ໄຟ​ຟ້າ​ເຈື່ອງ​ຊາ​ປະ​ກອບ​ສ່ວນ​ຮັກ​ສາ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ພັດທະນາ​ເສດຖະກິດ​ທະ​ເລ ​ແລະ ໝູ່​ເກາະຢ່າງໝັ້ນຄົງ

16:54 | 16/03/2022

ຍ​ສ​ໝ - ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນອກຈາກ​ການ​ເຄື່ອນ​ໄຫວ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ​ເພື່ອ​ຮັບປະກັນ​ການ​ສະໜອງ​ໄຟຟ້າ​ໃຫ້​ພຽງພໍ​ເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ຊີວິດ​ປະຈຳ​ວັນ​ຂອງ​ປະຊາຊົນ, ​ກຸ່ມ​ບໍ​ລິ​ສັດໄຟຟ້າ​ຫວຽດນາມ (EVN) ຍາມ​ໃດ​ກໍ່​ກຳນົດ​ວ່າ ການສະໜອງ​ໄຟຟ້າ​ໃຫ້​ຊົນນະບົດ, ເຂດພູດ​ອຍ ​ແລະ ໝູ່​ເກາະ​ແມ່ນ​ວຽກ​ງານ​ການ​ເມືອງ​ສຳຄັນ.

ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ແບນ​ຊິກ​ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ, ອ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ແບນ​ຊິກ​ເພີ່ມ​ທະ​ວີ​ການ​ສະ​ໜິດ​ຕິດ​ພັນ​ປະ​ຊາ​ຄົມ, ອ່າຍ​ໜ້າ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ
ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ ຕັ້ງ​ໜ້າ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ໄຟ​ຟ້າ​ເຈື່ອງ​ຊາ​ປະ​ກອບ​ສ່ວນ​ຮັກ​ສາ​ການ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ພັດທະນາ​ເສດຖະກິດ​ທະ​ເລ ​ແລະ ໝູ່​ເກາະຢ່າງໝັ້ນຄົງ
ພາບ​ປະ​ກອບ: baochinhphu.vn

ສຳລັບ​ເມືອງ​ເກາະ​ເຈື່ອງ​ຊາ, ໂດຍປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ສະໜອງ​ໄຟຟ້າ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ DK 1 ແລ້ວ, EVN ​ໄດ້​ມອບ​ໃຫ້​ບໍລິສັດ​ໄຟຟ້າ​ພາກ​ໃຕ້ ​ແລະ ບໍລິສັດ​ໄຟຟ້າ ​ນິງ​ທ້ວນ ປະຕິບັດການຮັບ​ເອົາ​ລະບົບ​ພະລັງງານ​ສະອາດ​ຢູ່​ບັນດາໝູ່​ເກາະ ​ແຕ່​ເດືອນ ສິງຫາ 2017.

​ເນື່ອງ​ຈາກ​ທີ່​ຕັ້ງ​ພູມ​ສາດ​ຫ່າງ​ໄກ​ຈາກ​ແຜ່ນດິນ​ໃຫຍ່ ​ແລະ ​ໃນ​ນັ້ນ​ມີໝູ່​ເກາະ ​ແລະ ​ເກາະ​ຫຼາຍ​ແຫ່ງ, ຕັ້ງຢາຍຢູ່ເຂດທະ​ເລ​ກວ້າງໃຫຍ່, ການ​ສະໜອງ​ໄຟຟ້າ​ໃຫ້​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ DK1 ​ແມ່ນ​ຫຍຸ້ງຍາກ​ກວ່າ​ການ​ສະໜອງ​ໄຟຟ້າ​ຢູ່​ໝູ່​ເກາະ​ອື່ນໆ ​ເຊິ່ງ​ແມ່ນຍັງມີຄວາມຫຍຸ້ງຍາກຫຼາຍ.

​ເລື່ອງ​ຮັບ​ເອົາການຄຸ້ມຄອງ ​ແລະ ດຳ​ເນີນ​ງານ​ຂອງ EVN ກ່ຽວ​ກັບ​ລະບົບ​ພະລັງງານ​ສະອາດ ​ແລະ ​ແສງ​ສະຫວ່າງ​ຢູ່​ໝູ່​ເກາະ ​ເຈື່ອງ​ຊາ ​ແລະ DK1 ຕາມ​ການຊີ້ນຳຂອງລັດຖະບານ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ກວ່າ​ໃຫ້ແກ່ການ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພະລັງງານ​ໄຟຟ້າ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ເພື່ອ​ຮັບ​ໃຊ້ປະຊາຊົນ ​ແລະ ທະຫານ​ຢູ່​ໝູ່​ເກາະ ​ແລະ ​ເຂດ​ DK1, ພ້ອມ​ກັນ​ນັ້ນ ກໍ່ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ຄວາມ​ສາມາດ​ດ້ານ​ປ້ອງ​ກັນ​ປະ​ເທດ ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ທະ​ເລ ​ແລະ ໝູ່​ເກາະ​ອັນ​ສັກສິດຂອງປະເທດຊາດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.