ການເຄື່ອນໄຫວຟື້ນ​ຟູເສດຖະກິດ, GDP ເພີ່ມຂຶ້ນຄືນ​ໃໝ່

20:00 | 30/03/2022

ຍ​ສ​ໝ - ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2022 ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 5,03% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022. ທະນາຄານ Standard Chartered ຄາດຄະເນວ່າ GDP ຂອງຫວຽດນາມ ຈະເຕີບໂຕ 6,7% ໃນປີ 2022.
ຫວຽດນາມ: ມາດຕາສ່ວນປະກອບຂອງການບໍລິການ logistics ເຂົ້າ GDP ອາດຈະບັນລຸ 5%-6%  ໃນປີ 2025 ຫວຽດນາມ: ມາດຕາສ່ວນປະກອບຂອງການບໍລິການ logistics ເຂົ້າ GDP ອາດຈະບັນລຸ 5%-6% ໃນປີ 2025
ການເຄື່ອນໄຫວຟື້ນ​ຟູເສດຖະກິດ, GDP ເພີ່ມຂຶ້ນຄືນ​ໃໝ່
ພາບ​ປະ​ກອບ: ກົມ​ໃຫຍ່​ສະ​ຖິ​ຕິ ຫວຽດ​ນາມ

ວັນ​ທີ 29 ມີນາ​ນີ້, ກົມ​ໃຫຍ່ສະຖິຕິ, ​ກະຊວງ​ແຜນການ ​ແລະ ​ການ​ລົງທຶນ​ໄດ້​ປະກາດ​ບົດ​ລາຍ​ງານ​ສະພາບ​ເສດຖະກິດ​ສັງຄົມ​ໃນ​ໄຕ​ມາດ​ທີ 1 ປີ 2022.

ຕາມອີງ​ຕາມ​ອົງການ​ນີ້ແລ້ວ, ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2022 ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ 5,03% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021 (ສູງ​ກວ່າ​ອັດຕາ​ເຕີບ​ໂຕ 4,72% ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2021 ​ແລະ 3,66% ໄຕ​ມາດ​ທຳ​ອິດ​ຂອງ​ປີ 2020 ແຕ່​ຍັງ​ຕ່ຳ​ກວ່າ​ອັດ​ຕາ​ການ​ເຕີບ​ໂຕ 6,85% ຂອງ​ໄຕ​ມາດ​ທຳ​ອິດ​ຂອງ​ປີ 2019).

ໃນນັ້ນ, ຂະແໜງກະສິກຳ, ປ່າໄມ້ ແລະ ການປະມົງ ເພີ່ມຂຶ້ນ 2,45%, ປະກອບສ່ວນ 5,76% ເຂົ້າໃນການເຕີບໂຕໂດຍລວມ; ຂະແໜງອຸດສາຫະກຳ ແລະ ກໍ່ສ້າງ ເພີ່ມຂຶ້ນ 6,38%, ປະກອບສ່ວນ 51,08%; ຂະແໜງບໍລິການ ເພີ່ມຂຶ້ນ 4,58%, ປະກອບສ່ວນ 43,16%.

ການຈົດທະບຽນທຸລະກິດໃນໄຕມາດທີ 1 ປີ 2022 ກໍ່​ມີ​ສັນ​ຍານ​ດີ​ຂຶ້ນຫຼາຍ​ຢ່າງ, ຈຳ​ນວນວິ​ສາ​ຫະ​ກິດສ້າງຕັ້ງໃໝ່ ແລະ ກັບຄືນເຂົ້າສູ່ການເຄື່ອນ​ໄຫວໃນໄຕມາດທີ 1 ປີ 2022 ເພີ່ມຂຶ້ນ 36,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເຂົ້າ​ໃນ​ເສດຖະກິດ​ເພີ່ມ​ຂຶ້ນ 21%, ​ໃນ​ນັ້ນ​ທຶນ​ຈົດ​ທະບຽນ​ຂອງ​ວິ​ສາ​ຫະກິດ​ທີ່ພວມດຳ​ເນີນ​ທຸລະ​ກິດ​ເພີ່ມ​ຂຶ້ນ 34,5%.

ຜົນ​ການ​ສຳ​ຫຼວດ​ທ່າ​ອ່ຽງ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ວິ​ສາ​ຫະກິດ​ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ຜະລິດ​ສະ​ແດງ​ໃຫ້​ເຫັນ​ວ່າ ວິ​ສາ​ຫະກິດ​ມີ​ແງ່​ຫວັງ​ໃນ​ແງ່​ດີ​ຕໍ່​ສະພາບ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ໃນ​ໄຕ​ມາດ​ທີ 2 ປີ 2022 ດ້ວຍ 82,3% ຈຳນວນ​ວິ​ສາ​ຫະກິດທີ່​ຕີ​ລາຄາ​ວ່າ​ມີ​ຄວາມ​ໝັ້ນຄົງ ​ແລະ ​ດີ​ກ່ວາ​ໃນ​ໄຕ​ມາດ​ທີ 1 ປີນີ້.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.