບຊາມຊາໃຫ້ແລ້ວມື້ແລ້ວເວັນ ດ້ວຍເຂົ້າ ແລະ ມັນຕົ້ນທີ່ໄດ້ທ້ອນໄວ້.

ນາງຫງິນ ຕ້ອງໄດ້ພັກຮຽນ ເມື່ອມີພະຍາດລະບາດ, ໃນບ້ານມີ F0. ປະຕູຊາຍແດນກໍ່ຖືກປິດ, ພະນັກງານທະຫານບໍ່ສາມາດໄປຢື້ຢາມນາງຫງິນໄດ້ ຈຳຕ້ອງໂທລະສັບຜ່ານນາຍບ້ານ ບຸນທັນ. ຈໍານວນທຶນການສຶກສາໃນແຕ່ລະເດືອນ ກໍຕ້ອງຫາອ້າຍນ້ອງທີ່ປະຕິບັດຫນ້າທີ່ຢູ່ດ່ານຊາຍແດນຂອງປະເທດລາວ ສົ່ງໃຫ້ ຫງິ່ນ.

ໃນເວລາທີ່ມີການແຜ່ລະບາດຢ່າງຮ້າຍແຮງ, ປ້ອມປ້ອງກັນຊາຍແດນ ຕ້ອງໂອນເງິນຜ່ານພະນັກງານຕຳຫຼວດທ້ອງຖິ່ນ ທີ່ຮັບຜິດຊອບບ້ານລາໄລ ອາຊອຍ. ປ້ອມກໍໄດ້ໂທຫານາຍບ້ານບຸນທັນ ໃຫ້ພານາງຫງິນ ໄປທີ່ດ່ານຊາຍແດນໃນທຸກໆສອງສາມເດືອນ. ທະຫານຂອງປ້ອມ ລາໄລ ໄດ້ຢືນຢູ່ຝ່າຍໜຶ່ງຂອງຫຼັກໝາຍຊາຍແດນ ເພື່ອຢື້ຢາມຖາມຂ່າວ ແລະ ປຸກລະດົມລູກສາວບູນທຳນີ້. ທັງສອງຝ່າຍຍັງຕ້ອງຮັກສາໄລຍະຫ່າງຢ່າງຫນ້ອຍ 5 ແມັດ.

ຍ້ອນຄວາມມານະພະຍາຍາມຂອງນາງຫງິນ ແລະ ການໃຫ້ກຳລັງໃຈທາງດ້ານວັດຖຸ ແລະ ຈິດໃຈຂອງທະຫານປ້ອງກັນຊາຍແດນ, ນາງຫງິນ ໄດ້ກາຍເປັນໜຶ່ງໃນບັນດານັກຮຽນທີ່ຫາຍາກ ໃນໝູ່ບ້ານ ເຊິ່ງຮຽນຈົບມັດທະຍົມຕອນຕົ້ນ, ໃນເດືອນກັນຍາຜ່ານມາ, ນາງຫງິນ ໄດ້ຍື່ນໃບສະໝັກເຂົ້າຮຽນມັດທະຍົມຕອນປາຍແລ້ວ.

ເມື່ອເວົ້າເຖິງຄວາມໄຝ່ຝັນໃນອະນາຄົດ, ນາງຫງິນ ແບ່ງປັນວ່າ: ບັນດາອາວທະຫານປ້ອງກັນຊາຍແດນ ບອກສອນໃຫ້ນ້ອງພະຍາຍາມຮຽນເກັ່ງໆ ເພື່ອເປັນຜູ້ແປພາສາຫວຽດນາມໃນອະນາຄົດ. ກອງບັນຊາການທະຫານຊາຍແດນ ຫວຽດນາມ ຈະມາເຮັດວຽກ ແລະ ຊ່ວຍເຫຼືອປະຊາຊົນລາວ ແລະ ຕ້ອງການໄວໜຸ່ມຄືພວກນ້ອງ ເປັນຜູ້ແປພາສາ ເພື່ອກາຍເປັນຂົວຕໍ່ໃຫ້ປະຊາຊົນສອງປະເທດໄດ້ໃກ້ຊິດກັນກວ່າອີກ...”.

“ນັກຮຽນໃນບ້ານຫຼາຍຄົນ ຕ້ອງໄດ້ອອກໂຮງຮຽນຍ້ອນຄວາມຫຍຸ້ງຍາກ, ແຕ່ໂຊກດີທີ່ນາງຫງິນ ໄດ້ຮັບການຊ່ວຍເຫຼືອຈາກທະຫານປ້ອງກັນຊາຍແດນຫວຽດນາມ ຈຶ່ງສາມາດຮຽນຕໍ່ໄດ້. ຂ້າພະເຈົ້າກໍ່ຢາກໃຫ້ນາງຫງິນ ຮຽນເກັ່ງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເພື່ອເປັນແບບຢ່າງໃຫ້ແກ່ນັກຮຽນໃນໝູ່ບ້ານ,” ທ່ານ ບູນທັນ - ນາບບ້ານ ລາໄລ ອາຊອຍ ກ່າວ.

ຈິງຮັ່ງ

ເຫດການ
302 Found

Found

The document has moved here.