ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ

20:00 | 23/03/2022

ຍ​ສ​ໝ - ວັນ​ທີ 22 ມີ​ນາ ທີ່​ແຂວງ​ໄຊ​ສົມ​ບູນ (ລາວ), ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຫວຽດ​ນາມ-ລາວ ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ລາວ-ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ວາງ​ສີ​ລາ​ເລີກ​ການ​ກໍ່​ສ້າງ ແລະ ມອບ​ບາງ​ໂຄງ​ການ, ການ​ຊ່ວຍ​ເຫຼືອ​ທີ່ບໍ່​ຕ້ອງທົດ​ແທນ​ຄືນ​ຂອງ​ຫວຽດ​ນາມມອບ​ໃຫ້​ແກ່​ລາວ.

ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ
ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ເພີ່ມທະວີການຮ່ວມມືສອງຝ່າຍ

ໂຄງ​ການ​ສູນ​ບໍ​ລິ​ການ​ເຕັກ​ນິກ​ກະ​ສິ​ກຳ​ແຂວງ​ໄຊ​ສົມ​ບູນ​ໄດ້​ເລີ່ມ​ການກໍ່​ສ້າງ​ໃນ​ມື້​ນີ້ ຊຶ່ງ​ມີ​ເນື້ອ​ທີ່​ທັງ​ໝົດ 7,2 ເຮັກ​ຕາ ແລະ ມູນ​ຄ່າ​ການ​ລົງ​ທຶນ​ທັງ​ໝົດ 64 ຕື້​ກີບ (ທຽບ​ເທົ່າ​ກັບ 5,7 ລ້ານ​ໂດ​ລາ USD). ໂຄງ​ການ​ຄາດ​ວ່າ​ຈະ​ສຳ​ເລັດ​ພາຍຫຼັງການ​ກໍ່​ສ້າງ​ໃນ 2 ປີ.

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ
ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ. ພາບ​: baotintuc.vn

ປະ​ກອບ​ຄຳ​ເຫັນ​ໃນ​ພິ​ທີ​ວາງ​ສີ​ລາ​ເລີກ​ໂຄງ​ການ​ສູນ​ບໍ​ລິ​ການ​ເຕັກ​ນິກ​ກະ​ສິ​ກຳ​ແຂວງ​ໄຊ​ສົມ​ບູນ, ສອງ​ປະ​ທານ​ຂອງ​ສອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ປະ​ເທດ​ຫວຽດ​ນາມ-ລາວ ເນັ້ນ​ໜັກ​ວ່າ​ໂຄງ​ການ​ເປັນ​ຂອງ​ຂວັນ​ອັນ​ມີ​ຄວາມ​ໝາຍ​ສຳ​ຄັນຂອງ​ລັດ​ຖະ​ບານ​ຫວຍດ​ນາມມອບ​ໃຫ້​ລັດ​ຖະ​ບານ​ລາວ, ພິ​ເສດ​ແມ່ນ​ແຂວງ​ໄຊ​ສົມ​ບູນ ຊຶ່ງ​ເປັນ​ແຂວງ​ໜຶ່ງ​ຂອງ​ລາວ​ທີ່ຍັງ​ຫຍຸ້ງ​ຍາກຫຼາຍ​ດ້ານ​ຍ້ອນ​ເປັນ​ແຂວງ​ຫາ​ກໍ​ສ້າງ​ຕັ້ງ​ໄດ້​ພຽງ 8 ປີ; ສະ​ເໜີ​ໃຫ້ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ສອງ​ປະ​ເທດສືບ​ຕໍ່​ເອົາ​ໃຈ​ໃສ່​ຕິດ​ຕາມ, ກວດ​ກາ​ໂຄງ​ການ​ເຮັດ​ແນວ​ໃດ​ເພື່ອ​ຮັບ​ປະ​ກັນ​ທາງ​ດ້ານ​ເຕັກ​ນິກ, ຄຸນ​ນະ​ພາບ ແລະ ສາ​ມາດ​ນຳ​ມາ​ໝູນ​ໃຊ້​ຍາວ​ນານ, ມີ​ປະ​ສິດ​ທິ​ຜົນ​ຖືກ​ຕ້ອງ​ຕາມ​ຈິດ​ໃຈ​ຊີ້​ນຳ​ຂອງ​ສອ​ງ​ພັກ​ສອງ​ລັດ​ທີ່​ໄດ້​ເປັນ​ເອ​ກະ​ພາບ​ກັນ.

