ໄຂງານວາງສະແດງ “ພາບຖ່າຍ, ຜະລິດຕະພັນ, ສິນຄ້າ ຮ່າໂນ້ຍ - ວຽງຈັນ” | |
ໄຂລາຍການຮ່ວມກຳລັງແຮງຂອງຂະແໜງທ່ອງທ່ຽວ ຫວຽດນາມ |
ໄລ່ຮອດປີ 2019, ສະຖາບັນປະຫວັດສາດການທະຫານໄດ້ຈັດຕັ້ງ 8 ຊຸດຝຶກອົບຮົມໃຫ້ພະນັກງານກອງທັບປະຊາຊົນລາວ. ປີນີ້, ໃນເງື່ອນໄຂພະຍາດໂຄວິດ-19 ໄດ້ຄວບຄຸມເປັນຢ່າງດີ, ຕາມການສະເໜີຂອງກະຊວງປ້ອງກັນປະເທດລາວ, ກະຊວງປ້ອງກັນປະເທດຫວຽດນາມ ມອບໜ້າທີ່ໃຫ້ສະຖາບັນປະຫວັດສາດການທະຫານຈັດຕັ້ງຊຸດຝຶກອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ຈຳນວນ 25 ຄົນ. ນີ້ແມ່ນບັນດາພະນັກງານຄຸ້ມຄອງ ຫຼືເຮັດວຽກງານປະຫວັດສາດການທະຫານທີ່ຂຶ້ນກັບຫຼາຍອົງການ, ກົມກອງຂອງກະຊວງປ້ອງກັນປະເທດລາວ.
![]() |
ຜູ້ແທນເຂົ້າຮ່ວມພິທີໄຂຖ່າຍຮູບລວມ. ພາບ: ຮວ່າງຫວູ. |
ຈາກບົດຮຽນແຫ່ງການຈັດຕັ້ງບັນດາຊຸດຝຶກອົບຮົມກ່ອນ ກໍ່ຄືລະດັບຄວາມຮູ້ຂອງບັນດາພະນັກງານກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມປີນີ້, ສະຖາບັນປະຫວັດສາດການທະຫານ ຈັດເນື້ອໃນຊຸດຝຶກອົບຮົມຕາມທິດທັງປະກອບເນ້ືອໃນຄວາມຮູ້ພື້ນຖານກ່ຽວກັບວິທີຄົ້ນຄວ້າປະຫວັດສາດການທະຫານໃຫ້ບັນດາສະຫາຍຫາກໍ່ເຂົ້າຂະແໜງ, ທັງປັບປຸງ, ບຳລຸງຄວາມຮູ້, ບົດຮຽນຄົ້ນຄວ້າປະຫວັດສາດການທະຫານ, ສະຫຼຸບສົງຄາມໃຫ້ບັນດາສະຫາຍເຄີຍເຮັດວຽກງານປະຫວັດສາດການທະຫານ. ຊຸດຝຶກອົບຮົມຈະປະກອບສ່ວນຍົກສູງຄວາມຮູ້ວິຊາສະເພາະໃຫ້ບັນດາພະນັກງານກອງທັບປະຊາຊົນລາວ, ເພື່ອແນໃສ່ແກ້ໄຂບາງບັນຫາວາງອອກສຳລັບຂະແໜງປະຫວັດສາດການທະຫານຂອງກອງທັບປະຊາຊົນລາວ ໃນໄລຍະຈະມາເຖິງ.
ທ່ານພັນໂທ Mixay Sulinkhamsy, ຫົວໜ້າຄະນະຜູ້ແທນກອງທັບປະຊາຊົນລາວ ໃຫ້ຮູ້ວ່າ: ຫ້ອງຮຽນຝຶກຊ້ອມແມ່ນໂອກາດເພື່ອໃຫ້ໄດ້ຄວາມຮູ້ພື້ນຖານດ້ານວິທະຍາສາດປະຫວັດສາດການທະຫານ, ພ້ອມທັງຢືນຢັນວ່າຈະຕັ້ງໜ້າຊຸກຍູ້, ໝູນໃຊ້ຫົວຄິດປະດິດສ້າງ, ນຳເອົາຄວາມຮູ້ທີ່ຮຽນມາຢູ່ຫວຽດນາມ ໄປປະຕິບັດຕົວຈິງ , ປະກອບສ່ວນປະຕິບັດວຽກງານຄົ້ນຄວ້າປະຫວັດສາດການທະຫານຢ່າງມີປະສິດທິຜົນ ແລະ ສະຫຼຸບສົງຄາມຢູ່ປະເທດເຮົາ.
ກອງທັບ