ຫວຽດນາມ-ເບລາຣູສ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດໄດ້ພັດທະນາ ແລະ ຊອກຫາໂອກາດໃໝ່ໆ

11:30 | 26/03/2022

ຍ​ສ​ໝ - ວັນ​ທີ 23 ມີ​ນາ, ທ່ານ ຫງວຽນ​ຮົ່ງ​ຢ໋ຽນ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ອຸດ​ສະ​ຫະ​ກຳ-​ການ​ຄ້າ ແລະ ທ່ານ ແອ​ນາ​ໂຕ​ລີ ຊີ​ເວັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເບ​ລາ​ຣູ​ສ ນຳ​ພາສະ​ໄໝກອງ​ປະ​ຊຸມ​ຄັ້ງ​ທີ 15 ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ລັດ​ຖະ​ບານ​ຫວຽດ​ນາມ-ເບ​ລາ​ຣູ​ສ ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ-ການ​ຄ້າ ແລະ ວິ​ທະ​ຍາ​ສາດ-ເຕັກ​ນິກ ດ້ວຍ​ຮູບ​ແບບ​ທາງ​ໄກ​ອອນ​ໄລ໌.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ ຫວຽດ​ນາມ - ຣູ​ມາ​ນີ
ຫວຽດ​ນາມ ແລະ ຊີ​ລັງ​ກາ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ ແລະ ຊີ​ລັງ​ກາ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ເສດ​ຖະ​ກິດ

ໃນ​ສະ​ໄໝ​ກອງ​ປະ​ຊຸມ, ທັງ​ສອງ​ຝ່າຍ​ເອ​ກະ​ພາບ​ກັນ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ວິ​ສາ​ຫິ​ກິດ​ສອງ​ປະ​ເທດ​ພັດ​ທະ​ນາ​ການ​ຮ່ວມ​ມື​ບົນ​ພື້ນ​ຖານ​ຄວາມ​ພ້ອມ ຫຼື ຊອກ​ຫາ​ບັນ​ດາ​ໂອ​ກາດ​ການ​ຮ່ວມ​ມື​ໃໝ່ໆ.

ບັນ​ດາ​ຜູ້​ແທນ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ຕ່າງໆ​ໃນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ, ການ​ຄ້າ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ-ເຕັກ​ນິກ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ, ການ​ສຶກ​ສາ.

ຫວຽດນາມ-ເບລາຣູສ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດໄດ້ພັດທະນາ ແລະ ຊອກຫາໂອກາດໃໝ່ໆ
ຫວຽດນາມ-ເບລາຣູສ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດໄດ້ພັດທະນາ ແລະ ຊອກຫາໂອກາດໃໝ່ໆ. ພາບ : vov.gov.vn

ທ່ານ ແອ​ນາ​ໂຕ​ລີ ຊີ​ເວັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເບ​ລາ​ຣູ​ສ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ​ຍາມ​ໃດ​ກໍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໜ້າ​ເຊື່ອ​ຖື ແລະ ສຳ​ຄັນ​ຂອງ​ເບ​ລາ​ຣູ​ສ​ໃນ​ພາກ​ພື້ນ. ດ້ວຍ​ເນື້ອ​ໃນ​ທີ່​ສອງ​ຝ່າຍ​ທີ່​ບັນ​ລຸ​ໄດ້​ນັ້ນ, ຫວຽດ​ນາມ ແລະ ເບ​ລາ​ຣູ​ສ ຈະ​ສ້າງ​ກົນ​ໄກ, ກອບ​ທາງ​ກົດ​ໝາຍ ແນ​ໃສ່​ຜັນ​ຂະ​ຫຍາຍ ແລະ ພັດ​ທະ​ນາ​ການ​ຮ່ວມ​ມື​ຕ່າງໆ​ໃນ​ຂົງ​ເຂດວິ​ສາ​ວະ​ກຳ​ກົນ​ຈັກ, ການ​ຜະ​ລິດ​ສະ​ບຽງ​ອາ​ຫານ, ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ, ການ​ສະ​ໜອງ​ຜະ​ລິດຕະ​ພັນຢາ ແລະ ສຳ​ຄັນ​ຍິ່ງກວ່ານັ້ນ​ແມ່ນ​ເພີ່ມ​ທະ​ວີ​ມູນ​ຄ່າ​ການ​ຄ້າ ແລະ ບັນ​ດາ​ໂຄງ​ການ​ລົງ​ທຶນ​ເວົ້າ​ລວມ.

ທ່ານ ຫງວຽນ​ຮົ່ງ​ຢ໋ຽນ ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ອຸດ​ສະ​ຫະ​ກຳ-​ການ​ຄ້າ ແລະ ທ່ານ ແອ​ນາ​ໂຕ​ລີ ຊີ​ເວັກ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເບ​ລາ​ຣູ​ສ ໄດ້​ເຊັນ​ບົດ​ບັນ​ທຶກ​​ກອງ​ປະ​ຊຸມສະ​ໄໝ ຄັ້ງ​ທີ 15 ຂອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ລັດ​ຖະ​ບານ​ຫວຽດ​ນາມ-ເບ​ລາ​ຣູ​ສ ກ່ຽວ​ກັບ​ການ​ຮ່ວມ​ມືເສດ​ຖະ​ກິດ-ການ​ຄ້າ ແລະ ວິ​ທະ​ຍາ​ສາດ-ເຕັກ​ນິກ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.