ເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງຫວຽດນາມກັບແຂວງອາດານາ ແລະ ເມີຊິນ (ຕວັກກີ)

15:05 | 01/04/2022

ຍ​ສ​ໝ - ຄະ​ນະ​ຜູ້​ແທນ​ເຮັດ​ວຽກ​ສະ​ຖານ​ທູດ​ຫວຽດ​ນາມ​ປະ​ຈຳ​ຕວັກ​ກີ ນຳ​ໂດຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂດ໋​ເຊີນ​ຮ່າຍ ໄດ້​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ກັບ​ແຂວງ​ອາ​ດາ​ນາ ແລະ ເມີ​ຊີນ ແນ​ໃສ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ທ້ອງ​ຖິ່ນ​ສອງ​ປະ​ເທດ.

ຫວຽດນາມ-ເບລາຣູສ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດໄດ້ພັດທະນາ ແລະ ຊອກຫາໂອກາດໃໝ່ໆ ຫວຽດນາມ-ເບລາຣູສ ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດໄດ້ພັດທະນາ ແລະ ຊອກຫາໂອກາດໃໝ່ໆ
ສປປ ລາວ-ສ.ຕວັກກີ ຮັດແໜ້ນການພົວພັນຮ່ວມມື ສປປ ລາວ-ສ.ຕວັກກີ ຮັດແໜ້ນການພົວພັນຮ່ວມມື

ໃນບັ້ນ​ການ​ເຮັດ​ວຽກ​ນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ເຂົ້າ​ຢ້ຽມ​ຄຳ​ນັບ ແລະ ເຮັດ​ວຽກ​ກັບ​ເຈົ້າ​ແຂວງ​ແຂວງ​ອາ​ດາ​ນາ ແລະ ເມີ​ຊີນ; ພົບ​ປະ​ກັບ​ປະ​ທານ​ເຂດ​ອຸດ​ສາ​ຫະ​ກຳຊີ​ລີຟກີ, ແຂວງ​ເມີ​ຊີນ ແລະ ເຂົ້າ​ຢ້ຽມ​ບາງ​ຫົວ​ໜ່ວຍ​ວິ​ສາ​ຫະ​ກິດ​ທ້ອງ​ຖິ່ນ. ສະ​ຖານ​ທູດ​ກໍ​ຍັງ​ໄດ້​ຈັດລັອກວາງ​ສະ​ແດງສິນ​ຄ້າເຂົ້າ​ຮ່ວມ​ງານເທດ​ສະ​ການດອກ​ສົ້ມ​ນາ​ໆ​ຊາດ-ເທດ​ສະ​ການ​ທີ່​ໃຫຍ່​ທີ່​ສຸດ​ໃນ​ແຂວງ​ອາ​ດາ​ນາ, ຕວັກ​ກີ.

ເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງຫວຽດນາມກັບແຂວງອາດານາ ແລະ ເມີຊິນ (ຕວັກກີ)
ເພີ່ມທະວີການຮ່ວມມືເສດຖະກິດລະຫວ່າງຫວຽດນາມກັບແຂວງອາດານາ ແລະ ເມີຊິນ (ຕວັກກີ)

ໃນ​ວາ​ລະ​ການ​ເຮັດ​ວຽກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເນັ້ນ​ໜັກ​ວ່າ: ທ່າ​ແຮງ​ການ​ຮ່ວມ​ມື​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ ເປັນ​ຕົ້ນ​ທາງ​ດ້ານ​ກະ​ສິ​ກຳ, ທ່ອງ​ທ່ຽວ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢືນ​ຢັນ​ວ່າ: ຈະ​ສະ​ແດງ​ບົດ​ບາດ​ເປັນ​ຂົວ​ຕໍ່​ໃນ​ການ​ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ​ບັນ​ດາ​ຫົວ​ໜ່ວຍ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໄດ້​ເຊື່ອມ​ໂຍງ, ຮ່ວມ​ມື​ລົງ​ທຶນ​ນຳ​ກັນ ພ້ອມ​ກັບ​ສຶກ​ສາ​ສະ​ໜັບ​ສະ​ໜູນແຂວງ​ອາ​ດາ​ນາ ແລະ ເມີ​ຊີນ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ, ພົວ​ພັນ​ແລກ​ປ່ຽນ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ຫວຽດ​ນາມ.

ວັນ​ທີ 25 ມີ​ນາ 2022, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູ​ໄດ້​ມາ​ຢ້ຽມ​ຢາມ​ເຂດ​ອຸດ​ສາ​ຫະ​ກຳ​ຊີ​ລີ​ຟ​ກີ, ແຂວງ​ເມີ​ຊີນ ເຮັດ​ວຽກ​ກັບ​ທ່ານ ໂບນ​ຢີ ມູ​ດູ​ຣູ - ປະ​ທານ​ເຂດ​ອຸດ​ສາ​ຫະ​ກຳ ແລະ ຢ້ຽມ​ຢາມ​ບາງ​ໂຮງ​ງານ​ໃຫຍ່ໆ​ໃນ​ທີ່​ນີ້.

ໃນ​ທ່າມ​ກາງ​ການ​ເຄື່ອນ​ໄຫວ​ວຽກ​ງານ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກໍ​ໄດ້​ຈັດ​ສັນ​ລັ​ອກ​ສະ​ແດງ​ສິນ​ຄ້າ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ງານ​ເທດ​ສະ​ການດອກ​ສົ້ມນາໆ​ຊາດ (23 ຫາ 27 ມີ​ນາ 2022) - ເທດ​ສະ​ການ​ປະ​ຈຳ​ປີ​ທີ່​ໃຫຍ່​ທີ່​ສຸດ​ໃນ​ແຂວງ​ອາ​ດາ​ນາ. ສິນ​ຄ້າ​ວາງ​ສະ​ແດງ​ປະ​ກອບ​ມີ​ຮູບ​ພາບ​ວັດ​ທະ​ນະ​ທຳ​ທີ່​ເປັນ​ຈຸດ​ເດັ່ນ, ຜະ​ລິດ​ຕະ​ພັນຫັດ​ຖະ​ກຳ​ພື້ນ​ບ້ານຕ່າງໆ ແລະ ບັນ​ດາຂໍ້​ມູນ​ທີ່​ເປັນ​ປະ​ໂຫຍດ​ທາງ​ດ້ານ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ ຊຶ່ງ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ ແລະ ຊົມ​ຊອບຫຼາຍ​ຈາກ​ປະ​ຊາ​ຊົນ​ທີ່​ເຂົ້າ​ຮ່ວມ​ງານ​ເທດ​ສະ​ການ​ດັ່ງ​ກ່າວ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.