ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນຈີ໋ຢຸງ ໃຫ້ຮູ້ວ່າ: ຫວຽດນາມ ມີ 209 ໂຄງການລົງທຶນຢູ່ລາວ ດ້ວຍຍອດຈຳນວນທຶນຈົດທະບຽນ 5,1 ຕື້ USD. ຫວຽດນາມຢືນອັນດັບ 3 ໃນບັນດາປະເທດລົງທຶນຢູ່ລາວ.
ຍສໝ - ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງບົດລາຍງານກ່ຽວກັບວຽກງານຊີ້ນໍາ, ບໍລິຫານ ແລະໝາກຜົນປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ປີ 2021; ທິດທາງ, ໜ້າທີ່, ມາດຕະການປີ 2022.
ຍສໝ - ຍຸດທະສາດດັ່ງກ່າວ ໄດ້ສະແດງໃຫ້ເຫັນຄຳໝັ້ນສັນຍາຂອງສອງປະເທດ ໃນການຊຸກຍູ້ການຮ່ວມສຳພັນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແລະ ຈະໜູນຊ່ວຍການຟື້ນຕົວດ້ານເສດຖະກິດ ພາຍຫຼັງໂລກລະບາດໂຄວິດ-19.
ຍສໝ - ຜູ້ອໍານວຍການພະແນກແຜນການ ແລະ ການລົງທຶນ ກຽນຢາງ ໃຫ້ຮູ້ວ່າ: ປີ 2022, ແຂວງ ກຽນຢາງ ຈະຍູ້ແຮງການລະດົມດຶງດູດການລົງທຶນເຂົ້າບັນດາເຂດ, ກຸ່ມອຸດສາຫະກຳ, ເຂດເສດຖະກິດຊາຍແດນ, ສົມທົບເພື່ອການປັບປຸງສະພາບການລົງທຶນດຳເນີນທຸລະກິດ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາບັນດາພາກສ່ວນເສດຖະກິດ.
ຍສໝ - ທ່ານເອກອັກຄະລັດຖະທູດກູບາ ຍົກສູງຄວາມສະເໝີຕົ້ນສະເໝີປາຍ, ຕັ້ງໜັ້ນ ແລະເດັດດ່ຽວຂອງຫວຽດນາມ ໃນການຜັນຂະຫຍາຍມະຕິ, ພິເສດແມ່ນ ນະໂຍຍາຍທາງການທູດຂອງຫວຽດນາມ.
ວັນທີ 20 ທັນວາ, ເວທີປາໄສເສດຖະກິດໂລກ(WEF) ໄດ້ປະກາດຈະເລື່ອນວັນເວລາຈັດກອງປະຊຸມປະຈຳປີຊື່ງຄາດວ່າຈະດຳເນີນໃນເດືອນມັງກອນປີ 2022 ຢູ່ Davos ປະເທດສະວິດ ຍ້ອນສະພາບການຜັນແປ່ຂອງໂລກລະບາດໂຄວິດ 19 ທີ່ກ່ຽວຂ້ອງເຖິງການພັນ Omicron ຍາກທີ່ຄາດຄະເນໄດ້.
ຍສໝ - ໄຂງານວາງສະແດງຕະຫຼາດນັດ “ເສດຖະກິດ - ປ້ອງກັນຊາດ ໃນສັງກາດເຕັກໂນໂລຊີດີຈີຕອນ”- VIDEX 2021 ໃນຕອນຄ່ຳຂອງວັນທີ 14 ທັນວາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ ສົບທົບກັບກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເປີດງານວາງສະແດງຕະຫຼາດນັດເສດຖະກິດ-ປ້ອງກັນຊາດ ໃນສັງກາດເຕັກໂນໂລຊີດີຈີຕອນ” ປີ 2021 ( VIDEX 2021).
ຍສໝ - ທະນາຄານໂລກ (WB) ໃຫ້ຂໍ້ສັງເກດວ່າ ເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງ, ດັດຊະນີການຜະລິດອຸດສາຫະກຳ ແລະຍອດການຂາຍຍ່ອຍຂອງສິນຄ້າ, ລາຍຮັບການບໍລິການບໍລິໂພກ ລ້ວນແຕ່ມີການເຕີບໂຕເປັນເດືອນທີ 3 ຢ່າງລຽນຕິດ.
ຍສໝ - ຕອນເຊົ້າວັນທີ 9 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດພັດທະນາແບບຍືນຍົງ ຫວຽດນາມ 2021 (VCSF 2021) ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລະ ບັນດາຄູ່ຮ່ວມມືຈັດຕັ້ງ.
ຍສໝ - ທ່ານ ຫງວຽນດຶກແທງ ອຸປະທູດການຄ້າຫວຽດນາມ ປະຈຳ ອີຕາລີ ໄດ້ແນະນຳກ່ຽວກັບການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງຫວຽດນາມ, ເປັນພື້ນຖານເສດຖະກິດເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງກວ້າງຂວາງທີ່ສຸດໃນພາກພື້ນ.
