ຍົກສູງຄຸນນະພາບການເຄື່ອນໄຫວແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນອາເດີດ ແລະກອງຮ້ອຍທະຫານຊາຍແດນ 531

10:57 | 12/09/2022

ວັນທີ 10 ກັນຍາ, ໄດ້ດໍາເນີນກອງປະຊຸມປະເມີນຜົນວຽກງານແຮກສ່ຽວລະຫວ່າງຄ້າຍທະຫານຊາຍແດນອາເດີດ, ທະຫານຊາຍແດນ ແຂວງເທື່ອທຽນ-ເຫວ້ ແລະກອງຮ້ອຍທະຫານຊາຍແດນ 531, ກອງບັນຊາການທະຫານຊາຍແດນແຂວງເຊກອງ.

ການແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022 ການແຂ່ງຂັນກິລາ ເພື່ອສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ 2022
ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ຫວຽດນາມ ແມ່ນສະຖານທີ່ເຊິ່ງນັກທ່ອງທ່ຽວກຳປູເຈຍ ນິຍົມທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້
ພິທີເຊັນບົດບັນທຶກຊ່ວຍຈໍາ. ພາບ: ຫວໍຕ໊ຽນ.
ພິທີເຊັນບົດບັນທຶກຊ່ວຍຈໍາ. ພາບ: ຫວໍຕ໊ຽນ.

ໃນໄລຍະ 7 ປີແຫ່ງການປະຕິບັດໂຄງການແຮກສ່ຽວ (2015-2022), ບົນພື້ນຖານເນື້ອໃນບົດບັນທຶກຊ່ວຍຈຳວ່າດ້ວຍລະບຽບການແຮກສ່ຽວ, ຄ້າຍທະຫານຊາຍແດນອາເດີດ ແລະກອງຮ້ອຍທະຫານຊາຍແດນ 531 ໄດ້ສົມທົບກັນປະຕິບັດບັນດາສັນຍາ, ສົນທິສັນຍາ, ລະບຽບການກ່ຽວກັບເຂດຊາຍແດນ, ຮັກສາອະທິປະໄຕຜືນແຜ່ນດິນໄວ້ຢ່າງໝັ້ນຄົງ, ກໍ່ສ້າງເຂດຊາຍແດນຫວຽດນາມ - ລາວ ໃຫ້ມີຄວາມສາມັກຄີ, ມິດຕະພາບ.

ນອກຈາກນັ້ນ, ຄ້າຍທະຫານຊາຍແດນອາເດີດ ກໍ່ໄດ້ສົມທົບ ແລະຈັດຕັ້ງການໜູນຊ່ວຍອຸປະກອນການແພດ, ສິ່ງທີ່ຈຳເປັນຫຼາຍຢ່າງ; ກວດ ແລະປິ່ນປົວພະຍາດໃຫ້ພະນັກງານ-ນັກຮົບ ປ້ອມຕຳຫຼວດ ຕາວາງ, ກອງຮ້ອຍທະຫານຊາຍແດນ 531 ແລະປະຊາຊົນລາວ 1.650 ເທື່ອຄົນ, ...

ທີ່ກອງປະຊຸມ, 2 ຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳເພື່ອຜັນຂະຫຍາຍວຽກງານແຮກສ່ຽວໃນຊຸມປີຕໍ່ໄປ. ໃນນັ້ນ, ຈຸດສຸມແມ່ນປັບປຸງຄຸນນະພາບການເຄື່ອນໄຫວແຮກສ່ຽວດ້ວຍແຜນນະໂຍບາຍ ແລະມາດຕະການທີ່ໃກ້ຊິດຕິດແທດກັບສະພາບການ ແລະໜ້າທີ່ຂອງສອງກົມກອງ; ຮັກສາການພົບປະແລກປ່ຽນກໍາແໜ້ນສະພາບການຊາຍແດນ ແລະແກ້ໄຂບັນດາວຽກງານທີ່ກ່ຽວຂ້ອງ; ສົບທົບກັນຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະຕໍ່ສູ້ຕ້ານອາດຊະຍາກໍາ; ຕັ້ງໜ້າໂຄສະນາໃຫ້ປະຊາຊົນສອງຟາກຊາຍແດນປະຕິບັດບັນດາເອກະສານນິຕິກຳກ່ຽວກັບລະບຽບການຊາຍແດນແຫ່ງຊາດລະຫວ່າງ ຫວຽດນາມ - ລາວ, ກໍ່ຄືກົດໝາຍວ່າດ້ວຍການກໍ່ສ້າງ, ຄຸ້ມຄອງ ແລະປົກປັກຮັກສາຊາຍແດນ, ດ່ານຊາຍແດນຂອງແຕ່ລະປະເທດ.

ສອງຝ່າຍຕັ້ງໜ້າໜູນຊ່ວຍເຊິ່ງກັນ ແລະກັນໃນວຽກງານປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຈາກໄພທຳມະຊາດ, ໂລກລະບາດ, ແລະກູ້ໄພ, ກູ້ຊີບ; ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນເນື່ອງໃນໂອກາດງານບຸນໃຫຍ່ຂອງສອງປະເທດ. ຜ່ານນັ້ນ, ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ພ້ອມກັນກໍ່ສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.