ແມ່ຫອມໄດ້ເສຍສະຫຼະຊີວິດເພື່ອທະຫານຫວຽດນາມ

05:55 | 27/09/2022

ຍສໝ - ສິບປີໃນການແຕ່ງຕັ້ງປະຕິບັດວຽກງານພິເສດ, “ການເປັນສາຍລັບ” ໃນເຂດຄຸ້ມຄອງຂອງສັດຕູ ເພື່ອຊ່ວຍປະເທດເພື່ອນບ້ານລາວ, ພັນເອກ ວິລະຊົນ ຫງວຽນດຶກແຫ້ງ ໄດ້ຮັບການປົກປ້ອງຂອງປະຊາຊົນ ລາວ, ໃນນັ້ນມີ ແມ່ຫອມ - ຜູ້ທີ່ໄດ້ຮັບນາມມະຍົດວິລະຊົນ ກຳລັງປະກອບອາວຸດ ຈາກພັກ, ລັດຖະບານລາວ ໃນໄລຍະຕໍ່ມາ.

ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023 ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023
ຫວຽດນາມ ແມ່ນຈຸດເດັ່ນຂອງເສດຖະກິດໂລກ ຫວຽດນາມ ແມ່ນຈຸດເດັ່ນຂອງເສດຖະກິດໂລກ

ມີມື້ໜຶ່ງໃນກາງເດືອນມີນາ ປີ 2022, ບັນຍາກາດພາຍໃນເຮືອນພັກຂອງ ພັນເອກ, ວິລະຊົນກຳລັງປະກອບອາວຸດປະຊາຊົນຫງວຽນດຶກແຫ້ງ (ຖະໜົນ ເຈີ່ນຮຶງດ້າວ, ນະຄອນ ໄທບີ່ງ) ໄດ້ມີຄວາມມ່ວນຊື່ນ, ຟົດຟື້ນຫ້າວຫັນຂຶ້ນ.

ໃນຈຳນວນຄົນມີໜ້າຢູ່ເຮືອນຂອງທ່ານແຫ້ງ ມີນັກສຶກສາລາວສາມຄົນທີ່ກຳລັງຮໍ່າຮຽນຢູ່ທີ່ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ. ນັ້ນແມ່ນລູກຮັກຂອງ ທ່ານແຫ້ງ. ໂດຍມອບໃຫ້ລູກຮັກຊື່ ເພັດສະໝອນ ສຸວັນນະລັງສີ ໄປຕະຫຼາດແຕ່ງກິນ, ທ່ານແຫ້ງ ພ້ອມກັບທຸກຄົນປຶກສາຫາລືແຜນການຈັດບຸນປີໃໝ່ໃຫ້ແກ່ນັກສຶກສາລາວປະມານ 300 ຄົນຢູ່ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ.

ທ່ານ ແຫ້ງ (ຄົນທີ 5, ນັບຈາກເບື້ອງຊ້າຍມື) ຢືນກັບບັນດານັກຮຽນລາວ ຢູ່ ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ (ຮູບ: NVCC).
ທ່ານ ແຫ້ງ (ຄົນທີ 5, ນັບຈາກເບື້ອງຊ້າຍມື) ຢືນກັບບັນດານັກຮຽນລາວ ຢູ່ ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ (ຮູບ: NVCC).

“ນີ້ແມ່່ນງານບຸນປີໃໝ່ປະເພນີຂອງລາວ, ຕ້ອງພະຍາຍາມເພື່ອໃຫ້ບັນດາຫຼານໆເຖິງວ່າຈະຢູ່ຫ່າງໄກຈາກບ້ານເກີດເມືອງນອນ ແຕ່ຍັງໄດ້ດຳເນີນຊີວິດດ້ານວັດທະນະທຳທີ່ເປັນມູນເຊື້ອຂອງຕົນ", ທ່ານພັນເອກ ກຳລັງດຳລົງຕຳແໜ່ງເປັນປະທານສະມາຄົມມິດຕະພາບຫວຽດນາມ - ລາວ ຂອງແຂວງໄທບິ່ງ ອະທິບາຍ.

ເມື່ອເລົ່າກ່ຽວກັບຄວາມຮັກຫອມປະເທດ ແລະ ປະຊາຊົນລາວ, ທ່ານແຫ້ງ ໄດ້ທົບທວນຄືນ: 10 ປີໃນການແຕ່ງຕັ້ງປະຕິບັດວຽກງານພິເສດ, “ການເປັນສາຍລັບ” ທ່າມກາງເຂດຄຸ້ມຄອງຂອງສັດຕູ ແມ່ນໄລຍະທີ່ປະຊາຊົນລາວ ໄດ້ດູແລທ່ານ, ທັງລ້ຽງອາຫານ ແລະ ສະໜອງຂໍ້ມູນກ່ຽວກັບສະພາບການຂອງສັດຕູ.