ບັນດາຜູ້ແທນ, ນັກຮຽນຮູ້, ນັກຄົ້ນຄວ້ານະໂຍບາຍ ແລະ ນັກຊ່ຽວຊານເຕັກໂນໂລຊີ ຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ປຶກສາຫາລື, ແບ່ງປັນບົດຮຽນເພື່ອພັດທະນາພື້ນຖານເສດຖະກິດດີຈີຕອນທີ່ຍຸຕິທຳ, ກວມລວມ ແລະ ຍືນຍົງ
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານກຳມະການແຫ່ງລັດ, ລັດຖະມົນຕີກະຊວງຕ່າງປະເທດຈີນ ຫວາງອີ ; ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເດີນທາງມາຢ້ຽມຢາມສາທາລະນະລັດປະຊາຊົນຈີນ ຢ່າງເປັນທາງການແຕ່ວັນທີ 3-4 ທັນວາ 2021.
ຍສໝ - ອົງການການຄ້າ ຫ້ອງການເສດຖະກິດ ແລະ ວັດທະນະທຳຫວຽດນາມ ປະຈຳໄຕ້ຫວັນ (ກະຊວງອຸດສາຫະກຳ ແລະ ການຄ້າ) ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ປະຕູຖານຂໍ້ມູນເອເລັກໂຕຣນິກພາສີໄຕ້ຫວັນ (ຈີນ) ໄດ້ປະກາດປັບປຸງຕາຕະລາງພາສີນຳເຂົ້າ.
ເວທີປາໄສເສດຖະກິດ ຫວຽດນາມ ປີ 2021 ແມ່ນໂອກາດເພື່ອໃຫ້ສະພາແຫ່ງຊາດ, ບັນດາອົງການຈັດຕັ້ງ, ອົງການທີ່ກ່ຽວຂ້ອງ ຮັບຟັງຄຳເຫັນຈາກນັກຊ່ຽວຊານ, ນັກວິທະຍາສາດຢູ່ພາຍໃນ ແລະ ຕ່າງປະເທດ, ຄູ່ຮ່ວມມືພັດທະນາຂອງ ຫວຽດນາມ.
ຜູ້ຕາງໜ້າບັນດາພະແນກ, ຂະແໜງການຂອງນະຄອນ ໂຮ່ຈີມິນ ໄດ້ແບ່ງປັນກ່ຽວກັບການກຳນົດທິດພັດທະນາເສດຖະກິດ, ໃນນັ້ນມີຂະແໜງທ່ອງທ່ຽວຂອງນະຄອນ
ຍສໝ - ວັນທີ 01 ທັນວາ, ໃນຂອບເຂດການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການຂອງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ, ທີ່ສຳນັກງານຂອງສະມາຄົມປະຊາຊົນ ອາຊີ - ເອີລົບ (ສະມາຄົມ), ທ່ານ ນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ມີການເຮັດວຽກກັບການນຳຂອງສະມາຄົມ.
ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາ “ການພັດທະນາເສດຖະກິດທະເລຢູ່ຫວຽດນາມ ແບບຍືນຍົງໃນສະພາບການພະຍາດໂຄວິດ-19 ແລະການປ່ຽນແປງຂອງດິນຟ້າອາກາດ” ພາຍໃຕ້ຮູບການໂດຍກົງກັບທາງໄກ.
ຕອນເຊົ້າວັນທີ 27 ພະຈິກ, ຢູ່ນະຄອນ Bern, ປະເທດສະວິດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Schneider Ammann, ອະດີດປະທານາທິບໍດີ ແລະ ລັດຖະມົນຕີເສດຖະກິດສະວິດ, ແລະ ທ່ານ Philipp Roesler, ກົງສຸນກິຕິມະສັກ ຫວຽດນາມ ປະຈຳ ສະວິດ, ອະດີດຮອງນາຍົກລັດຖະມົນຕີ , ລັດຖະມົນຕີກະຊວງເສດຖະກິດ ແລະ ວິທະຍາສາດເຕັກໂນໂລຊີ ເຢຍລະມັນ (2009-2013), ອະດີດປະທານພັກ ປະຊາທິປະໄຕ ເສລີເຢຍລະມັນ (FDP).
ຍສໝ - ໜ້າເວັບໄຊ໌ ihsmarkit.com ຂອງບໍລິສັດຄົ້ນຄວ້າການຕະຫຼາດ IHS Markit (ອັງກິດ) ຫາກໍລົງພິມບົດຂຽນຄາດຄະເນ ກ່ຽວກັບຄວາມສາມາດໃນການຟື້ນຟູເສດຖະກິດຂອງຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ສະຖາບັນເສດຖະກິດຫວຽດນາມ, ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ຫົວຂໍ້: “ເສດຖະກິດທະເລສະອາດ: ກາລະໂອກາດ, ສິ່ງທ້າທາຍ ແລະ ທິດທາງການພັດທະນາແບບຍືນຍົງ”.