ຍົກ​ສູງ​ປະສິດທິພາບ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ

13:13 | 28/03/2022

ຍ​ສ​ໝ - ວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງ​ຈິງ ໄດ້ເປັນປະທານກອງປະຊຸມທາງອອນໄລທົ່ວປະເທດກັບບັນ​ດາ​ລັດວິສາຫະກິດ ດ້ວຍຫົວຂໍ້ “ສືບຕໍ່ປະດິດສ້າງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວເພື່ອລະດົມແຫຼ່ງທຶນຂອງລັດວິສາຫະກິດເຂົ້າໃນການພັດທະນາເສດຖະກິດ - ສັງຄົມ”.

ໂທ​ລະ​ເລກຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ ລັດ, ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບ​ອຸປະ​ຕິ​​ເຫດ​ເຮືອ​ບິນ​ຕົກ​ຢູ່ ຈີນ ໂທ​ລະ​ເລກຢື້​ຢາມ​ຖາມ​ຂ່າວ​ຂອງ​ການ​ນຳ ລັດ, ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບ​ອຸປະ​ຕິ​​ເຫດ​ເຮືອ​ບິນ​ຕົກ​ຢູ່ ຈີນ
ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022 ລາວ​ຈັດ​ຕັ້ງ​ຫຼາຍ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະ​ຫຼອງ​ປີ​ແຫ່ງ​ການ​ພົວ​ພັນ​ມິດ​ຕະ​ພາບລະ​ຫວ່າງ​ຫວຽດ​ນາມ - ລາວ 2022
ຍົກ​ສູງ​ປະສິດທິພາບ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ວິ​ສາ​ຫະກິດ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ
ພາບ​ປະກອບ: bnews.vn

ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ການ​ປ່ຽນແປງ​ໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ ລັດ​ວິ​ສາ​ຫະ​ກິດ ​ແມ່ນ​ຄວາມ​ສົນ​ໃຈ​ອັນ​ໃຫຍ່​ຫຼວງ​ຂອງ​ພັກ, ລັດ ​ແລະ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ​ໃນ​ການ​ປະຕິບັດ​ມະຕິ​ຂອງ​ພັກ, ສະພາ​ແຫ່ງ​ຊາດ; ລັດຖະບານ, ທ້ອງຖິ່ນ ແລະ ລັດວິສາຫະກິດ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ຊີ້​ແຈ້ງ​ບົດບາດ​ຄຸ້ມ​ຄອງ​ລັດ​ຂອງ​ບັນດາ​ອົງການ​ຕາງໜ້າ​ອຳນາດ​ການ​ປົກຄອງ​ລັດ, ຄະນະ​ກຳມະການ​ຄຸ້ມ​ຄອງ​ທຶນຂອງ​ລັດ ຢູ່​ບັນດາ​ວິ​ສາ​ຫະກິດ, ກະຊວງ, ຂະແໜງການ ແລະ ທ້ອງ​ຖິ່ນ.

​ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ລັດ​ວິ​ສາ​ຫະກິດເສີມຂະຫຍາຍທ່າ​ແຮງ, ​ຕົວຈິງແມ່ນ “ກຳລັງ​ວັດຖຸ​ສຳຄັນ​ຂອງ​ພື້ນຖານ​ເສດຖະກິດ​ແຫ່ງ​ລັດ”, ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງ​ວ່າ ມັນ​ເປັນ​ສິ່ງ​ສຳຄັນ​ທີ່​ສຸດ​ໃນ​ການ​ກຳນົດຈຸດຕິດຄັດໃນ​ບັນດາ​ກົນ​ໄກ ​ແລະ ນະ​ໂຍບາຍສຳລັບຂົງເຂດວິສາຫະກິດນີ້​, ສິ່ງຂ້ອງຄາ ​ແລະ ຂໍ້​ຈຳກັດ​ຂອງ​ວິ​ສາ​ຫະກິດ​ເອງ ເພື່ອຜ່ານ​ນັ້ນ​ສາມາດຍົກອອກບັນດາທິດ​ທາງ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ ​ເພື່ອ​ລະດົມ​ແຫຼ່ງກຳລັງ​ຂອງ​ລັດ​ວິ​ສາ​ຫະກິດ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ໄລຍະ​ຕໍ່​ໄປ.

ພາຍຫຼັງ​ກອງ​ປະຊຸມ​ຄັ້ງ​ນີ້, ລັດຖະບານ​ຈະ​ອອກ​ມະຕິ​ລັດຖະບານ​ກ່ຽວ​ກັບ​ວຽກ​ງານ ​ແລະ ວິທີ​ແກ້​ໄຂ​ເພື່ອ​ຊຸກຍູ້​ການ​ປ່ຽນແປງໃໝ່ ​ແລະ ຍົກ​ສູງ​ປະສິດທິ​ຜົນ ​ເພື່ອ​ລະດົມ​ແຫຼ່ງກຳລັງ​ຂອງລັດ​ວິ​ສາ​ຫະກິດເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.