ຊີວິດການເປັນຢູ່ໃນທ່າມກາງສັດຕູແມ່ນມີຄວາມເຄັ່ງຕຶງ, ອາດເປັນອັນຕະລາຍໄດ້ໃນທຸກວັນ, ທຸກເວລາ. ທະຫານສັດຕູ ແລະ ພວກນັກສືບສອດແນມເພີ່ມທະວີການເຄື່ອນໄຫວ, ທະຫານບໍ່ສາມາດໄປພົບກັບຮາກຖານເພື່ອໄດ້ຮັບການສະໜອງເຄື່ອງ. ທະຫານຕ້ອງເຮັດເຂົ້າປຽກເຂົ້າ, ຂຸດມັນກອຍຕົ້ມກິນແທນເຂົ້າ, ບໍ່ມີເກືອແມ່ນເອົາໝາກເຜັດໃຊ້ແທນ. ເມື່ອມັນກອຍໝົດ ແມ່ນຕ້ອງເອົາຫົວກະເບົາຍ້ອມເສື້ອຜ້າ ມາແຊ່ນໍ້າໄວ້ໃຫ້ຢາງຝາດອອກໝົດ ແລ້ວກິນເພື່ອກິນໃຫ້ອີ່ມທ້ອງ. ເມື່ອທະຫານເຈັບເປັນກໍ່ບໍ່ມີຢາປີ່ນປົວ, ຖືກບາດເຈັບກໍ່ບໍ່ມີເຄື່ອງມືອຸປະກອນ.

ໃນບັນດາຄົນທີ່ ທ່ານແຫ້ງ ຈົດຈຳບຸນຄຸນຕະຫຼອດຊີວິດນັ້ນມີແມ່ຫອມ (ຫຼືເອີ້ນວ່າ ແມ່ນ ເທີມ - ເອີ້ນຕາມຊື່ລູກສາວຂອງເພີ່ນ), ເຊິ່ງເປັນຮາກຖານປະຕິວັດໜຶ່ງຂອງທະຫານ.

ຄັ້ງໜຶ່ງ, ທ່ານແຫ້ງ ເຂົ້າບ້ານດິນແດງ, ຕາແສງ ບ້ານເວີຍ, ເມືອງ ວຽງຈັນໃຕ້ ພົບກັບແມ່ຫອມ ເພື່ອເອົາຂໍ້ມູນຕິດຕໍ່. ພວກສືບຂ່າວຮູ້ຂ່າວ ແລະ ແຈ້ງໃຫ້ທະຫານສັດຕູມາດັກສະກັດ.

ເມື່ອທະຫານເຮົາອອກຈາກບ້ານ, ພວກມັນຍິງນັກຮົບຄົນໜຶ່ງຂອງເຮົາຖືກບາດເຈັບສາຫັດ, ມີແພດໝໍຄົນໜຶ່ງຫຼົງທາງໃນປ່າ. ຖອນທະຫານຍັງບໍ່ແລ້ວ, ເຂົ້າສານໝົດ, ຮາກຖານບໍ່ສາມາດສະໜອງໄດ້, ເຂົ້າໜົມຮຳ (ເລືອງໂຄ) ຕ້ອງກິນເທື່ອລະໜ້ອຍ, ຫົວໜ່ວຍຂອງທ່ານແຫ້ງ ໄດ້ແບ່ງເປັນສອງພາກສ່ວນ: ພາກສ່ວນໜຶ່ງສົ່ງທະຫານທີ່ຖືກບາດເຈັບ ຂຶ້ນພູໄປປີ່ນປົວ, ພາກສ່ວນໜຶ່ງຢູ່ກັບທີ່ຊອກຫາທະຫານເພື່ອນຮ່ວມກົມກອງທີ່ຫຼົງທາງໃນປ່າ.

ພັນເອກ ຫງວຽນດຶກແຫ້ງ (ຄົນທີ 5, ນັບຈາກເບື່ອງຊ້າຍມື) ໃນພິທີສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງການພົວພັນການທູດ, 45 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໄດ້ຈັດຂຶ້ນ ຢູ່ ໄທບິ່ງ (ຮູບພາບ: NVCC).
ພັນເອກ ຫງວຽນດຶກແຫ້ງ (ຄົນທີ 5, ນັບຈາກເບື່ອງຊ້າຍມື) ໃນພິທີສະເຫຼີມສະຫຼອງ 60 ປີ ແຫ່ງການສ້າງຕັ້ງການພົວພັນການທູດ, 45 ປີ ແຫ່ງການເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ໄດ້ຈັດຂຶ້ນ ຢູ່ ໄທບິ່ງ (ຮູບພາບ: NVCC).

