ຖະຫວາຍທູບທຽນອາໄລຫາບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດທະຫານປະສົມລາວ - ຫວຽດນາມ ຢູ່ ສປປ ລາວ

16:46 | 28/07/2022

ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ສົມທົບກັບສູນກາງສະຫະພັນນັກຮົບເກົ່າ ລາວ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດພິທີຖະຫວາຍທູບທຽນ ອາໄລຫາ, ເຊີດຊູ.

ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ ໄຂສັບປະດາວັດທະນະທຳ ລາວ ຢູ່ ຫວຽດນາມ
ງານວາງສະແດງ “ຄວາມງາມຂອງ ຫວຽດນາມ” ຢູ່ ລາວ ງານວາງສະແດງ “ຄວາມງາມຂອງ ຫວຽດນາມ” ຢູ່ ລາວ
ພິທີຈັດຕັ້ງຢູ່ບ້ານເກີນ (ພາບ:TTXVN )
ພິທີຈັດຕັ້ງຢູ່ບ້ານເກີນ (ພາບ:TTXVN )

ໂດຍລະນຶກເຖິງ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ (27/7/1947 – 27/7/2022), ຕອນເຊົ້າວັນທີ 27 ກໍລະກົດ, ສະຖານທູດ ຫວຽດນາມ ປະຈຳ ສປປ ລາວ ໄດ້ສົມທົບກັບສູນກາງສະຫະພັນນັກຮົບເກົ່າ ລາວ ແລະ ບັນດາອົງການທີ່ກ່ຽວຂ້ອງຈັດພິທີຖະຫວາຍທູບທຽນ ອາໄລຫາ, ເຊີດຊູ ແລະ ຕອບບຸນແທນຄຸນບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະ ລາວ ຢູ່ບ້ານ ເກີນ, ເມືອງ ທຸລະຄົມ, ແຂວງ ວຽງຈັນ.

ທີ່ພິທີ, ທ່ານນາງ ຫວູຕູ໊ແອັວງ, ທີ່ປຶກສາ ຜູ້ປະຈຳການຄະນະປະຕິບັດງານເພື່ອວົງຄະນະຍາດ ໄດ້ຢັ້ງຢືນວ່າ: ລຸ້ນຄົນປະຈຸບັນຂອງສອງ ຊາດ ຫວຽດນາມ - ລາວ ປະຕິຍານຕົນວ່າຈະເສີມຂະຫຍາຍມູນເຊື້ອພິລະອາດຫານ, ຈົ່ງຮັກພັກດີຂອງລຸ້ນພໍ່ລຸ້ນອ້າຍ, ພ້ອມກັນສູ້ຊົນຮ່ຳຮຽນ, ເຮັດວຽກດ້ວຍຜົນງານສູງສຸດເພື່ອສ້າງສາປະເທດ ຫວຽດນາມ ແລະ ລາວ ໃຫ້ນັບມື້ນັບພັດທະນາໝັ້ນຄົງເຂັ້ມແຂງ ແລະ ປະກອບສ່ວນຮັກສາ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບທີ່ີຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.