EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022

17:09 | 27/05/2022

ຍສໝ - ເຫດການແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດ ເອີລົບ ແລະ ຫວຽດນາມ ຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ ພັດທະນາຕາມທິດສີຂຽວ, ຍືນຍົງ.

ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ ພິ​ທີ​ໄຫວ້​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ ປີ 2022: ພິ​ທີ​ໄຫວ້​ບູ​ຊາ ເຈົ້າ​ຊີ​ວິດ ລາກ​ລອງກວນ ແລະ ຖະ​ຫວາຍຈູດ​ທູບ​ໃຕ້ທຽນ​ຈາ​ລຶກ​ຄຸນ​ງາມ​ຄວາມ​ດີ​ຂອງ​ພະ​ແມ່​ເອົາ​ເກີ
ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022 ນະຄອນ ດ່າໜັງ ຈະ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ເວທີ​ປາ​ໄສ​ພັດທະນາ​ເສັ້ນທາງການບິນ ​ອາຊີ 2022- Routes Asia 2022

ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ຈະຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນລະຫວ່າງວັນທີ 28 – 30 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ.

EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022

ທີ່ການປະຊຸມຖະແຫຼງຂ່າວ. ພາບ: congthuong.vn

ເຫດການໄດ້ຈັດຂຶ້ນເພື່ອແນໃສ່ໜູນຊ່ວຍ ຫວຽດນາມ ບັນລຸຄຳໝັ້ນສັນຍາທີ່ກອງ ປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ແລະ ບັນດາເປົ້າໝາຍ ພັດທະນາເສດຖະກິດ - ສັງຄົມ ເຊິ່ງໄດ້ຍົກອອກມາໃນຍຸດທະສາດແຫ່ງຊາດ ກ່ຽວກັບການເຕີບໂຕສີຂຽວ ໄລຍະ 2021 – 2030. ນີ້ແມ່ນຂໍ້ມູນເຊິ່ງ EuroCham ປະກາດທີ່ການປະຊຸມຖະແຫຼງຂ່າວໃນວັນທີ 24 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ.

ເຫດການແມ່ນພື້ນຖານເພື່ອເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດ ເອີລົບ ແລະ ຫວຽດນາມ ຊຸກຍູ້ພື້ນຖານເສດຖະກິດ ຫວຽດນາມ ພັດທະນາຕາມທິດສີຂຽວ, ຍືນຍົງ ຜ່ານບັນດາຂໍ້ລິເລີ່ມແບ່ງປັນດ້ານວິຊາສະເພາະ ແລະ ຖ່າຍທອດເຕັກໂນໂລຢີ.

ບູນມີ

ເຫດການ
302 Found

Found

The document has moved here.