ພົບປະຕອບບຸນແທນຄຸນ​ສະ​ເຫຼີມ​ສະ​ຫຼອງ ວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຝະລັ່ງ

16:44 | 01/08/2022

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ ດິ່ງຕວ່ານຖັ໊ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ປະກອບສ່ວນ​ຂອງ​ບັນດາ​ວິລະ​ຊົນ, ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດ ທີ່ອຸທິດສ່ວນ ແລະ ຕໍ່ສູ້​ຢ່າງບໍ່ຍອມຈຳນົນ, ກ້າຫານ, ສ້າງ​ສິ່ງ​ມະຫັດສະຈັນ, ປະຫວັດສາດອັນສະຫງ່າລາສີຂອງປະເທດຊາດ.

ສະ​ເໜີ​ສະ​ຫະ​ພ​າບ ເອີ​ລົບ​ພິ​ຈາ​ລະ​ນະ​ອ​ຸ​ປະ​ຖຳ​ສາງແຊ່​ເຢັນ​ອັດ​ສະ​ລິ​ຍະ 5 ແຫ່ງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາ​ມ ສະ​ເໜີ​ສະ​ຫະ​ພ​າບ ເອີ​ລົບ​ພິ​ຈາ​ລະ​ນະ​ອ​ຸ​ປະ​ຖຳ​ສາງແຊ່​ເຢັນ​ອັດ​ສະ​ລິ​ຍະ 5 ແຫ່ງ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາ​ມ
ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ ​ແລະ ສະ​ແດງ​ຄວາມ​ຍິນ​ດີ​ນຳ​ວາລະສານຍຸກ​ສະ​ໄໝ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ມາ​ຢ້ຽມຢາມ ​ແລະ ສະ​ແດງ​ຄວາມ​ຍິນ​ດີ​ນຳ​ວາລະສານຍຸກ​ສະ​ໄໝ

ວັນ​ທີ 27 ກໍລະກົດ 2022, ສະຖານທູດ ຫວຽດນາມ ປະຈຳ ຝະລັ່ງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ໂດຍ​ມີ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝະລັ່ງ ດິ່ງຕວ່ານຖັ໊ງ, ທ່ານ​ນາງເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ UNESCO ເລທິຮົ່ງເວິນ, ທີ່ປຶກສາຝ່າຍປ້ອງກັນຊາດ ຫວຽດນາມ ປະຈຳ ຝະລັ່ງ, ຜູ້ຕາງໜ້າ​ບັນດາອົງການອ້ອມຂ້າງ​ສະຖານທູດ, ຜູ້ຕາງໜ້າ​ບັນດາ​ຄອບຄົວທະຫານເສຍອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ບັນດາ​ຄອບຄົວ​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດຊາດ.

ພົບປະຕອບບຸນແທນຄຸນ​ສະ​ເຫຼີມ​ສະ​ຫຼອງ ວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຝະລັ່ງ
ພົບປະຕອບບຸນແທນຄຸນ​ສະ​ເຫຼີມ​ສະ​ຫຼອງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ຝະລັ່ງ.

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ດິ່ງຕວ່ານຖັ໊ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ປະກອບສ່ວນ​ຂອງ​ບັນດາ​ວິລະ​ຊົນ, ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້ມີຄຸນງາມຄວາມດີ ຕໍ່ການປະຕິວັດ ທີ່ອຸທິດສ່ວນ ແລະ ຕໍ່ສູ້​ຢ່າງບໍ່ຍອມຈຳນົນ, ກ້າຫານ, ສ້າງ​ສິ່ງ​ມະຫັດສະຈັນ, ປະຫວັດສາດອັນສະຫງ່າລາສີຂອງປະເທດຊາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ​ຄົນ​ລຸ້ນຫຼັງ, ພະນັກງານ​ໃນແນວຮົບພົວພັນຕ່າງປະເທດ ​ໃນ​ນັ້ນ​ມີ​ພະນັກງານ​ສຳນັກງານ​ຜູ້ຕາງໜ້າ ຫວຽດນາມ ປະຈຳ ຝະລັ່ງ ສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ອັນ​ສະຫງ່າ​ລາສີ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ປະກອບສ່ວນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ໃຫ້​ປະ​ເທດ​ຊາດ​ນັບ​ມື້​ນັບ​ມີ​ອຳນາດ ​ແລະ ສະຫງ່າ​ລາສີ, ສົມກັບການ​ເສຍສະຫຼະ​ອັນ​ສູງ​ສົ່ງ​ຂອງ​ປະຊາຊົນ​ຫວຽດນາມ ທີ່​ໄດ້​ເສຍສະຫຼະໃນເມື່ອກ່ອນ ​ເພື່ອ​ປະ​ເທດ​ຊາດ​ເປັນ​ເອກະລາດ, ​ອິດສະຫຼະພາບໃນປະຈຸບັນ.

ພາຍຫຼັງ​ພິທີ​ຖະຫວາຍ​ທູບ​ທຽນ, ການພົບປະຕອບບຸນແທນຄຸນ​ສະ​ເຫຼີ​ມສະຫຼອງ​ວັນ​ທະຫານ​ເສຍ​ອົງຄະ ​ແລະ ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ບັນຍາກາດທີ່ຕື້ນຕັນໃຈທີ່ສຸດ.

ບູນມີ

ເຫດການ
302 Found

Found

The document has moved here.