ທະຫານເຂດ 5 ໄດ້ຈັດພິທີໄວ້ອາໄລ ແລະ ສົ່ງນັກວິ​ລະ​ຊົນ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ Kostas ຫງວຽນ​ວັນ​ເລິບ

11:47 | 04/08/2022

ຍສໝ - ນັກວິ​ລະ​ຊົນ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ Kostas ຫງວຽນ​ວັນ​ເລິບ ເກີດຢູ່ເກຼັກ, ແຕ່ຊ່ວງໄວໜຸ່ມຂອງລາວ ລ້ວນແຕ່ດຳລົງຊີວິດ ແລະ ຕໍ່ສູ້ຄຽງບ່າຄຽງໄລ່ກັບບັນດາສະຫາຍຢູ່ ຫວຽດນາມ.

ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່ ວິ​ສາ​ຫະ​ກິດ ຫວຽດ​ນາມ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ​ຊາ​ຊົນ​ລາວ ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່
ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ ທ່ານ​ໝໍ ຫວຽດ​ນາມ ກວດພະ​ຍາດ ແລະ ແຈກ​ຢາຍ​ຢຸກ​ຢາ​ໃຫ້​ແກ່​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ລາວ ແລະ ປະ​ຊາ​ຊົ​ນ ລາວ

ຕອນ​ເຊົ້າ​ວັນ​ທີ 2 ສິງຫາ, ຢູ່​ຫໍ​ໄວ້ອາໄລ​ທະຫານ​ເຂດ 5, ນະຄອນ ດ່າໜັງ, ກອງ​ບັນຊາ​ການ​ທະຫານ​ເຂດ 5, ພ້ອມ​ກັບເພື່ອນຮ່ວມກົມກອງ ​ແລະ ຄອບຄົວ​ໄດ້​ຈັດ​ຕັ້ງ​ພິທີໄວ້ອາໄລ ແລະ ສົ່ງນັກວິ​ລະ​ຊົນ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ Kostas ຫງວຽນ​ວັນ​ເລິບ ໄປສູ່ສຸຂະຕິ.

ທະຫານເຂດ 5 ໄດ້ຈັດພິທີໄວ້ອາໄລ ແລະ ສົ່ງນັກວິ​ລະ​ຊົນ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ Kostas ຫງວຽນ​ວັນ​ເລິບ
ທະຫານເຂດ 5 ໄດ້ຈັດພິທີໄວ້ອາໄລ ແລະ ສົ່ງນັກວິ​ລະ​ຊົນ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ Kostas ຫງວຽນ​ວັນ​ເລິບ. ພາບ: baochinhphu.vn

ນັກວິ​ລະ​ຊົນ​ປະ​ກອບ​ອາ​ວຸດ​ປະ​ຊາ​ຊົນ Kostas ຫງວຽນ​ວັນ​ເລິບ ເກີດຢູ່ເກຼັກ, ແຕ່ຊ່ວງໄວໜຸ່ມຂອງລາວ ລ້ວນແຕ່ດຳລົງຊີວິດ ແລະ ຕໍ່ສູ້ຄຽງບ່າຄຽງໄລ່ກັບບັນດາສະຫາຍຢູ່ ຫວຽດນາມ.

ສຳລັບ​ທ່ານ ຫງວຽນ​ວັນ​ເລິບ, ຫວຽດນາມ ​ໄດ້​ກາຍ​ເປັນ​ບ້ານ​ເກີດ​ເມືອງ​ນອນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮັກແພງ. ຢູ່​ປະ​ເທດ​ເກຼັກ, ພາຍຫຼັງ​ເຈັບ​ປ່ວຍ​ໜັກ​ມາ​ເປັນ​ໄລຍະ​ຍາວ, ​ເຖິງ​ວ່າ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດູ​ແລ​ຈາກ​ທ່ານ​ໝໍ, ພະຍາບານ ​ແລະ ຄອບຄົວ​ກໍ່ຕາມ, ​ແຕ່​ຍ້ອນອາຍຸສູງສຸຂະພາບ​ອ່ອນ​ເພຍ, ທ່ານ Kostas ຫງວຽນ​ວັນ​ເລິບ ​ເຖິງ​ແກ່​ມໍລະນະ​ກຳ​ໃນ​ວັນ​ທີ 25 ມິຖຸນາ 2021. ອາຍຸຍືນ 93 ປີ. ຕາມ​ຄວາມ​ປາດ​ຖະໜາ​ຂອງ​ຕົນ ​ແລະ ຄອບຄົວ, ​ໄດ້​ນຳ​ເອົາ​ເທົ່າ​ອັດຖິຂອງ​ຕົນ​ກັບ​ຄືນ​ສູ່​ຫວຽດນາມ.

ດ້ວຍຜົນງານດີເດັ່ນໃນການຕໍ່ສູ້ ແລະ ປະຕິບັດງານ, ທ່ານ Kostas ຫງວຽນ​ວັນ​ເລິບ ​ໄດ້​ຮັບ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ ​ແລະ ລັດ ຫວຽດນາມ.

​ອ່ານປະຫວັດທີ່ພິທີໄວ້ອາໄລ, ທ່ານ​ພົນຈັດຕະວາ ​ເຈືອງ​ທ້ຽນໂຕ, ຮອງ​ຜູ້​ບັນຊາ​ການ​ການ​ເມືອງ​ທະຫານ​ເຂດ 5 ​ເນັ້ນ​ໜັກ​ວ່າ: “ພະນັກງານ, ນັກຮົບ​ກອງທັບ​ປະຊາຊົນ​ຫວຽດນາມ ​ເວົ້າ​ລວມ ​ແລະ ​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 5 ເວົ້າສະເພາະແມ່ນ​ເປັນ​ກຽດ​ທີ່ໄດ້​ຕ້ອນຮັບ​ເພິ່ນ​ກັບ​ຄືນ​ສູ່​ດິນ​ແດນ​ຂອງ​ທະຫານ​ເຂດ 5 ທີ່​ກ້າຫານ ​ແລະ ​ໄດ້​ດູ​ແລເພິ່ນໄປສູ່ສຸຂະຕິ.

ບູນມີ

ເຫດການ
302 Found

Found

The document has moved here.