WTO ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ເຂົ້າໃນການເຕີບໂຕເສດຖະກິດໃນທົ່ວໂລກ

13:59 | 29/05/2022

ຫວ່າງແລ້ວນີ້, ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ໄປຢ້ຽມຢາມສໍານັກງານອົງການການຄ້າໂລກ (WTO) ແລະເຮັດວຽກກັບທ່ານ Zhang Xiangchen ຮອງຜູ້ອໍານວຍການໃຫຍ່ WTO.

ອິນເດຍ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ ອິນເດຍ ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ໃນສະພາຄວາມໝັ້ນຄົງ
ຫວຽດ​ນາມ​ ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ສິນ​ໃນ​ນ້ຳ​ຂອງ WTO ຫວຽດ​ນາມ​ ເຂົ້າ​ຮ່ວມ​ຮອບ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ ສິນ​ໃນ​ນ້ຳ​ຂອງ WTO
WTO ຕີລາຄາສູງການປະກອບສ່ວນຂອງຫວຽດນາມ ເຂົ້າໃນການເຕີບໂຕເສດຖະກິດໃນທົ່ວໂລກ
ທ່ານ ເລມິງຄາຍ ຮອງນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Zhang Xiangchen ຮອງຜູ້ອໍານວຍການໃຫຍ່ WTO. ພາບ: Baochinhphu.vn

ທ່ານ ເລມິງຄາຍ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສໍາຄັນບົດບາດໃຈກາງຂອງ WTO ໃນການຊຸກຍູ້ລະບົບການຄ້າຫຼາຍຝ່າຍເປີດ, ໂປ່ງໃສ, ອີງໃສ່ກົດໝາຍ, ລົບລ້າງສິ່ງກີດຂວາງດ້ານພາສີ, ຕ້ານລັດທິປົກປ້ອງການຄ້າ; ປາດຖະໜາຢາກໃຫ້ WTO ສືບຕໍ່ເສີມຂະຫຍາຍບົດບາດປະສານງານເພື່ອແນໃສ່ຊຸກຍູ້ການຄ້າທົ່ວໂລກຕາມທິດກວມລວມ, ເທົ່າທຽມກັນ, ປະກອບສ່ວນຟື້ນຟູ ແລະເຕີບໂຕເສດຖະກິດ; ສະເໜີວ່າ ວິວັດການປະຕິຮູບ WTO ຄວນຮັບປະກັນຄວາມຍຸຕິທຳທາງດ້ານສິດຜົນປະໂຫຍດ ແລະພັນທະ, ເໝາະສົມກັບລະດັບພັດທະນາ ແລະກໍາລັງຄວາມສາມາດປະຕິບັດຂອງບັນດາສະມາຊິກ, ພິເສດແມ່ນບັນດາສະມາຊິກທີ່ພວມພັດທະນາທີ່ມີລະດັບຄວາມຮູ້ຕໍ່າ ແລະດ້ອຍພັດທະນາ.

ທ່ານຮອງຜູ້ອໍານວຍການໃຫຍ່ WTO ຕີລາຄາສູງການເຂົ້າຮ່ວມຢ່າງຕັ້ງໜ້າ ແລະການປະກອບສ່ວນຂອງຫວຽດນາມ ເຂົ້າໃນການເຕີບໂຕເສດຖະກິດໃນທົ່ວໂລກ. ໃນສະພາບການເມືອງ ແລະເສດຖະກິດໂລກມີການຜັນແປສັບສົນຫຼາຍຢ່າງ, ທ່ານຮອງຜູ້ອໍານວຍການໃຫຍ່ WTO ຫວັງວ່າ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການປຶກສາຫາລືທີ່ກອງປະຊຸມລັດຖະມົນຕີ WTO ຄັ້ງທີ 12 ໃນເດືອນມິຖຸນາ ຈະມາເຖິງເພື່ອແນໃສ່ບັນລຸບັນດາໝາກຜົນລະອຽດ, ເປັນຕົ້ນແມ່ນໃນຂົງເຂດໜູນຊ່ວຍສິນໃນນໍ້າ ແລະກະສິກໍາ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຄ້າໃນໂລກ. ທ່ານ ເລມິງຄາຍ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບໃນບັນຫາຄວາມໝັ້ນຄົງດ້ານສະບຽງອາຫານ, ປະກອບສ່ວນເຂົ້າໃນໝາກຜົນລວມຂອງກອງປະຊຸມລັດຖະມົນຕີ WTO ຈະມາເຖິງ.

la.qdnd.vn

ເຫດການ
302 Found

Found

The document has moved here.