ຫວຽດນາມ - ລາວ ແບ່ງປັນບົດຮຽນກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ຫຼັງໂລກລະບາດໂຄວິດ-19

12:15 | 17/05/2022

ກອງປະຊຸມສະມະນາແມ່ນໂອກາດທີ່ມີຜົນປະໂຫຍດເພື່ອໃຫ້ 2 ປະເທດແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນໃນວຽກງານປະຕິບັດບົດລາຍຂອງອົງການນິຕິບັນຍັດກ່ຽວກັບນະໂຍບາຍ ແລະ ສ້າງກົດໝາຍ ເພື່ອແນໃສ່ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຫຼັງໂລກລະບາດໂຄວິດ-19.

ນາຍົກລັດຖະມົນຕີ ຫວຽດນາມ ຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໜູນຊ່ວຍ  ລາວ ໃນການຮັບມືກັບໂລກລະບາດໂຄວິດ 19 ນາຍົກລັດຖະມົນຕີ ຫວຽດນາມ ຊີ້ນຳກະຊວງສາທາລະນະສຸກ ພ້ອມກັບບັນດາອົງການກ່ຽວຂ້ອງຂອງຫວຽດນາມ ໜູນຊ່ວຍ ລາວ ໃນການຮັບມືກັບໂລກລະບາດໂຄວິດ 19
ຫວຽດນາມ: ຢຶດໝັ້ນ “ເປົ້າໝາຍຄວບຄູ່”  ທັງຂ້ຽວຂາດປ້ອງກັນຕ້ານໂລກລະບາດ ທັງສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ຫວຽດນາມ: ຢຶດໝັ້ນ “ເປົ້າໝາຍຄວບຄູ່” ທັງຂ້ຽວຂາດປ້ອງກັນຕ້ານໂລກລະບາດ ທັງສຸມໃສ່ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ
ທີ່ກອງປະຊຸມສຳມະນາ (ພາບ: TTXVN)
ທີ່ກອງປະຊຸມສຳມະນາ (ພາບ: TTXVN)

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ເປັນປະທານຮ່ວມກອງປະຊຸມສຳມະນາແບ່ງປັນບົດຮຽນກ່ຽວກັບກົນໄກ, ນະໂຍບາຍເພື່ອຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມພາຍຫຼັງໂລກລະບາດໂຄວິດ-19.

ປະທານສະພາແຫ່ງຊາດ 2 ທ່ານໄດ້ເຫັນດີນຳກັນໂດຍຖືວ່າ, ກອງປະຊຸມສະມະນາແມ່ນໂອກາດທີ່ມີຜົນປະໂຫຍດເພື່ອໃຫ້ 2 ປະເທດແລກປ່ຽນ ແລະ ແບ່ງປັນບົດຮຽນເຊິ່ງກັນ ແລະ ກັນໃນວຽກງານປະຕິບັດບົດລາຍຂອງອົງການນິຕິບັນຍັດກ່ຽວກັບນະໂຍບາຍ ແລະ ສ້າງກົດໝາຍ ເພື່ອແນໃສ່ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຫຼັງໂລກລະບາດໂຄວິດ-19 ອີງຕາມສະພາບການ ແລະ ເງື່ອນໄຂຕົວຈິງຂອງແຕ່ລະປະເທດ. ທ່ານປະທານສະພາແຫ່ຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ນີ້ແມ່ນກອງປະຊຸມຄັ້ງທຳອິດໃນຂອບເຂດຂໍ້ຕົກລົງຮ່ວມມືລະຫວ່າງ 2 ສະພາແຫ່ງຊາດເຊິ່ງຫາກໍ່ໄດ້ຮັບການລົງນາມໃນຕອນເຊົ້າວັນທີ 16 ພຶດສະພາ ແລະ ທ່ານໃຫ້ຮູ້ວ່າ, ສະພາແຫ່ງຊາດ ຫວຽດນາມ ໄດ້ກະກຽມບົດທາບທາມຄວາມເຫັນ 9 ບົດ ແລະ ເລືອກເອົາ 2 ບົດເພື່ອສະເໜີທີ່ກອງປະຊຸມສຳມະນາ. ນີ້ແມ່ນບັນດາເນື້ອໃນສຳຄັນ, ແທດຈິງ, ປະກອບສ່ວນຢ່າງໃຫຍ່ຫຼວງສຳລັບວິວັດທະນາການຟື້ນຟູ ແລະ ພັດທະນາພື້ນຖານເສດຖະກິດ ຫວຽດນາມ.

ທີ່ກອງປະຊຸມສຳມະນາ, ຜູ້ຕາງໜ້າການນຳບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ອົງການຂອງສະພາແຫ່ງຊາດ 2 ປະເທດ ໄດ້ແບ່ງປັນການທາບທາມຄວາມເຫັນກ່ຽວກັບແຜນການຟື້ນຟູເສດຖະກິດ, ສັງຄົມຫຼັງໂລກລະບາດ, ຜົນກະທົບຂອງໂລກລະບາດໂຄວິດ-19 ແລະ ແນະນຳນະໂຍບາຍກ່ຽວກັບການຮັບປະກັນຊີວິດສັງຄົມ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.