ADB: ເສດຖະກິດ ຫວຽດນາມ ພ້ອມແລ້ວທີ່ຈະຟື້ນຟູ, ຄາດວ່າຈະບັນລຸການເຕີບໂຕ 6,5% ໃນປີ 2022

08:07 | 08/04/2022

ຍສໝ - ເສດຖະກິດ ຫວຽດນາມ ຄາດວ່າຈະມີການຟື້ນຟູຢູ່ໃນລະດັບ 6,5% ໃນປີ 2022 ແລະ ຈະເຕີບໂຕແຮງກວ່າ ດ້ວຍລະດັບ 6,7% ໃນປີ 2023 ຍ້ອນບັນລຸອັດຕາສັກວັກຊິນສູງ, ຍູ້ແຮງການຄ້າ ແລະ ສືບຕໍ່ປະຕິບັດນະໂຍບາຍປີການເງິນ ແລະ ເງິນຕາ.

ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022
ປອ Sim Sang Joon (ສ.ເກົາຫຼີ): ເຂົ້າຕົ້ມຫວຽດນາມ ກິນກັບກິມຈິ ສ.ເກົາຫຼີ ແຊບອີຫຼີ! ປອ Sim Sang Joon (ສ.ເກົາຫຼີ): ເຂົ້າຕົ້ມຫວຽດນາມ ກິນກັບກິມຈິ ສ.ເກົາຫຼີ ແຊບອີຫຼີ!
ພາບປະກອບ
ພາບປະກອບ

ນັ້ນ​ແມ່ນ​ການຢັ້ງຢືນ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ (ADB) ທີ່ໄດ້ຍົກອອກໃນບົດລາຍງານແງ່ຫວັງອາ​ຊີ 2022 ພາກອັບເດດໂດຍສັງເຂບເສດ​ຖະ​ກິດ​ຂອງ​ຫວຽດ​ນາມ ແລະ ແງ່ຫວັງ​ປີ 2022-2023 ທີ່ໄດ້ປະກາດໃນ​ວັນ​ທີ 6 ເມ​ສາ.

ທີ່​ການ​ປະກາດ​ບົດ​ລາຍ​ງານ, ທ່ານ ຫງວຽນ​ມີງ​ເກື່ອງ, ນັກ​ຊ່ຽວຊານເສດຖະກິດ​ແຫ່ງ​ຊາດ​ຂອງ ADB ​ໄດ້​ວິ​ເຄາະ​ວ່າ: “ສ່ວນຫຼາຍບັນດາ​ຕົວ​ຊີ້​ວັດ​ເສດຖະກິດ​ຂອງ​ຫວຽດນາມ ​ທີ່​ຫາ​ກໍ່​ໄດ້​ອອກ​ເຜີຍ​ແຜ່ ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ຟື້ນ​ຕົວ​. ໃນ​ປະຈຸ​ບັນ, ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ ADB ສຳລັບ ຫວຽດນາມ ​ແມ່ນ​ຂ້ອນຂ້າງ​ດີ. ສິ່ງດັ່ງກ່າວ​ທີ່ໄດ້​ອີງ​ໃສ່​ຫຼາຍ​ເຫດຜົນ​ຄື: ທີໜຶ່ງ, ​ຍ້ອນ​ການ​ຟື້ນ​ຕົວ​ຂອງ​ຂະແໜງອຸດສາຫະກຳ, ພິ​ເສດ​ແມ່ນ​ການປຸແຕ່ງຜະລິດດ້ວຍ​ການ​ຟື້ນ​ຕົວ​ຂອງ​ແຮງ​ງານ ​ແລະ ​ການ​ຟື້ນ​ຕົວ​ຂອງ​ວິ​ສາ​ຫະກິດ​ທີ່ຂ້ອນຂ້າງ​​ແຮງ.

ອັນທີສອງແມ່ນການຄ້າ-ການລົງທຶນ; ການຄ້າສືບຕໍ່ຂະຫຍາຍຕົວ; ທ່າ​ອ່ຽງ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ຫວຽດ​ນາມ ສືບ​ຕໍ່​ຂະ​ຫຍາຍ​ຕົວ​ຢ່າງ​ແຂງ​ແຮງ.

ທີ 3 ​ແມ່ນ​ບັນດາ​ມາດ​ຕະການ ​ແລະ ນະ​ໂຍບາຍ​ຊຸກຍູ້​ການ​ເງິນ - ເງິນຕາ ​ໃນ​ບ້ວງ​ຟື້ນ​ຟູ ​ແລະ ພັດທະນາ​ເສດຖະກິດ​ທີ່​ໄດ້​ຮັບ​ການ​ຮັບຮອງ​ ໂດຍ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນ​ເດືອນ ມັງກອນ 2022. ບ້ວງ​ການ​ໜູນ​ຊ່ວຍ​ແມ່ນ​ຄາດ​ວ່າ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຟື້ນ​ຕົວ​ຂອງ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ປີ 2022 ແລະ ປີ 2023”.

ຕາມ​ການ​ຕີ​ລາຄາ​ຂອງ ADB ​ແລ້ວ, ການ​ເຕີບ​ໂຕ​ດ້ານ​ອຸດສາຫະກຳ​ຂອງ​ຫວຽດນາມ ຄາດ​ວ່າ​ຈະ​ບັນລຸ 9,5% ​ໃນ​ປີ 2022; ຄາດ​ວ່າ​ຜົນ​ຜະລິດ​ກະສິກຳ​ຈະ​ເພີ່ມ​ຂຶ້ນ 3,5%; ອັດຕາ​ເງິນ​ເຟີ້​ຂອງ​ຫວຽດນາມ ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ເປັນ 3,8% ​ໃນ​ປີ 2022 ​ແລະ 4,0% ​ໃນ​ປີ 2023. ຄາດ​ຄະ​ເນ​ວ່າ ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຫວຽດນາມ ຈະ​ເພີ່ມ​ຂຶ້ນ 8-10% ​ໃນ​ປີ 2022.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.