ໂຄງ​ການ​ໂຮງ​ຮຽນ​ການ​ທະ​ຫານ​ແຂວງ​ໄຊ​ສົມ​ບູນ ມີ​ມູນ​ຄ່າ​ການ​ລົງ​ທຶນ​ທັງ​ໝົດ 152 ຕື້​ດົ້ງ (ເກືອບ 6,7 ລ້ານ​ໂດ​ລາ USD) ໄດ້​ເລີ່ມ​ການກໍ່​ສ້າງ​ແຕ່​ເດືອນຕຸ​ລາ 2019.

ໂຄງ​ການ​ໄດ້​ສຳ​ເລັດ​ກວ່າພາຍ​ຫຼັງ​ການກໍ່​ສ້າງ 2 ປີ ປະ​ກອບ​ດ້ວຍ​ບັນ​ດາ​ລາຍ​ການກໍ່​ສ້າງ​ຄື: ສະ​ໂມ​ສອນ, ຫ້ອ​ງ​ບັນ​ລະ​ຍາຍ, ຫ້ອງ​ຮຽນ, ເຮືອນ​ພັກ​ພະ​ນັກ​ງານ, ເຮືອນ​ຄົວ, ສາງ,… ລະ​ບົບ​ພື້ນ​ຖານ​ເຕັກ​ນິກ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ຄົ້ນ​ຄວ້າ​ຮ່ຳ​ຮຽນ, ການ​ສິດ​ສອນ, ການ​ເຄື່ອນ​ໄຫວກິດ​ຈະ​ກຳ​ຂອງ​ນັກ​ສຶກ​ສາ ແລະ ຄູ​ອາ​ຈານ​ພາຍ​ໃນ​ໂຮງ​ຮຽນ.

ມີ​ຄຳ​ເຫັນ​ໃນ​ພິ​ທີ​ເປີດ​ນຳ​ໃຊ້ ແລະ ມອບ​ຮັບ​ໂຄງ​ການ, ປະ​ທານ​ຂອງ​ສອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ປະ​ເທດ​ຫວຽດ​ນາມ-ລາວ ໄດ້ຕີ​ລາ​ຄາສູງ​ຄວາມ​ພະ​ຍາ​ຍາມ​ຂອງ​ກຸ່ມ​ບໍ​ລິ​ສັດ​ຮ່ວມ​ມື​ເສດ​ຖະ​ກິດ (COECCO) ເຈົ້າ​ຂອງ​ການ​ລົງ​ທຶນ​ໂຄງ​ການ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງ​ໆ​ຍ້ອນ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ໂຄວິດ-19 ທີ່ໄດ້​ສ້າງ​ຂຶ້ນ; ສະ​ເໜີ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ແຂວງ ແລະ ການ​ນຳ, ພະ​ນັກ​ງານ, ນັກ​ສຶກ​ສາຂອງ​ໂຮງ​ຮຽນ​ການ​ທະ​ຫານ ມີ​ແຜນ​ການ​ໝູນ​ໃຊ້ ແລະ ນຳ​ເອົາ​ໂຮງ​ຮຽນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແລະ ໃຫ້​ການ​ເປັນ​ບ່ອນກໍ່​ສ້າງນັກ​ຮົບ​ທີ່​ມີ​ຄວາມ​ຈົງ​ຮັກ​ພັກ​ດີ, ຮັກ​ຊາດ ແລະ ຊື່​ສັດ​ເດັດ​ດຽວ​ໃຫ້​ແກ່​ແຂວງ​ໄຊ​ສົມ​ບູນ​ເວົ້າ​ລວມ ແລະ ປະ​ເທດ​ລາວ​ອ້າຍ​ນ້ອງ​ເວົ້າ​ສະ​ເພາະ.

ໃນ​ວັນ​ດຽວ​ກັນ​ນັ້ນ, ສອງ​ປະ​ທານ​ຂອງ​ສອງ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ສອງ​ປະ​ເທດ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ນຳ​ໃຊ້​ໂຮງ​ງານ​ຜະ​ລິດ​ກະ​ສິ​ກຳ ແລະ ພືດ​ເປັນຢາ​ ໄຊ​ສົມ​ບູນ. ນີ້​ເປັນ​ໂຄງ​ການກໍ່​ສ້າງ​ໂດຍ​ແມ່ນ​ກຸ່ມ​ບໍ​ລິ​ສັດຮ່ວມ​ມື​ເສດ​ຖະ​ກິດ (COECCO) ລົງ​ທຶນກໍ່​ສ້າງ​ດ້ວຍ​ມູນ​ຄ່າ​ການ​ລົງ​ທຶນ 18 ຕື້​ກີບ (ປະ​ມານ 1,6 ລ້ານ​ໂດ​ລາ USD) ແນ​ໃສ່​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ​ໃນທ້ອງ​ຖິ່ນ​.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.