ຫວຽດນາມ - ອາເມລິກາ: “ປັບປຸງການພົວພັນດ້ານເສດຖະກິດສອງຝ່າຍ”

13:37 | 10/03/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 8 ມີນາ, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຸດຍອດ​ວິ​ສາ​ຫະ​ກິດ​ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 5 ດ້ວຍ​ຫົວ​ຂໍ້ “ປັບ​ປຸງ​ການ​ພົວ​ພັນ​ເສດ​ຖະ​ກິດ 2 ຝ່າຍ”.

ການພົວພັນດ້ານການຄ້າ ຫວຽດນາມ - ອາເມລິກາ ບັນລຸສະຖິຕິໃຫມ່ ການພົວພັນດ້ານການຄ້າ ຫວຽດນາມ - ອາເມລິກາ ບັນລຸສະຖິຕິໃຫມ່
ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື ການບິນ ຫວຽດນາມ ແລະ ອາເມລິກາ ເພີ່ມທະວີການຮ່ວມມື
ຫວຽດນາມ - ອາເມລິກາ: “ປັບປຸງການພົວພັນດ້ານເສດຖະກິດສອງຝ່າຍ”
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: baochinhphu.vn)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ເນັ້ນ​ໜັກ​ວ່າ: ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ຢ່າງ​ເຂັ້ມແຂງ​​ຂອງ​ຫວຽດ​ນາມ, ພາຍຫຼັງກວ່າ 26 ປີ​ແຫ່ງ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ (ນັບ​ແຕ່​ປີ 1995), ການ​ພົວ​ພັນ​ສອງ​ປະ​ເທດ​ຫວຽດ​ນາມ - ອາ​ເມ​ລິ​ກາ ໄດ້​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ, ບັນ​ລຸ​ໄດ້​ຫລາຍ​ຜົນ​ງານ​ອັນ​ດີງາມ​ໃນບັນດາ​ຂົງ​ເຂດ.

ພິ​ເສດ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໄດ້​ມີ​ບາດກ້າວ​ພັດທະນາ​ທີ່​ສຳຄັນ ​ໃນ​ຂົງ​ເຂດ​ເສດຖະກິດ ດ້ວຍ​ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ສອງ​ຝ່າຍ (ປີ 2000); ອາ​ເມ​ລິ​ກາ​ໄດ້​ຮັບ​ຮອງ​ເອົາ​ຂໍ້​ກຳນົດ​ການ​ຄ້າ​ປົກກະຕິ​ຖາວອນ ​ໃຫ້​ແກ່​ຫວຽດນາມ (2006); ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ຂອບ​ການ​ຄ້າ ​ແລະ ການ​ລົງທຶນ (2007); ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ (​ໃນ​ປີ 2013)…

ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ເພີ່ມ​ຂຶ້ນ​ປະມານ 250 ​ເທົ່າ, ຈາກ 450 ລ້ານ USD ​ໃນ​ປີ 1995 ຂຶ້ນ​ເປັນ 111 ຕື້ USD ​ໃນ​ປີ 2021 (ເພີ່ມ​ຂຶ້ນ​ເກືອບ 21 ຕື້ USD ​ເມື່ອ​ທຽບ​ໃສ່​ປີ 2020), ໂດຍ​ບໍ່ຫົວຊາວ່າໂລກ​ລະບາດ​ໂຄ​ວິດ-19 ຈະ​ແກ່ຍາວ ແລະ ​ການ​ພັດຜັນແປອັນສັບ​ສົນ ​ທີ່​ມີ​ຜົນ​ກະ​ທົບ​ຕ່ອງ​ໂສ້​ການ​ສະ​ຫນອງ​ໃນ​ທົ່ວ​ໂລກ​. ອາ​ເມ​ລິ​ກາ ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ອັນ​ດັບ 2 ດ້ວຍ​ວົງ​ເງິນ​ການ​ຄ້າ​ກັບ​ຫວຽດນາມ ​ເກີນ​ກວ່າ 100 ຕື້ USD. ອາ​ເມ​ລິ​ກາ​ແມ່ນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ຂອງ​ຫວຽດນາມ, ​ໃນ​ຂະນະ​ທີ່​ຫວຽດນາມ​ ກາຍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 9 ຂອງ​ອາ​ເມ​ລິ​ກາ.

​ໃນ​ຫຼາຍ​ປີ​ມາ​ນີ້, ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ລົງທຶນ​ໃຫຍ່​ກວ່າ​ໝູ່​ຢູ່ ຫວຽດນາມ ດ້ວຍ​ເກືອບ 1.150 ​ໂຄງການ​ດຳ​ເນີນ​ງານ, ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ກວ່າ 10,3 ຕື້ USD, ຢືນ​ອັນ​ດັບ​ທີ 11/141 ພື້ນຖານ​ເສດຖະກິດທີ່ລົງທຶນ​ຢູ່ ຫວຽດນາມ.

ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: “ຂ້າພະ​ເຈົ້າ​ດີ​ໃຈ ​ຕໍ່​ຜົນ​ການ​ສຳ​ຫຼວດ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ປີ 2021 ຂອງ Amcham, ຕາມ​ນັ້ນ​ແລ້ວ, ເກືອບ 80% ສະມາຊິກ AmCham ຫວຽດນາມ ທີ່​ເຂົ້າ​ຮ່ວມ​ການ​ສຳ​ຫຼວດ ​ໄດ້​ຕີ​ລາຄາ​ສູງ​ ເລື່ອງ​ແງ່​ຫວັງການ​ພັດທະນາ​ທຸລະ​ກິດ​ໄລຍະກາງ ​ແລະ ຍາວ ​ຂອງ​ຕະຫຼາດ​ຫວຽດນາມ, ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ການ​ເພີ່ມ​ທະວີ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ອາ​ເມ​ລິ​ກາ ​ແລະ ທ່າ​ແຮງ​ຂອງ​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ”.

ຄຳ​ຮຸ່ງ

ເຫດການ
302 Found

Found

The document has moved here.