ໂດຍເປັນຜູ້ບັນຊາການ, ທ່ານແຫ້ງ ຢູ່ກັບພາກສ່ວນຊອກຫາຄົນທີ່ຫຼົງທາງ. ແຕ່ວ່າ, ພາກສ່ວນຊອກຫາຄົນທີ່ຫຼົງທາງຍັງບໍ່ທັນລື້ງປ່າ, ເຂົ້າໜົມຮຳ ກໍ່ໝົດ, ສັດຕູພັດເພີ່ມທະຫານມາກວດລ້າງ, ຊອກຄົ້ນ. ເພື່ອເຂົ້າປ່າຊອກຫາທະຫານຫວຽດນາມ ໂດຍບໍ່ຖືກສັດຕູສົງໄສ, ແມ່ຫອມໄດ້ມີຄວາມຄິດປ່ອຍຄວາຍໄປທົ່ວປ່າ ແລ້ວພ້ອມກັບລູກສາວສາມຄົນ ແລະ ທ່ານແຫ້ງ ປອມໂຕເປັນຄົນໃນເຮືອນໄປຊອກຄວາຍ. ຫຼັງຈາກ 5 ວັນທີ່ລຳບາກ, ອັນຕະລາຍ, ທຸກຄົນ ຈື່ງຊອກເຫັນແພດທະຫານ.

ແຕ່ວ່າ, ສັດຕູຢູ່ເຂດທົ່ງພຽງເພີ່ມທະວີການກວາດລ້າງ, ປາບປາມບັນດາຮາກຖານຂອງ ທະຫານຢ່າງໂຫດຫ້ຽມປ່າເຖື່ອນ. ຢູ່ ຕາແສງ ບ້ານເວີຍ, ຖ້າວ່າສົງໄສຜູ້ໃດ, ສັດຕູກໍ່ຈັບ, ມັດໃຫ້ລຽນເປັນແຖວຍາວ, ໃຊ້ປືນກົນຍິງຕາຍ ແລ້ວຍູ້ຊາກສົບລົງແມ່ນໍ້າ. ໃນຈຳນວນຄົນທີ່ຖືກສັດຕູຂ້າຄັ້ງນີ້ມີ ແມ່ຫອມ ແລະ ນ້ອງສາວ.

ແຕ່ລະຄັ້ງທີ່ເວົ້າເຖິງເລື່ອງນີ້, ທ່ານແຫ້ງ ກໍຊາບຊື້ງໃຈ. ຫຼັງຈາກນັ້ນ, ທ່ານກໍໄດ້ຊາບວ່າ ພັກ, ລັດຖະບານ ລາວ ໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດ ໃຫ້ແມ່ຫອມ.

ປີ 2016, ທ່ານແຫ້ງ ພ້ອມກັບບັນດາເພື່ອນຮ່ວມກົມກອງແຕ່ເກົ່າ ໄດ້ປະກອບເງິນຈັດການເດີນທາງໄປລາວ. ກັບຄືນສະໜາມສູ້ຮົບແຕ່ກ່ອນ, ທ່ານແຫ້ງ ກັບມາບ້ານແມ່ຫອມ, ພົບປະລູກຫຼານຂອງແມ່. "ສິ່ງທີ່ເສຍດາຍທີ່ສຸດແມ່ນຂ້າພະເຈົ້າຍັງບໍ່ທັນໄດ້ເຮັດຫຍັງໃຫ້ຄອບຄົວແມ່ຫອມ. ຂ້ອຍພຽງແຕ່ໄດ້ມອບເຄື່ອງເລັກນ້ອຍນີ້ໃຫ້ລູກຫຼານຂອງແມ່ ຫຼື ຫຼັງຈາກນີ້ກໍ່ຝາກຄົນມາບູຊາໃຫ້ແມ່", ພັນເອກ ຫງວຽນດຶກແຫ້ງ ຊາບຊື້ງ.

ພັນເອກ ຫງວຽນດຶກແຫ້ງ ເກີດປີ 1939, ຊື່ແຈ້ງເກີດແມ່ນ ຫງວຽນວັນຕິກ, ຢູ່ ບ້ານ ຈ່າ ວີ, ຕາແສງ ຫວູ ກົງ, ເມືອງ ກ໋ຽນເຊືອງ, ແຂວງ ຖ໊າຍບິ່ງ. ເຖິງວ່າຈະເປັນຄອບຄົວທີ່ທຸກຍາກ ແລະ ບໍ່ນອນໃນບັນຊີລາຍຊື່ໄປເປັນທະຫານພັນທະ ແຕ່ ທ່ານ ແຮ໋ງ ຍັງຈົດທະບຽນເຂົ້າຮ່ວມ. ມາຮອດປີ 1959, ທ່ານໄດ້ມີລາຍຊື່ເຂົ້າໃນບັນຊີລາຍຊື່ເພີ່ມເຕີມ. ເມື່ອເຂົ້າເປັນທະຫານ, ທ່ານ ແຫ້ງ ໄດ້ຮັບການຄັດເລືອກໃຫ້ໄປປະຕິບັດໜ້າທີ່ສາກົນ ຢູ່ ລາວ. ໃນຕະຫຼອດໄລຍະ 40 ປີຂອງການປະຕິບັດວຽກງານດ້ານການທະຫານ, ທ່ານໄດ້ຜ່ານການສູ້ຮົບຢູ່ລາວ 14 ສະໜາມ ດ້ວຍໜ້າທີ່ໂດຍພື້ນຖານແມ່ນຕັ້ງຮາກຖານໃນພື້ນທີ່ສັດຕູ. ດ້ວຍຖານະເປັນຜູ້ບົນຊາການ, ທ່ານ ແຫ້ງໄດ້ເສຍສະຫຼະຄວາມສຸກສ່ວນຕົວ ແລະ ສຸມໃສ່ປະຕິບັດໜ້າທີ່ອັນຍິ່ງໃຫຍ່ ເພື່ອນ້ຳໃຈຫວຽດ - ລາວ ອັນສູງສົ່ງ. ດ້ວຍບັນດາຜົນງານທີ່ຍາດມາໄດ້, ປີ 1973, ລັດໄດ້ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ ທ່ານ ແຮ໋ງ. ຫຼັງຈາກນັ້ນ, ໃນໜ້າທີ່ອັນຮີບຮ້ອນຢູ່ສະໜາມຮົບ, ທ່ານ ແຫ້ງ ໄດ້ກັບຄືນໄປປະເທດລາວ. ເມື່ອການປະຕິວັດລາວໄດ້ຮັບໄຊຊະນະຢ່າງສົມບູນ (ປີ 1975) ທ່ານຈິ່ງໄດ້ກັບຄືນຫວຽດນາມ.

ຊ່ວຍເຫຼືອກໍ່ສ້າງຊັບພະຍາກອນມະນຸດ ຫວຽດ - ລາວ

ແຂວງໄທບິ່ງ ແຮກສ່ຽວກັບ ແຂວງ ໄຊຍະບູລີ (ລາວ) ຕັ້ງແຕ່ຊຸມປີ 80 ຂອງສັດຕະວັດກ່ອນ. ຫຼັງຈາກພັນເອກ ຫງວຽນດຶກແຫ້ງ ແລະ ບັນດາສະມາຊິກສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທບິ່ງ ເປັນເສນາທິການ, ປີ 2021 ຄະນະກຳມະການປະຊາຊົນ ແຂວງໄທບິ່ງ ໄດ້ລົງນາມສັນຍາວ່າດ້ວຍການຮ່ວມມືມິດຕະພາບກັບອຳນາດການປົກຄອງ ແຂວງ ໄຊຍະບູລີ, ໃນນັ້ນໄທບິ່ງ ຊ່ວຍເຫຼືອ ໄຊຍະບູລີ 5 ຕື້ດົ່ງເພື່ອກໍ່ສ້າງ ໂຮງຮຽນມັດທະຍົມຕອນປາຍ ພັດທະນາ (ບ້ານ ໂພນໄຊ, ເມືອງ ໄຊຍະບູລີ). ໄທບິ່ງ ກໍເອົາໃຈໃສ່ຕໍ່ຈຳນວນນັກຮຽນແຂວງໄຊຍະບູລີ ກຳລັງຮໍ່າຮຽນຢູ່ມະຫາວິທະຍາໄລແພດສາດ ແລະ ການຢາ ໄທບິ່ງ ເປັນປະຈຳ. ແຕ່ລະປີ, ແຂວງ ມອບທຶນການສຶກສາຈຳນວນ 8-10 ທຶນໃຫ້ນັກຮຽນ ແຂວງໄຊຍະບູລີ ທີ່ມີສະພາບທຸກຍາກ ໄປຮໍ່າຮຽນຢູ່ ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລໃນ ໄທບິ່ງ. ກົງກັນຂ້າມ, ແຂວງ ໄຊຍະບູລີ ກໍມອບທຶນການສຶກສາ 100% 2 ທຶນໃຫ້ແກ່ ນັກຮຽນທີ່ຮຽນຈົບໂຮງຮຽນມັດທະຍົມຕອນປາຍຂອງ ໄທບິ່ງ ມາຮຽນປະລີນຍາຕີ ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງ ຫຼວງພະບາງ (ລາວ).

ແທ່ງລວນ

ເຫດການ
302 Found

Found

The document has moved here.